ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 168 ຄັ້ງ | ເວລາ | 2024-12-25 00:00:00
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມການນຳ, ພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 22 ກັນຍາ ຜ່ານມາ ໂດຍມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກແຫຼ່ງສອງກະຊວງເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະ 6 ເດືອນຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ; ຊີ້ນຳກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ໂດຍສະເພາະແມ່ນບັນດາຈຸດສຸມໃນທົ່ວປະເທດ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ໂດຍສະເພາະໄດ້ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງກຳແໜ້ນຮາກຖານ, ບັນດາເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ຈັດຕັ້ງກຳລັງເຄື່ອນໄຫວຕາມບໍລິເວນຂອບເຂດຮັບຜິດຊອບ ເພື່ອແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນກັບເວລາ ຕິດຕາມ, ກວດກາ, ຊຸກຍູ້ ແລະ ຖອດຖອນບົດຮຽນຄືນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານທົ່ວກຳລັງຫຼວງ ແລະ ທ້ອງຖິ່ນ, ຊີ້ນຳກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນຍົກສູງສະຕິກຽມພ້ອມຮອບດ້ານຈັດຕັ້ງລະບົບປະຈຳການເປັນປົກກະຕິຕິດຕາມກຳແໜ້ນການປ່ຽນແປງສະພາບດິນຟ້າອາກາດ; ກຳແໜ້ນສະພາບການໃຫ້ທັນເວລາ ໄດ້ຊີ້ນຳບັນດາກອງບັນຊາການທະຫານ-ຕໍາຫຼວດແຂວງ ເຂົ້າກອບກູ້ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດຢູ່ບັນດາແຂວງຕ່າງໆທີ່ເກີດໄພພິບັດນໍ້າຖ້ວມ. ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ທົ່ວກຳລັງປະກອບອາວຸດ ແລະ ຝຶກແອບຮ່ຳຮຽນ ສິນລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມສໍານິຊໍານານ, ນອກນັ້ນຍັງໄດ້ເອົາໃຈໃສ່ຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນການລ້ຽງດູທັບ, ລ້ຽງດູກໍາລັງ ຍົກສູງນໍ້າໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສຸມໃສ່ການປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ; ວຽກງານການຄຸ້ມຄອງພາຫະນະເຕັກນິກ, ກວດກາ, ເບີກຈ່າຍວັດຖຸອາໄຫຼ່ເຕັກນິກເຫຼົ່າຮົບຕ່າງໆ ແລະ ສ້ອມແປງບົວລະບັດພັດເຊັດພາຫະນະເຕັກນິກລົດ, ອາວຸດກະສຸນ ໃຫ້ຢູ່ໃນສະພາບກຽມພ້ອມສູ້ຮົບ ຮັບປະກັນໃຫ້ແກ່ການກໍ່ສ້າງພື້ນຖານເຕັກນິກ ແລະ ອຸດສາຫະກຳປ້ອງກັນຊາດໃຫ້ເຂັ້ມແຂງ ພ້ອມນັ້ນຍັງເປັນເຈົ້າການປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຕັ້ງໜ້າ ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ເວົ້າລວມ ເວົ້າສະເພາະ ຜົນສໍາເລັດວຽກງານໃນຫຼາຍດ້ານຂອງສອງກໍາລັງ ປກຊ-ປກສ ຍາດມາໄດ້ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຂອງພັກ, ເດັດດ່ຽວສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທົ່ວປະເທດມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານ ໃຫ້ເຂັ້ມງວດ, ພ້ອມກັນນີ້ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງສອງກຳລັງໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບທັງສອງກໍາລັງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ສອງກຳລັງມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດກໍຄືປະຊາຊົນລາວບັນດາເຜົ່າໃຫ້ຄວາມໄວ້ເນື້ອເຊື່ອໃຈຕະຫຼອດມາ; ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນໃນການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີໝາກຜົນດີກວ່າເກົ່າ, ເພື່ອນຳພາບັນດາກົມກອງທັງສອງກຳລັງກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມທິດສ້າງກົມກອງມີແບບແຜນທັນສະໄໝເທື່ອລະກ້າວ, ເຊີດຊູສະຕິລະວັງຕົວ ແລະ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນລະຫວ່າງສອງກໍາລັງສະເໝີຕົ້ນສະເໝີປາຍໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈ
ໃສ່ຕໍ່ການປັບປຸງລະບອບຄຸ້ມຄອງບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ຖືເອົາຄວາມສາມາດດ້ານວິຊາສະເພາະ ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ ມີແບບແຜນໃນການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານ ໃນການປັບປຸງລະບົບການຈັດຕັ້ງ ອົບຮົມ-ຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃຫ້ກ້ວາງຂວາງເພື່ອເຮັດໃຫ້ເຂົາເຈົ້າສາມາດເຮັດຫຼ້ອນໜ້າທີ່ໃນການປົກປັກຮັກສາ ທ້ອງຖິ່ນຂອງຕົນ, ປະຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງພັກຢ່າງແຂງແຮງ ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ເປັນຕົ້ນ ແມ່ນກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ອາຫວຸ້ນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ