ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
ເຜີຍແຜ່ໂດຍ: siththiphone rasphone|ຢ້ຽມຊົມ: 152 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 28 ກັນຍາ ນີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈາກ 12 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ດັ່ງນີ້:
ທູດແຕ່ງຕັ້ງຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນ ມີຄື:
1. ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ (Grata Endah Werdaningtyas), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ.
2. ທ່ານ ນາງ ເມລານີ ລຸຍສ ບາໂລ (Melanie Louise Barlow), ເອກອັກຄະຣາຊະທູດແຕ່ງຕັ້ງ ແຫ່ງ ຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ.
3. ທ່ານ ຮຸນ ກຣອງ ພານອງ (Hulkrang Phanang) ເອກອັກຄະຣາຊະທູດແຕ່ງຕັ້ງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ.
4. ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາ ລະນະລັດ ສິງກະໂປ ປະຈຳ ສປປ ລາວ.
5. ທ່ານ ໂຣສລານ ຮາຈິ ຍາຄັບ (Haji Roslan bin Haji Yacub) ເອກອັກຄະຣາຊະທູດແຕ່ງຕັ້ງ ແຫ່ງ ບຣູໄນ ດາຣູຊາລາມ ປະຈຳ ສປປ ລາວ.
ທູດແຕ່ງຕັ້ງຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ ຕ່າງປະເທດ ມີຄື:
1. ທ່ານ ນາງ ມາທາ ມາຟໂຣມມາທີສ (Martha A. MAVROMMATIS) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງ ປັກກິ່ງ.
2. ທ່ານ ພົນເອກ ດິດິເອ ດັກໂກ (Didier DACKO) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ມາລີ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງ ປັກກິ່ງ.
3. ທ່ານ ແຈັກດິດສວາ ກູເບີຮຸນ (Jagdishwar GOBURDHUN, G.O.S.K), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ໂມຣິດ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ກົວລາລໍາເປີ.
4. ທ່ານ ອາເທີ ດາໂມ ໂຊບສະກີ (Arthur DMOCHOWSKI) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັັດ ໂປໂລຍ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ບາງກອກ.
5. ທ່ານ ນາງ ປິງ ກິດນິກອນ (Ping Kitnikone) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ການາດາ ປະຈໍາ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ບາງກອກ.
6. ທ່ານ ໂສບກີ ເມດີຊາດາ (Shovgi Mehdizada) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ.
7. ທ່ານ ແຊຣ໌ຈິໂອ ນາເຣອາ (Sergio Narea), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ຊີເລ ປະຈຳ ສປປ ລາວ, ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆໃນອະນາຄົດ. ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ພ້ອມນີ້ ກໍໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມຊຶ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ຈົນເຖິງ ການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນໃຫ້ຫຼາຍຂຶ້ນ, ທັງນີ້ ກໍເພື່ອເປັນພື້ນຖານ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນຳກັນ ໃນບັນດາຂະແໜງການຮ່ວມມືດ້ານ ຕ່າງໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈ ຮ່ວມກັນ.
ພ້ອມດຽວກັນ, ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການຂະຫຍາຍການສົ່ງເສີມການຮ່ວມມືດ້ານຕ່າງໆທີ່ມີຄວາມສົນໃຈຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ຮ່ວມກັນ ສ້າງບັນດານິຕິກໍາຕ່າງໆ ທີ່ຈະເປັນພື້ນການໃຫ້ແກ່ ການຄ້າ, ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ໃນໂອກາດນີ້, ພະນະທ່ານ ປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສປປ ລາວ ກຳລັງກະກຽມຄວາມພ້ອມໃນການເປັນປະທານອາຊຽນ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ຈາກບັນດາທູດ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ, ໃນຕອນທ້າຍ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາຜູ້ນໍາຂອງທູດປະເທດເພື່ອນມິດທັງໝົດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ໃນຂະນະດຽວກັນ, ບັນດາທູດທັງໝົດ ໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ພະນະທ່ານ ປະທານປະເທດລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມນີ້ ກໍເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ສືບຕໍ່ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.
ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດແຕ່ງຕັ້ງຂອງລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ປະກອບມີ: 1. ທ່ານ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ; 2. ທ່ານ ຄຳເຟື້ອງ ພັນທະໄຊ ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມ
ແຫຼ່ງ: ປະຊາຊົນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ