ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 241 ຄັ້ງ | ເວລາ | 2022-12-16 01:14:00 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-04-16 16:58:24

ໃນວັນທີ 5 ເມສາ ນີ້, ສູນສະຖິຕິ ແຂວງສາລະວັນ ໄດ້ຈັດພິທີປະກາດໂອນວຽກ ແລະ ພະນັກງານ-ລັດຖະກອນ ຂອງສູນສະຖິຕິປະຈໍາແຂວງສາລະວັນ ໄປຂຶ້ນກັບພະແນກແຜນການ ແລະ ການລົງທຶນ (ຜທ )ແຂວງ, ໂດຍການລົງນາມເຊັນບົດບັນທຶກຂອງ ທ່ານ ຄຳກິ່ງ ແກ້ວສຸພັນ ຫົວໜ້າສູນສະຖິຕິປະຈຳແຂວງ ຮອງຫົວໜ້າພະແນກ ຜກ ແຂວງ ກັບ ທ່ານ ໂພສີ ແກ້ວສີພັນດອນ ກໍາມະການພັກແຂວງ ຫົວໜ້າພະແນກ ຜກ ແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີບັນດາຫົວໜ້າ, ຮອງພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ເມືອງ ແລະ ສູນສະຖິຕິ 8 ເມືອງເຂົ້າຮ່ວມເປັນສັກຂີພິຍານ. ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສາລະວັນ ເລກທີ 734/ຄຈພຂ.ສວ ວ່າດ້ວຍການມອບໂອນວຽກສູນສະຖິຕິ ປະຈຳແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ເລກທີ 185/ຈຂ.ສວ ວ່າດ້ວຍການໂອນພະນັກງານ-ລັດຖະກອນ ໄປຂຶ້ນກັບພະແນກ ຜທ ແຂວງສາລະວັນ.
ໃນພິທີ, ທ່ານ ຄຳກິ່ງ ແກ້ວສຸພັນ ກໍໄດ້ລາຍງານສະພາບລວມ, ພາລະບົດບາດ, ໜ້າທີ່ຂອງຕົນໃນການເກັບກໍາຂໍ້ມູນ, ສັງລວມ, ວິເຄາະວິໄຈ ແລະ ເຜີຍແຜ່, ສະໜອງຂໍ້ມູນສະຖິຕິທາງການກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ອົງການຈັດຕັ້ງຂອງພັກ-ລັດ ເພື່ອຄົ້ນຄວ້າ, ວາງແຜນນະໂຍບາຍຕ່າງໆ ແລະ ເປັນໃຈກາງປະສານງານລະຫວ່າງພະແນກການຕ່າງໆ, ເມືອງ, ທັງໄດ້ລາຍງານການເຄື່ອນໄຫວຜ່ານມາ ເຖິງຜົນສຳເລັດທີ່ສາມາດຈັດຕັ້ງປະຕິບັດໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍສະເພາະວຽກງານທີ່ມີຄວາມພົ້ນເດັ່ນທາງດ້ານວິຊາສະເພາະ ເຊັ່ນ: ວຽກນິຕິກຳ, ການຜະລິດຂໍ້ມູນສະຖິຕິທາງການ, ວຽກພັດທະນາພື້ນຖານໂຄງລ່າງ, ຄວາມອາດສາມາດ ແລະ ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ. ນອກນັ້ນກໍໄດ້ລາຍງານກ່ຽວກັບການຄຸ້ມຄອງພະນັກງານ-ລັດຖະກອນ, ດ້ານງົບປະມານ, ພາຫະນະ ແລະ ອຸປະກອນທີ່ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ, ພ້ອມທັງໄດ້ຜ່ານບັນດາຄາດໝາຍ ການຈັດຕັ້ງປະຕິບັດວຽກງານຕ່າງໆໃນຕໍ່ໜ້າ ເປັນຕົ້ນບັນດາທິດທາງແຜນການຈຸດສຸມຂອງວຽກງານ, ແຜນສືບຕໍ່ ແລະ ອື່ນໆ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ