ງານແຂ່ງຂັນ ໄອຊີທີລາວ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 58 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ) ໄດ້ຈັດງານແຂ່ງຂັນ ໄອຊີທີລາວ 2017 ຫຼື Lao ICT Award 2017 ຂຶ້ນ ໃນວັນທີ 12 ກໍລະກົດ 2017 ທີ່ ສະໜາມກິລາບູໂດ, ຊຶ່ງເປັນກຽດຮ່ວມໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍແຂກທີ່ຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າ, ບໍລິສັດທາງດ້ານໄອຊີທີ, ທະນາຄານ, ຫົວໜ່ວຍທຸລະກິດ ແລະ ສະຖາບັນການສຶກສາຕ່າງໆ.
ງານແຂ່ງຂັນ ແຂ່ງຂັນໄອຊີທີລາວ 2017 ໄດ້ຈັດຂື້ນໃນວັນດຽວ ຊຶ່ງພາກເຊົ້າແມ່ນການແຂ່ງຂັນນຳສະເໜີຜະລິດຕະພັນໄອຊີທີຂອງຜູ້ເຂົ້າແຂ່ງຂັນທັງໝົດ 10 ທິມ ທີ່ແບ່ງອອກເປັນ 6 ໝວດ ຄື
1.ໝວດກ່ຽວກັບພາກລັດ
2.ໝວດກ່ຽວກັບພາກເອກະຊົນ,
3.ໝວດເພື່ອສັງຄົມ,
4.ໝວດເນື້ອໃນດິຈິຕອນ,
5.ໝວດບໍລິສັດສ້າງຕັ້ງໃໝ່ ດ້ານໄອຊີທີ ແລະ
6.ໝວດຄົ້ນຄ້ວາ-ພັດທະນາ ດ້ານໄອຊີທີ,
ສ່ວນພາກບ່າຍ ແມ່ນເລີ່ມຕົ້ນດ້ວຍການຈັດກິດຈະກຳແຈກຂອງລາງວັນຈາກຜູ້ສະໜັບສະໜູນ ພ້ອມດ້ວຍການຈັດສຳມະນາ ໃຫ້ແກ່ຜູ້ເຂົ້າຊົມ. ຫຼັງຈາກນັ້ນ ກໍ່ເຂົ້າສູ່ພິທີງານປະກາດຜົນລາງວັນການແຂ່ງຂັນ ໄອຊີທີລາວ 2017 ຢ່າງເປັນທາງການ. ຊຶ່ງໃນງານປະກາດຜົນລາງວັນນີ້ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ກຽດຂື້ນກ່າວ ໂດຍມີບາງເນື້ອໃນ ຄື ການຈັດການແຂ່ງຂັນ ໄອຊີທີລາວ ຫຼື Lao ICT Award ກໍ່ເປັນແຜນງານໜຶ່ງໃນນອນໃນແຜນພັດທະນາ ຂະແໜງການ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທີ່ຄະນະພັກກະຊວງ ປທສ ກໍ່ໄດ້ໃຫ້ບູລິມາສິດ ໃນການຈັດຕັ້ງປະຕິບັດ ເພາະເຫັນໄດ້ເຖິງຄວາມສຳຄັນຂອງການແຂ່ງຂັນດັ່ງກ່າວ ຊຶ່ງມັນບໍ່ພຽງແຕ່ສົ່ງເສີມການແຂ່ງຂັນ ໃນການພັດທະນາໄອຊີທີ ແຕ່ມັນຍັງເປັນການໃຫ້ໂອກາດແກ່ ນັກພັດທະນາໄອຊີທີຮຸ້ນໃໝ່ ຫຼື ບໍລິສັດໄອຊີທີລາຍໃໝ່ ຫຼື ທີ່ເອີ້ນວ່າ Start Up ໄດ້ສ້າງຊື່ສຽງ ແລະ ໜ້າເຊື່ອຖືໃຫ້ແກ່ສັງຄົມລາວ ຫຼື ກ້າວໄປໄກ່ສູ່ລະດັບສາກົນ. ນອກຈາກນັ້ນ ທ່ານໄດ້ກ່າວຕື່ມວ່າ ເຖິງແມ່ນວ່າຜູ້ເຂົ້າປະກວດ ຍັງບໍ່ມີຫຼາຍ ຄືກັບປະເທດອ້ອມຂ້າງ ແຕ່ກໍ່ຈະເປັນຈຸດເລີ່ມຕົ້ນໃຫ້ແກ່ການສົ່ງເສີມການພັດທະນາໃນອະນາຄົດ ຊຶ່ງເຫັນໄດ້ຈາກຜະລິດຕະພັນທີ່ສົ່ງເຂົ້າ ປະກວດ ສ່ວນຫຼາຍກໍ່ຢູ່ໃນໝວດ ເນື້ອໃນເອເລັກໂຕຣນິກ (Digital Content) ຊຶ່ງສິ່ງນີ້ ຈະເປັນບາດກ້າວສຳຄັນໃນການຊຸກສູ້ ໃຫ້ຄົນລາວເຮົາມີແຫຼ່ງຂໍ້ມູນເທິງອິນເຕີເນັດທີ່ເປັນພາສາລາວຫຼາຍຂຶ້ນ ແລະ ກໍ່ຈະເປັນສ່ວນສຳຄັນໃຫ້ມີການເຊື່ອມຕໍ່ໂຄງລາງພື້ນຖານພາຍໃນປະເທດຫຼາຍຂື້ນ ແລະ ສົ່ງຜົນໃຫ້ອິນເຕີເນັດພາຍໃນປະເທດກໍ່ຈະໄວຂື້ນ.
ການແຂ່ງຂັນຄັ້ງນີ້ ຜະລິດຕະພັນຊະນະເລີດ ແມ່ນ Lao Autism Talks ຊຶ່ງໄດ້ຮັບໂລ້ລາງວັນ ພ້ອມດ້ວຍເງິນສົດ 8 ລ້ານກີບ ແລະ ຄອມພິວເຕີໂນດບຸກ 1 ເຄື່ອງ. ຜະລິດຕະພັນໄດ້ຮອງຊະນະເລີດອັນດັບ 1 ແມ່ນ TOHLAO Coworking space and Service ຊຶ່ງໄດ້ຮັບໂລ້ລາງວັນ ພ້ອມດ້ວຍເງິນສົດ 6 ລ້ານກີບ ແລະ ໂທລະສັບມືຖື 1 ເຄື່ອງ ແລະ ຜະລິດຕະພັນໄດ້ຮອງຊະນະເລີດອັນດັບ 2 ແມ່ນ Bizgital Company ຊຶ່ງໄດ້ຮັບໂລ້ລາງວັນ ພ້ອມດ້ວຍເງິນສົດ 4 ລ້ານກີບ ແລະ ແທັບເລັດ 1 ເຄື່ອງ, ລາງວັນພິເສດ ແມ່ນ Font midma ແລະລາງວັນຊົມເຊີຍໄດ້ແກ່ Vaivai taxi app, lao PDR trade portal ແລະ Lao navid ຜະລິດຕະພັນດີເດັ່ນໃນການປະກວດຄັ້ງນີ້ ຈະໄດ້ຮັບບູລິມາສິດ ໃນການເຂົ້າປະກວດການແຂ່ງຂັນໄອຊີທີລະດັບອາຊຽນທີ່ປະເທດກຳປູເຈຍໃນທ້າຍປີນີ້.
ງານ Lao ICT Award 2017 ປີນີ້ ຈັດຂຶ້ນໂດຍການຮ່ວມມືສະໜັບສະໜຸນ ແລະ ອຸປະຖຳຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາກະຊວງ, ສະມາຄົມ ໄອຊີທີລາວ, ບັນດາບໍລິສັດ ເຊັ່ນ: ລັດວິສາຫະກິດ ລາວໂທລະຄົມ, ບໍລິສັດ Unitel, ກຸ່ມບໍລິສັດ Kolao, ບໍລິສັດ TVS (ALO), ບໍລິສັດ ETL, ບໍລິສັດ Cyberia, ບໍລິສັດ DataCom, ບໍລິສັດ MicroInfo, SkyTelecom ແລະ ບໍລິສັດອື່ນໆ.
ໂດຍ: ອຳພອນສັກ ເທບພູມີ, ກົມໄອທີ,ປທສ / 19/07/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ