ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 193 ຄັ້ງ | ເວລາ | 2022-12-16 01:22:51 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-02-10 23:34:08

ບໍລິສັດ MG Laos ໄດ້ຈັດງານແນະນຳລົດໃຫຍ່ໄຟຟ້າ NEW MG4 ELECTRIC ຂຶ້ນໃນວັນທີ 1 ເມສາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການແນະນຳ ລົດໄຟຟ້າຄັ້ງນີ້, ແນໃສ່ປະກອບສ່ວນໃຫ້ການນໍາໃຊ້ລົດໄຟຟ້າໃນ ສປປ ລາວ ຫຼາຍຂຶ້ນ ເພື່ອຊ່ວຍລັດຖະບານສາມາດຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ, ດ້ວຍຄຸນລັກສະນະພິເສດຂອງລົດ ທີ່ສາມາດສາກໄຟຟ້າໄດ້ 2 ລະບົບ ຄື ລະບົບສາກຢູ່ສະຖານີ ທີ່ສາກພຽງແຕ່ 35 ນາທີ ແລະ ລະບົບສາກໄຟຟ້າ ທີ່ສາມາດສາກໄດ້ດ້ວຍໄຟຟ້າທີ່ໃຊ້ໃນຄົວເຮືອນ ໃຊ້ເວລາສາກປະມານ 5-7 ຊົ່ວໂມງ.
ທ່ານ ດາວວົງ ແກ້ວມະນີວົງ ປະທານບໍລິສັດ MG Laos ໄດ້ກ່າວວ່າ: NEW MG4 ELECTRIC ເປັນລົດໃຫຍ່ໄຟຟ້າ 100% ຊຶ່ງເໝາະສໍາລັບການນໍາໃຊ້ຢູ່ປະເທດລາວ. ປັດຈຸບັນ, ການນໍາໃຊ້ລົດໄຟຟ້າຢູ່ນະຄອນຫຼວງວຽງຈັນ ແມ່ນມີຫຼາຍຂຶ້ນ ແລະ ກວ້າງຂວາງກວ່າເກົ່າ ແລະ ກໍໄດ້ກະຈາຍໄປສູ່ແຂວງຕ່າງໆ. ການນໍາໃຊ້ລົດໄຟຟ້າ ແມ່ນຈະຊ່ວຍໃຫ້ລັດຖະບານ ປະຢັດເງິນຕາໃນການນໍາເຂົ້ານໍ້າມັນເຊື້ອໄຟ ຊຶ່ງໃນແຕ່ລະເດືອນແມ່ນຫຼາຍລ້ານໂດລາ ຊຶ່ງລົດໄຟຟ້າ ຈະກາຍເປັນລົດທີ່ນໍາໃຊ້ຫຼາຍໃນອະນາຄົດ ເພື່ອຫຼຸດຜ່ອນການນໍາໃຊ້ລົດ ທີ່ໃຊ້ນໍາມັນເຊື້ອໄຟ.
ລົດ NEW MG4 ELECTRIC ມີຄວາມສວຍງາມ, ຫຼູຫຼາ ແລະ ເປັນມິດກັບສິ່ງແວດລ້ອມ, ດ້ານໃນລົດກວ້າງຂວາງສວຍງາມ ແລະ ມີລະບົບຕ່າງໆ ທີ່ທັນສະໄໝ. ຂະນະທີ່, ໂຄງສ້າງຂອງລົດ ໄດ້ຖືກອອກແບບໃຫ້ກັບການຂັບເຄື່ອນມີຄວາມໝັ້ນຄົງ ເຂົ້າໂຄ້ງໄດ້ຢ່າງດີ, ມີໄຟຕາລົດ LED ທີ່ມີແສງສະຫວ່າງແຈ້ງຊັດເຈນ ແລະ ສາມາດເປີດ/ປິດ ໄດ້ອັດຕະໂນມັດ. ຈຸດເດັ່ນ ແມ່ນລະບົບສາກໄຟຟ້າ ທີ່ສະດວກສະບາຍ ໂດຍຖືກອອກແບບໃຫ້ແບັດເຕີຣີ ສາມາດຮັບການສາກໄຟຟ້າ ໄດ້ 2 ລະບົບຄື: ລະບົບສາກໄຟຟ້າ ກັບສະຖານີ ຊຶ່ງໃຊ້ເວລາສາກພຽງແຕ່ 35 ນາທີ ແລະ ລະບົບສາກໄຟຟ້າ ທີ່ສາມາດສາກໄດ້ກັບໄຟຟ້າທີ່ໃຊ້ໃນຄົວເຮືອນ ຊຶ່ງໃຊ້ເວລາສາກປະມານ 5-7 ຊົ່ວໂມງ. ນອກນີ້, ລົດ NEW MG4 ELECTRIC ຍັງມີລະບົບ ທີ່ນໍາໃຊ້ໄຟຂອງແບັດເຕີຣີ ເຂົ້າໃນການອຸ່ນອາຫານ ສໍາລັບເວລາທີ່ໄປຕັ້ງແຄັມຕ່າງໆ.
ບໍລິສັດ MG Laos ມີນະໂຍບາຍທີ່ດີທີ່ສຸດໃນການຮັບປະກັນສິນຄ້າ ໃນການສົ່ງມອບໃຫ້ລູກຄ້າໃນປະເທດລາວ ແລະ ໄດ້ມີຄວາມເອົາໃຈໃສ່ເລື່ອງການຮັບປະກັນ ແລະ ການບໍລິການຫຼັງການຂາຍ ຊຶ່ງປັດຈຸບັນ ມີຫ້ອງວາງສະແດງລົດ 5 ແຫ່ງ ແລະ ຈະເພີ່ມອີກ 2 ແຫ່ງ ເປັນ 7 ແຫ່ງໃນປີ 2025.
(ຂ່າວ: ສຸກສະຫວັນ, ພາບ: ແສງຈັນ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ