ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 265 ຄັ້ງ | ເວລາ | 2024-12-24 00:00:00
ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
(ໜື່ງ). ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ດຳເນີນຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ,ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ".
ກອງປະຊຸມໃຫຍ່ ຄັ້ງນີ້ ໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມທັງ ມີແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ. ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ ແລະການຕິດຕາມຢ່າງໃກ້ຊິດ ຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະຂອງຊາດ ດ້ວຍຄວາມເອກະພາບສູງ ແລະໄດ້ສິ້ນສຸດລົງດ້ວຍຜົນສໍາເລັດ ອັນຈົບງາມ.
ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາ ຢ່າງເປັນເອກະ ສັນ ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ໃນ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດ ອັນ ສໍາຄັນໃຫຍ່ຫລວງ ແລະຜົນງານອັນພົ້ນເດັ່ນຮອບດ້ານ ທີ່ຍາດມາໄດ້, ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນໃນທຸກຂົງເຂດ ເພື່ອເປັນປັດໄຈຍູ້ການຫັນປ່ຽນໃຫ້ແຂງແຮງ ເລິກເຊິ່ງ ແລະຮອບດ້ານ ໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາປະເທດຊາດ ກ້າວເດີນຕາມເສັ້ນທາງ ແລະຈຸດໝາຍສັງຄົມນິຍົມ.
ພ້ອມໆກັບຜົນສໍາເລັດອັັນສໍາຄັນດັ່ງກ່າວ ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ຢ່າງພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາພາຊີ້ນໍາຂອງພັກ ກໍຄືການຈັດຕັ້ງປະຕິບັດ ໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍ ທີ່ວາງອອກ, ພ້ອມທັງ ຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະແທດເໝາະ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງ ໃນການຈັດຕັ້ງປະຕິບັດແນວທາງຂອງພັກໃນຕໍ່ໜ້າ.
ພ້ອມນັ້ນ ກອງປະຊຸມຍັງໄດ້ປະເມີນຜົນກວມລວມບັນດາຜົນສໍາເລັດ ແລະ ບາງດ້ານທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ແລະຍົກລະດັບກ່ຽວກັບການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວເດີນສູ່ສັງຄົມນິຍົມ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ ຂອງພັກເຮົາ ເຊິ່ງຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ທີ່ພັກເຮົາຕ້ອງກໍາແໜ້ນ ແລະພິຈາລະນາ ຢ່າງເປັນລະບົບ ເພື່ອເປັນພື້ນຖານໃນການກໍານົດທິດທາງ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ໃນຕໍ່ໜ້າ.
ຍືນບົນຈິດໃຈສ້າງການຫັນປ່ຽນໃໝ່, ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການເພີ່ມເຕີມບົດຮຽນ 4 ປະການ ທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືພຶດຕິກໍາຕົວຈິງໃນການນໍາພາຂອງພັກເຮົາ ໃນຫລາຍສິບປີຜ່ານມາ ເພື່ອບົດຮຽນ ແລະເປັນບ່ອນອີງສໍາຄັນໃນການປັບປຸງການນໍາພາຊີ້ນໍາ ແລະການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນຕໍ່ໜ້າ ດັ່ງນີ້:
(1) ໃນການຍົກລະດັບຄວາມສາມາດ ແລະຄຸນນະພາບການນໍາພາຂອງພັກ, ມີຄວາມຈໍາເປັນຕ້ອງຮັບປະກັນການກໍານົດເນື້ອໃນໜ້າທີ່ການເມືອງໃຫ້ຖືກຕ້ອງ ແທດຕົວຈິງ ແລະມີຄວາມເປັນໄປໄດ້ໃນທາງປະຕິບັດ ຄຽງຄູ່ກັບການແກ້ໄຂບັນຫາດ້ານການຈັດຕັ້ງ, ການຈັດວາງບຸກຄະລາກອນ, ແບບແຜນການ ນໍາພາ-ຊີ້ນໍາ ແລະການຄຸ້ມຄອງ ດ້ານລະບຽບວິໄນ.
(2) ການພັດທະນາເສດຖະກິດຂອງຊາດ ຕ້ອງມີການສົມທົບແໜ້ນລະຫວ່າງການຂະຫຍາຍພື້ນຖານການຜະລິດ ແລະບໍລິການຂະໜາດໃຫຍ່ຢ່າງມີຈຸດສຸມ, ສ້າງເປັນຂະແໜງການ ແລະຜະລິດຕະພັນປາຍແຫລມ ກັບການຮັບປະກັນໃຫ້ຊາວຊົນນະບົດ, ຜູ້ປະກອບການມີການພັດທະນາທີ່ເລີ່ມຈາກສ້າງຄວາມສາມາດເພິ່ງຕົນເອງ ແລະພັດທະນາຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ ເພື່ອຮັບປະກັນການສ້າງຖານເສດຖະກິດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະແກ້ໄຂການຫລຸດໂຕນແບບບໍ່ເປັນທໍາ.
(3) ຮັບປະກັນການພັດທະນາຊັບພະຍາກອນມະນຸດ ທັງດ້ານສະໜອງຄວາມຕ້ອງການ ທັງສ້າງເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະການປົກປ້ອງ-ເສີມຂະຫຍາຍສິດຜົນປະໂຫຍດຂອງພົນລະເມືອງ, ຄຸນຄ່າຄວາມເປັນມະນຸດ ແລະຄວາມສີວິໄລດ້ານຈິດໃຈຂອງຄົນລາວ.
(4) ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຂອງພັກ ແລະແຜນການ, ໂຄງ ການພັດທະນາຂອງລັດຢູ່ແຕ່ລະຂັ້ນ ຕ້ອງບົນພື້ນຖານການສົມທົບລະຫວ່າງຮັບປະກັນການຕົກລົງບັນຫາຕົວຈິງແບບໝູ່ຄະນະຢ່າງເຂັ້ມງວດ ກັບການເຊີດຊູບົດບາດນໍາພາຊີ້ນໍາ-ບັນຊາ ຂອງຜູ້ເປັນຫົວໜ້າ, ເຮັດໃຫ້ທຸກຂະບວນການໄດ້ຮັບການກະຕຸ້ນ ແລະຂັບເຄື່ອນຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະກ້າວສູ່ເປົ້າໝາຍທີ່ວາງອອກ.
ເພື່ອສືບຕໍ່ນໍາພາພາລະກິດປ່ຽນແປງໃໝ່ໄປສູ່ຈຸດໝາຍຢ່າງມີໄຊ ໃນຊຸມປີຕໍ່ໜ້າ, ກອງປະຊຸມໃຫຍ່ ໄດ້ຍຶດໝັ້ນ ແລະ ເອກະພາບກັນ ສືບຕໍ່ບູລະນະປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະຮອບດ້ານ ເພື່ອກ້າວເດີນສູ່ສັງຄົມນິຍົມ ໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ, ການພັດທະນາ ແລະ ການແກ້ໄຂບັນຫາເສດຖະກິດ ເປັນໜ້າທີ່ໃຈກາງ, ການພັດທະນາຊັບພະຍາກອນມະນຸດ ແລະສະໜອງແຮງງານສີມື ແກ່ບັນດາໂຄງການພັດທະນາ ເປັນໜ້າທີ່ແຖວໜ້າ, ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານ ເປັນອັນຕັດສິນ ແນໃສ່ເຮັດໃຫ້ບັນດາປະຖົມປັດໄຈການກ້າວຂຶ້ນເດີນສູ່ສັງຄົມນິຍົມ ທີ່ມີໃນປະຈຸບັນ ໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ ແລະສາມາດກາຍເປັນອົງປະກອບສໍາຄັນພື້ນຖານໃຫ້ແກ່ການກໍ່ຕົວ ແລະຂະຫຍາຍຕົວຂອງຮູບຖານເສດຖະກິດ-ສັງຄົມ ສັງຄົມນິຍົມໄລຍະຕົ້ນ, ເຮັດໃຫ້ບັນດາຄຸນລັກສະນະອັນດີເລີດ ຂອງລະບອບສັງຄົມນິຍົມຢູ່ປະເທດເຮົາ ສະແດງອອກນັບມື້ພົ້ນເດັ່ນຂຶ້ນເລື້ອຍໆໃນຊີວິດຕົວຈິງ ຂອງປະຊາຊົນ.
ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ ໄດ້ກຳນົດທັດສະນະ ແລະ ຮັບຮອງເອົາ 8 ແຜນນະ ໂຍບາຍໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສໍາລັບ 5 ປີໃນຕໍ່ໜ້າ.
ກອງປະຊຸມໃຫຍ່ ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊີ້ນໍາຈັດຕັ້ງການຄົ້ນ ຄວ້າ, ເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ຢ່າງເປັນລະບົບ, ເລິກເຊິ່ງ ໂດຍສະເພາະແມ່ນສະມາຊິກພັກ, ພະນັກງານ ຜູ້ທີ່ເປັນຫລັກແຫລ່ງຢູ່ທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າກໍາ ແໜ້ນເນື້ອໃນ ຂອງລາຍງານການເມືອງ, ສຸມສະຕິປັນຍາ, ກໍາລັງວັງຊາ ເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນ; ພ້ອມກັນນີ້ ກໍຊີ້ນໍາອົງການລັດ ໃຫ້ຫັນເປັນນິຕິກໍາ, ເປັນແຜນງານ ແລະ ໂຄງການວຽກງານລະອຽດໃຫ້ໄວ ເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດ ໂດຍໄວ ແລະ ໄດ້ຮັບຜົນສໍາເລັດ ອັນສະຫງ່າງາມ.
ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ແລະ ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານ ຊຸດທີ VIII ທີ່ໄດ້ຕັ້ງໜ້າປະຕິບັດ ແລະ ສູ້ຊົນໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ໄດ້ຮັບຜົນສໍາເລັດເປັນຢ່າງດີ; ພ້ອມນັ້ນ ກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ເຊິ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫລົ່ານັ້ນ, ໃນນັ້ນ ໄດ້ກຳນົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື:
(1) ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດ ໃຫ້ບັນລຸ 4% ຂຶ້ນໄປ.
(2)ພັດທະນາຊັບພະຍາກອນມະນຸດ ມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.
(3) ຍົກລະດັບຊີວິດການທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
(4)ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະຫລຸດຜ່ອນຄວາມສ່ຽງຈາກໄພພິບັດທໍາມະຊາດ.
(5) ສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດຈາກທີ່ຕັ້ງພູມສາດຂອງປະເທດ, ເຂົ້າຮ່ວມຂະບວນການຮ່ວມມື ແລະການເຊື່ອມໂຍງກັບພາກພື້ນ ແລະສາກົນ ຢ່າງເປັນເຈົ້າການ.
(6) ຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະໄດ້ຮັບການປົກປ້ອງ ຕາມທິດການປົກຄອງດ້ວຍກົດໝາຍ ທີ່ສັກສິດ ແລະເຂັ້ມງວດ.
ທັງໝົດນີ້ ມອບໃຫ້ຄະນະບໍລິຫານງານສູນກາງພັກ ຊີ້ນໍາລັດຖະບານ ສຸມຄວາມພະຍາຍາມ ກໍຄືເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະກຳລັງແຮງສັງລວມ ເຂົ້າໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເປັນຈິງ.
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງພັກ ອັນມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເປັນຜູ້ນໍາໜ້າ ສາມາດນໍາພາການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ X ໄດ້ຮັບຜົນສໍາເລັດ ອັນສໍາຄັນໃນຫລາຍດ້ານ.
ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນຄະນະນໍາ ທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນເຂັ້ມແຂງ, ເປັນຫລັກແຫລ່ງແກ່ນສານໃຫ້ແກ່ຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວ, ເປັນເຈົ້າການຢ່າງເຂັ້ມງວດໃນການຕີຖອຍ ແລະ ແກ້ໄຂການກະທໍາທີ່ຝືນກັບກົດລະບຽບຂອງພັກ ໃນຖັນແຖວການນໍາ, ສະມາຊິກພັກ-ພະນັກງານຂັ້ນຕ່າງໆ.
ກອງປະຊຸມໃຫຍ່ ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆ ຢ່າງແຂງແຮງ, ພ້ອມທັງວາງມາດຕະການກໍາຈັດ, ແກ້ໄຂຈຸດບົກຜ່ອງ ແລະຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະນໍາຂອງສູນກາງພັກ ໃຫ້ສູງຂຶ້ນຕື່ມອີກ, ເປັນຫລັກແຫລ່ງນໍາໜ້າສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ໃນຊຸມປີຕໍ່ໆໄປ.
ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບຂອງພັກ ສະໄໝທີ XI, ເພື່ອໃຫ້ສອດຄ່ອງຮອງຮັບການ ຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາ ພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນຕາມທິດສັງຄົມນິຍົມ.
ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະບັບປັງປຸງ ມີຜົນບັງຄັບໃຊ້ ນັບແຕ່ມື້ກອງປະຊຸມໃຫຍ່ ຮັບຮອງເອົາເປັນຕົ້ນໄປ; ຮຽກຮ້ອງໃຫ້ການຈັດຕັ້ງພັກທຸກຂັ້ນ ແລະສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກ ຢ່າງເຂັ້ມງວດ.
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະ ກຳມະການສໍາຮອງ 10 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນ ທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນຕໍ່ໄປ.
ກອງປະຊຸມຄົບຄະນະ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປັນເອກະພາບ ເລືອກຕັ້ງກຳມະການກົມການເມືອງສູນກາງພັກ ເຊິ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບຢ່າງສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ; ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ. ໃນກອງປະຊຸມ ຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 6ສະຫາຍ ໂດຍແມ່ນ ສະຫາຍ ຄຳພັນ ພົມມະທັດ ເປັນປະທານ.
ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການຜະລິດ-ທຸລະກິດ-ບໍລິການ ແລະປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ດຳລົງຊີວິດ ແລະທໍາມາຫາກິນ ຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕາມຈິດໃຈມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຕະຫລອດໄລຍະ 5 ປີທີ່ຜ່ານ, ອັນເປັນການສ້າງພື້ນຖານ ແລະຖ່ວງທ່າໃໝ່ ໃຫ້ແກ່ການນໍາເອົາປະເທດເຮົາ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ພ້ອມກັນນັ້ນ ກໍສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ ແກ່ພາລະກິດພັດທະນາ ແລະສ້າງສາປະເທດຊາດ ຂອງປະຊາຊົນເຮົາ.
ກອງປະຊຸມ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ນໍາພາມະຫາຊົນ ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະທໍາມາຫາກິນ ຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນ ເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.
(ສອງ). ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດມີ 768 ສະຫາຍ (ເພດຍິງ 116 ສະຫາຍ), ປະກອບມີ 43 ຊົນເຜົ່າທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 348.686 ສະຫາຍ ໄດ້ນຳໃຊ້ສິດປະຊາທິປະໄຕຂອງຕົນຄັດເລືອກເອົາ ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ສະໄໝ XI ດັ່ງນີ້:
(1). ຄະນະບໍລິຫານງານສູນກາງພັກສະໄໝທີ XI ປະກອບມີ ກຳມະການສົມບູນສູນກາງພັກ 71 ສະຫາຍ (ຍິງ 12 ສະຫາຍ) ແລະ ກຳມະການສຳຮອງສູນກາງພັກ 10 ສະຫາຍ (ຍິງ 02 ສະຫາຍ), ເຊິ່ງປະກອບມີລາຍຊື່ດັ່ງນີ້:
1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ພັນຄຳ ວິພາວັນ
3. ສະຫາຍ ນາງ ປານີ ຢາທໍ່ຕູ້
4. ສະຫາຍ ປອ ບຸນທອງ ຈິດມະນີ
5. ສະຫາຍ ປອ ໄຊສົມພອນ ພົມວິຫານ
6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
7. ສະຫາຍ ປອ ຄຳພັນ ພົມມະທັດ
8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
9. ສະຫາຍ ສອນໄຊ ສີພັນດອນ
10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
11. ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
12. ສະຫາຍ ນາງ ສີໃສ ລືເດດມູນສອນ
13. ສະຫາຍ ສະເຫລີມໄຊ ກົມມະສິດ
14. ສະຫາຍ ປອ ຄຳພັນ ເຜີຍຍະວົງ
15. ສະຫາຍ ປອ ອານຸພາບ ຕຸນາລົມ
16. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
17. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
18. ສະຫາຍ ປອ ນາງ ວຽງທອງ ສີພັນດອນ
19. ສະຫາຍ ສຈ ປອ ຈະເລີນ ເຢຍປາວເຮີ
20. ສະຫາຍ ຄຳໃບ ດຳລັດ
21. ສະຫາຍ ສົມມາດ ພົນເສນາ
22. ສະຫາຍ ປອ ຄຳແພງ ໄຊສົມແພງ
23. ສະຫາຍ ພົນໂທ ສຸວອນ ເລືອງບຸນມີ
24. ສະຫາຍ ຄຳເຈນ ວົງໂພສີ
25. ສະຫາຍ ຄຳພັນ ສິດທິດຳພາ
26. ສະຫາຍ ຄຳເຜີຍ ບຸດດາວຽງ
27. ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ
28. ສະຫາຍ ປອ ກອງແກ້ວ ໄຊສົງຄາມ
29. ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ
30. ສະຫາຍ ຄຳຂັນ ຈັນທະວີສຸກ
31. ສະຫາຍ ນາງ ເຂັມມະນີ ພົນເສນາ
32. ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ
33. ສະຫາຍ ປອ ສອນທະນູ ທຳມະວົງ
34. ສະຫາຍ ປອ ວິໄລວົງ ບຸດດາຄຳ
35. ສະຫາຍ ປອ ເພັດ ພົມພິພັກ
36. ສະຫາຍ ພົງສະຫວັນ ສິດທະວົງ
37. ສະຫາຍ ວັນໄຊ ແພງຊຸມມາ
38. ສະຫາຍ ສັນຕິພາບ ພົມວິຫານ
39. ສະຫາຍ ນາງ ບຸນຄຳ ວໍລະຈິດ
40. ສະຫາຍ ປອ ບົວຄົງ ນາມມະວົງ
41. ສະຫາຍ ສອນໄຊ ສິດພະໄຊ
42. ສະຫາຍ ນາງ ໃບຄຳ ຂັດທິຍະ
43. ສະຫາຍ ອາລຸນໄຊ ສູນນະລາດ
44. ສະຫາຍ ນາງ ສວນສະຫວັນ ວິຍະເກດ
45. ສະຫາຍ ປອ ໂພໄຊ ໄຊຍະສອນ
46. ສະຫາຍ ລາວປາວຊົ່ງ ນະວົງໄຊ
47. ສະຫາຍ ເລັດ ໄຊຍະພອນ
48. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ
49. ສະຫາຍ ບຸນໂຈມ ອຸບົນປະເສີດ
50. ສະຫາຍ ຄຳຜອຍ ວັນນະສານ
51. ສະຫາຍ ເຫລັກໄຫລ ສີວິໄລ
52. ສະຫາຍ ວຽງສະຫວັດ ສີພັນດອນ
53. ສະຫາຍ ຄຳໄຫລ ສີປະເສີດ
54. ສະຫາຍ ຮສ ປອ ພຸດ ສີມມາລາວົງ
55. ສະຫາຍ ວັນໄຊ ພອງສະຫວັນ
56. ສະຫາຍ ດຣ ບຸນແຝງ ພູມມະໄລສິດ
57. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
58. ສະຫາຍ ໄພວີ ສີບົວລິພາ
59. ສະຫາຍ ຮສ ພູວົງ ອຸ່ນຄຳແສນ
60. ສະຫາຍ ປອ ທອງຈັນ ມະນີໄຊ
61. ສະຫາຍ ບຸນຈັນ ສີວົງພັນ
62. ສະຫາຍ ທອງສະຫວັນ ພົມວິຫານ
63. ສະຫາຍ ໄຊຊະນະ ໂຄດພູທອນ
64. ສະຫາຍ ອາດສະພັງທອງ ສີພັນດອນ
65. ສະຫາຍ ປອ ລີເບີ ລີບົວປາວ
66. ສະຫາຍ ນາງ ບຸດສະດີ ທະນະເມືອງ
67. ສະຫາຍ ພົນຕີ ກົງທອງ ພົງວິຈິດ
68. ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ
69. ສະຫາຍ ນາງ ປິງຄຳ ລາຊະສິມມາ
70. ສະຫາຍ ພົນຕີ ວັນທອງ ກອງມະນີ
71. ສະຫາຍ ປອ ດາວວົງ ພອນແກ້ວ
(2). ກຳມະການສຳຮອງສູນກາງພັກ ປະກອບມີ 10 ສະຫາຍ (ຍິງ 02 ສະຫາຍ) ຄື:
1. ສະຫາຍ ມະໄລທອງ ກົມມະສິດ
2. ສະຫາຍ ບຸນຄົງ ຫລ້າຈຽມພອນ
3. ສະຫາຍ ວັນສີ ກົວມົວ
4. ສະຫາຍ ວິໄລວັນ ບຸດດາຄຳ
5. ສະຫາຍ ຮສ ປອ ລິນຄຳ ດວງສະຫວັນ
6. ສະຫາຍ ວຽງທະວີສອນ ເທບພະຈັນ
7. ສະຫາຍ ມອນໄຊ ລາວມົວຊົ່ງ
8. ສະຫາຍ ບຸນຕາ ເທບພະວົງ
9. ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ
10. ສະຫາຍ ພັນເອກ ນາງ ລີວົງ ລາວລີ;
(3). ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເລືອກຕັ້ງ:
(ໜື່ງ). ກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ຄື:
1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ພັນຄຳ ວິພາວັນ
3. ສະຫາຍ ນາງ ປານີ ຢາທໍ່ຕູ້
4. ສະຫາຍ ປອ ບຸນທອງ ຈິດມະນີ
5. ສະຫາຍ ປອ ໄຊສົມພອນ ພົມວິຫານ
6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
7. ສະຫາຍ ປອ ຄຳພັນ ພົມມະທັດ
8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
9. ສະຫາຍ ສອນໄຊ ສີພັນດອນ
10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
11 ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
12. ສະຫາຍ ນາງ ສີໃສ ລືເດດມູນສອນ
13 ສະຫາຍ ສະເຫຼີມໄຊ ກົມມະສິດ
(ສອງ). ຄະນະເລຂາທິການສູນກາງພັກ 09 ສະຫາຍ ຄື:
1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ບຸນທອງ ຈິດມະນີ
3. ສະຫາຍ ປອ ຄຳພັນ ພົມມະທັດ
4. ສະຫາຍ ນາງ ສີໃສ ລືເດດມູນສອນ
5. ສະຫາຍ ປອ ຄຳພັນ ເຜີຍຍະວົງ
6. ສະຫາຍ ປອ ອານຸພາບ ຕຸນາລົມ
7. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
8. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
9. ສະຫາຍ ປອ ນາງ ວຽງທອງ ສີພັນດອນ.
(ສາມ). ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ.
(ສີ່). ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງ:
1. ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI,
2. ເລືອກເອົາ ສະຫາຍ ປອ ຄຳພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 06 ສະຫາຍ ຄື:
1. ສະຫາຍ ວິໄລວັນ ບຸດດາຄຳ
2. ສະຫາຍ ສີໄນ ມຽງລາວັນ
3. ສະຫາຍ ສຸກຄຳເພັດ ເຮືອງບຸດສີ
4. ສະຫາຍ ດາວບົວລະພາ ບາວົງເພັດ
5. ສະຫາຍ ໄຊຄຳ ອຸ່ນມີໄຊ
6. ສະຫາຍ ວັນໄຊ ຊົງຊາຢູ.
ການເລືອກຕັ້ງເອົາການນຳສູງສຸດຂອງພັກເຮົາໃນເທື່ອນີ້ ໄດ້ດຳເນີນໄປຢ່າງມີປະຊາທິປະໄຕ,ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນລັກສະນະສືບທອດຕໍ່ເນື່ອງແຫ່ງການນຳພາອັນໜັກແໜ້ນຂອງພັກເຮົາ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນ, ບັນດາສະຫາຍກຳມະການສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ຈະສຸມສະຕິປັນຍາ, ກຳລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້.
ຄະນະບໍລິຫານງານສູນກາງພັກສະໄຫມທີ XI ປະ ກອບມີ ກໍາມະການສົມບູນສູນ ກາງພັກ 71 ສະຫາຍ (ເພດຍິງ 12 ສະຫາຍ) ແລະ ກໍາມະການສໍາຮອງ ສູນກາງພັກ 10 ສະຫາຍ (ເພດຍິງ 02 ສະຫາຍ) ແລະ ມີຄຸນລັກສະນະຂອງຄະນະບໍລິຫານງານສູນກາງພັກສົມບູນມີດັ່ງນີ້:
(1). ດ້ານອາຍຸກະສຽນ:
1. ອາຍຸ 60 ປີ ຂຶ້ນໄປມີ 36 ສະຫາຍ (ກວມ 50,70%),
2. ອາຍຸ 46-59 ປີມີ 35 ສະຫາຍ (ກວມ 49,30%),
3. ອາຍຸສູງສຸດ 75 ປີ, ອາຍຸຕໍ່າສຸດ 46 ປີ, ອາຍຸສະເລ່ຍ 59 ປີ,
(2). ບັນດາສະຫາຍກໍາມະການສູນກາງພັກ:
1. ເຂົ້າການປະຕິວັດກ່ອນປີ 1975 ມີ 19 ສະຫາຍ (ກວມ 26,76%),
2. ເຂົ້າການປະຕິວັດພາຍຫຼັງປີ 1975 ມີ 52 ສະຫາຍ (ກວມ 73,24%),
3. ເຂົ້າພັກກ່ອນປີ 1975 ມີ 07 ສະຫາຍ (ກວມ 9,85%).
(ສາມ). ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ:
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄດ້ດໍາເນີນມາເປັນເວລາ 03 ວັນເຕັມ ດ້ວຍຄວາມຮັບຜິດຊອບສູງ, ມາຮອດເວລານີ້ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ ໄດ້ມີຄວາມເປັນເອກະພາບຢ່າງສົມບູນ ຕໍ່ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເປັນຕົ້ນແມ່ນທັດສະນະການຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ປະເມີນຢ່າງກວມລວມ ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມໃນຊຸມປີທີ່ຜ່ານມາ ກໍຄືບັນດາຂໍ້ສະຫລຸບ ແລະ ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງ, ພ້ອມກັນນັ້ນ ກໍໄດ້ໃຫ້ທິດຊີ້ນໍາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີIX.
ອັນນີ້ເປັນການຢັ້ງຢືນຢ່າງໜັກແໜ້ນວ່າພັກເຮົາຍາມໃດກໍຢຶດໝັ້ນໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກໍາແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍຄືຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ມີຄວາມສະດຸ້ງໄວຕໍ່ບັນຫາໃໝ່ ທີ່ເກີດຂຶ້ນ ແລະ ເສີມຂະຫຍາຍຄວາມປະດິດສ້າງໃນການກໍານົດແນວທາງ,ແຜນນະໂຍບາຍຂອງພັກ.
ແນວທາງ,ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແມ່ນການສືບທອດ ເພີ່ມເຕີມເສີມຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາໃຫ້ເປັນລະບົບ ແລະ ບໍລິບູນຂຶ້ນເລື້ອຍໆ ແນໃສ່ສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ສ້າງການຫັນປ່ຽນຮອບດ້ານແຂງແຮງ ແລະ ເລິກເຊິ່ງ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບສະບັບປັບປຸງຂອງພັກ, ເຊີ່ງກົດລະບຽບສະບັບປັບປຸງໃໝ່ນີ້ ເປັນທໍາມະນູນຂອງພັກ ແລະ ແມ່ນແນວທາງການຈັດຕັ້ງຂອງພັກເຮົາ ທີ່ໄດ້ຮັບການບູລະນະໃຫ້ສອດຄ່ອງກັບແນວທາງການເມືອງຂອງພັກເຮົາທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ແນໃສ່ຮັບປະກັນໃຫ້ແກ່ການສ້າງພັກເຮົາໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາໄດ້ຮັບຟັງການລາຍງານກ່ຽວກັບການສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ໃນຖານະທີ່ເປັນອົງການນໍາສູງສຸດ ໃນລະຫວ່າງສອງກອງປະຊຸມໃຫຍ່ຂອງພັກ ເຊິ່ງໄດ້ເສີມຂະຫຍາຍມູນເຊື້ອສາມັກຄີເປັນເອກະພາບພາຍໃນຢ່າງໜັກແໜ້ນ, ເຊີດຊູຄວາມຮັບຜິດຊອບທາງການເມືອງ ຕໍ່ພາລະກິດປະຕິວັດ ແລະ ຊະຕາກໍາຂອງປະເທດຊາດ ເຮັດໃຫ້ຄວາມສາມາດນໍາພາ ແລະ ລັກສະນະເປັນແບບຢ່າງນຳໜ້າຂອງພັກເຮົາໄດ້ຮັບການຍົກສູງຂຶ້ນຕື່ມ.
ເຖິງວ່າສະພາບການສາກົນໄດ້ມີການຜັນແປໄປຢ່າງສະຫລັບສັບຊ້ອນ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດກໍມີສະພາບຄວາມຫຍຸ້ງຍາກຫລາຍປະການກໍຕາມ ແຕ່ຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ມີສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ນັ້ນ ກໍໄດ້ມີຄວາມຕັດສິນໃຈສູງ ນຳພາທົ່ວພັກ, ທົ່ວລັດ ແລະ ປວງຊົນຜ່ານຜ່າຄວາມຫຍຸ້ງຍາກເຫລົ່ານັ້ນ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນໃນການນໍາພາ ພາລະກິດປະຕິວັດຂອງປະເທດເຮົາ ໄປຕາມທິດທາງ ຈຸດໝາຍທີ່ພັກເຮົາວາງໄວ້ແລະ ສາມາດບັນລຸຜົນສໍາເລັດທີ່ສໍາຄັນຫລາຍດ້ານ.
ກອງປະຊຸມໃຫຍ່ ໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ຖືກຕ້ອງຕາມກົດລະບຽບຂອງພັກ,ຮັບປະກັນໃຫ້ມີໂຄງປະກອບບຸກຄະລາກອນທີ່ເໝາະສົມ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກົມການເມືອງສູນກາງພັກ ໄດ້ກໍານົດໄວ້. ບັນດາສະຫາຍທີ່ຖືກເລືອກຕັ້ງເຂົ້າໃນສູນກາງສະໄໝທີ XIນີ້ ສ່ວນຫລາຍມີອາຍຸກະສຽນໜຸ່ມ, ລ້ວນແຕ່ໄດ້ຜ່ານການຝຶກຝົນຫລໍ່ຫລອມ ແລະ ທົດສອບຜ່ານຂະບວນການຕົວຈິງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປັນຜູ້ມີມານະຈິດປະຕິວັດບຸກ, ມີຄວາມໜັກ ແໜ້ນທາງດ້ານການເມືອງ, ມີປະສົບການໃນການນໍາພາ-ຊີ້ນໍາວຽກງານດ້ານຕ່າງໆ;ສະຫາຍເຫລົ່ານັ້ນ ລ້ວນແຕ່ແມ່ນຜູ້ທີ່ດີເດັ່ນ, ຫ້າວຫັນໃນຂະບວນການ,ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກສະມາຊິກພັກ ແລະ ມະຫາຊົນ.
ອັນນີ້ ແມ່ນປັດໄຈສໍາຄັນກວ່າໝູ່ ຮັບປະກັນຄວາມເຂັ້ມແຂງ ແລະ ການຍົກຄວາມສາມາດນໍາພາຂອງພັກເຮົາ ຂຶ້ນໄປສູ່ລະດັບໃໝ່ທີ່ມີລັກສະນະຕັດສິນຊີ້ຂາດຜົນສຳເລັດຕົວຈິງໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ.
ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ, ອັນໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບຢ່າງເຕັມປ່ຽມຂອງພັກເຮົາໃນການຕົກລົງບັນຫາໃຫຍ່ທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຂອງປະເທດຊາດ. ທຸກບັນຫາທີ່ຍົກຂຶ້ນໃນກອງປະຊຸມໃຫຍ່ ລ້ວນແຕ່ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນ.
ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຢືນຢັນຢ່າງໜັກແໜ້ນ ໃນການສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາ ແນໃສ່ສ້າງພື້ນຖານ ແລະ ທ່ວງທ່າໃໝ່ອັນໜັກແໜ້ນໃຫ້ແກ່ການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ຜົນສໍາເລັດຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະຈິດປະຕິວັດອັນແນ່ວແນ່ ແລະ ທັດສະນະຫລັກໝັ້ນຊົນຊັ້ນກໍາມະກອນຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ ກໍສ່ອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄືທຸກພາກສ່ວນ ທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ຂອງພັກເຮົາສາມາດດໍາເນີນໄປດ້ວຍດີ ແລະ ມີຜົນສໍາເລັດຕາມຄາດໝາຍ.
ພວກເຮົາປິຕິຊົມຊື່ນ ແລະ ຂໍສະແດງຄວາມຂອບອົກຂອບໃຈ ຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກປະຕິວັດອາວຸໂສ, ທະຫານ, ຕຳຫລວດ, ສື່ມວນຊົນ, ລັດຖະກອນ, ຕົວແທນຂອງປະຊາຊົນລາວບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ນັບທັງລັດ ແລະ ເອກະຊົນພາຍໃນ ກໍຄື ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມວຽກຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອູ້ມຊູທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ.
ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆທີ່ໄດ້ສົ່ງສານອວຍພອນສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບສະໜູນຕໍ່ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ດ້ວຍ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ.
ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ.
ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ໃນຕໍ່ໜ້ານີ້ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.
ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງ, ແຜນນະໂຍບາຍອັນຖືກຕ້ອງທີ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດຕິດພັນກັບການເຊີດຊູຈິດໃຈຊາດ ເປັນເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງທົ່ວປວງຊົນລາວທັງຊາດ.
ດ້ວຍການສະໜັບສະໜູນຮ່ວມມືຂອງປະເທດອ້າຍນ້ອງເພື່ອນມິດ, ປະເທດຕ່າງໆໃນອາຊຽນ ແລະ ໃນໂລກ ກໍຄືບັນດາອົງການຈັດຕັ້ງສາກົນ, ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ເຖິງຈະຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆນາໆກໍຕາມ, ແຕ່ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພວກເຮົາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກເຫລົ່ານັ້ນໄດ້ ແລະ ຍາດໄດ້ຜົນສໍາເລັດໃຫຍ່ຫລວງກວ່າເກົ່າໃນການນໍາເອົາປະເທດຊາດຂອງພວກເຮົາກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງແນ່ນອນ.
ໃນບັນຍາກາດທີ່ປ່ຽມລົ້ນໄປດ້ວຍນໍ້າໃຈປະຕິວັດບຸກຢ່າງບໍ່ຢຸດຢັ້ງ ແລະ ມີຄວາມໝາຍປະຫວັດສາດນີ້ ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
(ສີ່). ພາກພູມໃຈ ແລະ ຂໍ່ານັບຊົມເຊີຍ "ບ່າຍວັນທີ 15 ມັງກອນ 2021, ສະຫາຍ ສີຈີ້ນຜິງ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ."
ເຖິງ: ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ທີ່ນະຄອນຫລວງວຽງຈັນ.
ສະຫາຍທີ່ຮັກແພງ,
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຮັບຊາບວ່າ ສະຫາຍ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຕາງໜ້າໃຫ້ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີຊົມເຊີຍຢ່າງສຸດໃຈ ແລະ ສົ່ງຄວາມອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດໃໝ່ ມານະທີ່ນີ້ດ້ວຍ.
ນັບແຕ່ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ພາຍໃຕ້ການນໍາພາອັນໜັກ ແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກນນໍາ, ພາລະ ກິດແຫ່ງການກໍ່ສ້າງສັງຄົມນິຍົມຂອງລາວ ໄດ້ມີຄວາມຄືບໜ້າທີ່ສໍາຄັນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງດີຂຶ້ນເລື້ອຍໆ.
ພາຍໃຕ້ສະພາບການໃໝ່ນີ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງສະຫງ່າງາມ ແລະ ມີໄຊ, ເຊິ່ງໄດ້ມີຄວາມໝາຍອັນຍິ່ງໃຫຍ່ ແລະ ສໍາຄັນຫຼາຍຕໍ່ການກໍານົດຍຸດທະສາດທີ່ເປັນລະບົບ ໃຫ້ແກ່ພາລະ ກິດຂອງພັກ ແລະ ປະເທດຊາດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນແກນນໍານັ້ນ, ພັກປະຊາຊົນປະຕິວັດລາວ ແນ່ນອນຈະສາມາດນໍາພາປະຊາຊົນລາວທົ່ວປະເທດ ສືບຕໍ່ມີຄວາມສາມັກຄີເປັນປຶກແຜ່ນ, ບາກບັ່ນສູ້ຊົນ ແລະ ຊຸກຍູ້ເຮັດໃຫ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມນັບມື້ນັບມີໝາກຜົນອັນໃໝ່ ແລະ ຍິ່ງໃຫຍ່ຂຶ້ນໄປເລື້ອຍໆ.
ສອງປະເທດ ຈີນ-ລາວ ເປັນປະເທດສັງຄົມນິຍົມ ຖານບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດອັນດີງາມ ໂດຍຢູ່ພາຍໃຕ້ການເອົາໃຈໃສ່, ຖະໜຸຖະໜອມ ແລະ ຊຸກຍູ້ຮ່ວມກັນຈາກການນໍາແຕ່ລະສະໄໝຂອງສອງພັກ, ສອງປະເທດ ຈີນ-ລາວ, ໄດ້ເຮັດໃຫ້ສາຍພົວພັນສອງປະເທດຮັບການເພີ່ມພູນຄູນສ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດ ຈີນ-ລາວ.
ພາຍໃຕ້ສະຖານະການຂອງໂລກພວມຢູ່ໄລຍະການປ່ຽນແປງ ແລະ ປັ່ນປ່ວນນີ້, ຂ້າພະເຈົ້າ ຍິນດີຮ່ວມກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເພີ່ມທະວີການ ນໍາພາທາງດ້ານການເມືອງຕໍ່ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການພົວພັນຮ່ວມມື ແລະ ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ, ຈັບມືກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ.
ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງປະສົບຜົນສໍາເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ວຽກງານອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງປັກກິ່ງ, ວັນທີ 15 ມັງກອນ 2021
ສີ ຈິ້ນຜິງ
ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ.
(ຫ້າ). ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສຫວຽດນາມ, ເນື່ອງໃນໂອກາດທີ່ ພັກປະຊາຊົນປະຕິວັດລາວ ຫາກໍ່ສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງຕົນ ແລະ ກໍ່ເປັນຄັ້ງທໍາອິດໃນຖານະທີ່ເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ມີໂອກາດສົນທະນາກັບ ສະຫາຍ ຫງວຽນຟູຈ້ອງ ທີ່ເປັນການນໍາຂັ້ນສູງສຸດຂອງຕ່າງປະເທດ ເຊິ່ງເປັນເພື່ອນມິດທີ່ສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ສິ່ງດັ່ງກ່າວເປັນການສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ທີ່ຫາຍາກລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນຜົນສໍາເລັດທີ່ຈົບງາມຂອງານດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ອັນມີສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ນີ້, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກ້າວໄປສູ່ເປົ້າໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕວັດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ມີການສົນທະນາທາງໂທລະສັບເພື່ອຊົມເຊີຍຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຊົມເຊີຍອວຍພອນ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ສະໄໝທີ XI ຂອງພັກປະຊາຊົນ ປະຕິວັດລາວ.
ຂອບໃຈຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນ ກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ ແລະ ບັນດາອົງການຂອງພັກ, ກະຊວງ, ຂະແໜງການ, ແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງມະຫາຊົນຂອງຫວຽດນາມ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງຄູ່ຮ່ວມຕໍາແໜ່ງຂອງລາວ ເຊິ່ງເປັນການສະແດງໃຫ້ເຫັນເຖິງມິດຈິດມິດໃຈອັນດູດດື່ມແຫ່ງສາຍພົວພັນພິເສດ, ຄວາມສະໜິດສະໜົມລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ທັງເປັນການປະກອບສ່ວນເຂົ້າໃນຜົນສໍາເລັດອັນຈົບງາມຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.
ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ແຈ້ງຜົນສໍາເລັດ ກອງປະຊຸມໃຫຍ່ຄັ້ງນີ້ໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສສຫວຽດນາມ ຫງວຽນຟູຈ້ອງ ຊາບໂດຍຫຍໍ້, ໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຜົນສໍາເລັດຂອງ ຫວຽດນາມ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສະຫລາດສອ່ງໃສ, ຖືກຕ້ອງ ແລະ ປະດິດສ້າງຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ ນໍາເອົາປະເທດຫວຽດນາມ ກ້າວຂຶ້ນຕາມທິດສັງຄົມນິຍົມຢ່າງໜັກແໜ້ນ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ໄດ້ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປຕິວັດລາວ ແລະ ຂອບໃຈຕໍ່ການຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງຫວຽດນາມ ໃນໄລຍະຜ່ານມາ ກໍ່ຄືການຕີລາຄາຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ໃນການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ໄດ້ສະແດງຄວາມປິຕີຊົມຊື່ນຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງທີ່ ສປປ ລາວ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ຢືນຢັນຈະສືບຕໍ່ສະໜັບສະໜູນ ສປປລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຍັງໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ຈະມີຂຶ້ນໃນບໍ່ພໍເທົ່າໃດວັນຂ້າງໜ້ານີ້.
ເລຂາທິການໃຫຍ່ທັງສອງ ໄດ້ສະແດງຄວາມປິຕິຍິນດີ ຕໍ່ສາຍພົວພັນພິເສດ ລະຫວ່າງ ລາວ-ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເລິກເຊິ່ງ, ໄດ້ຢືນຢັນວ່າ ສາຍພົວພັນພິເສດລະຫວ່າງສອງປະເທດເປັນບັນຫາຍຸດທະສາດ, ມີຄວາມໝາຍສຳຄັນໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ.
ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ພັກກອມມູນິດຫວຽດນາມ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ພ້ອມດຽວກັນນັ້ນ ກໍ່ອວຍພອນ ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 91 ປີ (3/2/1930-3/2/2021) ແລະ ເນື່ອງໃນໂອກາດປີໃໝ່ປະເພນີຂອງປະຊາຊົນຫວຽດນາມ ທີ່ຈະມາເຖິງ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ເຊືອເຊີນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສຫວຽດນາມ ໃນເວລາອັນເໝາະສົມ ແລະ ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຈະໄປຢ້ຽມຢາມ ສສຫວຽດນາມ ໃນເວລາທີ່ເໝາະສົມ ແລະ ໄດ້ເຊື້ອເຊີນ ສະຫາຍ ຫງວຽນຟູຈ້ອງມາຢ້ຽມຢາມ ສປປລາວ ໃນຕໍ່ໜ້າ.
(ຫົກ). ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ (ພປປລາວ) ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປຈີນ.
(1). ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້:
1. ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສົນທະນາທາງໂທລະສັບໃນຄັ້ງນີ້ ເປັນຄັ້ງທໍາອິດກັບສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ພາຍຫລັງທີ່ ພປປລາວ ຫາກໍສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງຕົນ,
2. ແຈ້ງໃຫ້ການນໍາສູງສຸດຂອງຈີນ ຊາບກ່ຽວກັບຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພປປລາວ ແລະ ໄດ້ສະແດງຄວາມຂອບໃຈ ຄະນະກໍາມະການສູນກາງພັກກອມມູນິດຈີນ ກໍຄື ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ທີ່ໄດ້ສົ່ງຄໍາອວຍພອນ ແລະ ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພປປລາວ ແລະ ຊົມເຊີຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພປປລາວ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພປປລາວ;
(2). ສະຫາຍ ສີ ຈິ້ນຜິງ ໄດ້ສະແດງ:
1. ຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພປປລາວ ແລະ ສະແດງຄວາມຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພປປລາວ ສະໄໝທີ XI,
2. ຄວາມເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ທີ່ມີສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນຜູ້ນໍານັ້ນ, ປະຊາຊົນລາວຈະສາມາດສືບຕໍ່ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້;
(3). ໃນການສົນທະນາ, ການນໍາສູງສຸດຂອງສອງພັກ ລາວ-ຈີນ ໄດ້:
1.ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບທິດທາງໃນການເສີມຂະຫຍາຍສາຍພົວ ພັນຮ່ວມມືໃນຕໍ່ໜ້າ ໂດຍໄດ້ເປັນເອກະພາບກັນໃນການຖືເອົາການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເປັນແຜນປະຕິບັດງານຕົວຈິງ ໃນການສືບຕໍ່ລົງເລິກການຮ່ວມມືສອງຝ່າຍໃນສະພາບການໃໝ່ ດ້ວຍປະສິດທິຜົນ ແລະ ຄຸນນະພາບທີ່ສູງຂຶ້ນກວ່າເກົ່າ,
2. ໂດຍສະເພາະ, ແມ່ນການຮ່ວມມືກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມແຜ່ລະບາດຢູ່ປະເທດຕ່າງໆໃນໂລກປັດຈຸບັນ,
3. ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ, ລັດຖະບານຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານອຸປະກອນການແພດ ແລະ ວັກແຊັງປ້ອງກັນພະຍາດໂຄວິດ-19 ຕະຫລອດໄລຍະທີ່ຜ່ານມາ, ເຊິ່ງເປັນການປະກອບສ່ວນສໍາຄັນໃນການຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ,
4. ການນໍາສູງສຸດຂອງສອງຝ່າຍ ຍັງໄດ້ເອກະພາບກັນໃນການກໍານົດເອົາປີ 2021 ເປັນປີມິດຕະພາບ ລາວ-ຈີນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021),
(4). ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ປະຊາຊົນຈີນ ພາຍໃຕ້ການນໍາພາອັນເດັດດ່ຽວ ຂອງພັກກອມມູນິດຈີນ ຈົ່ງປະສົບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນພາລະກິດສ້າງສັງຄົມນິຍົມທີ່ທັນສະໄໝຮອບດ້ານ, ບັນລຸເປົ້າໝາຍ “100 ປີສອງເຫດການ” ໃນຕໍ່ໜ້າ, ພ້ອມທັງໄດ້ອວຍພອນໃຫ້ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ, ການນໍາຂັ້ນສູງ ພັກ-ລັດ ແລະ ປະຊາຊົນຈີນ ໃນໂອກາດບຸນປີໃໝ່ປະເພນີຂອງປະຊາຊົນຈີນ ທີ່ຈະມາເຖິງໃນມໍ່ໆນີ້.
Chinese President XiJinping said on Thursday that China is ready to work with Laos to further intensify high-level contact, cement strategic communication and deepen experience exchanges on party and state governance.
Xi made the remarks in a telephone conversation with Thongloun Sisoulith, general secretary of the Lao People's Revolutionary Party (LPRP) Central Committee.
(ເຈັດ). ບັນດາພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ວັນທີ 13-15 ມັງກອນ 2021.
(1). ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 07 ອົງການຈັດຕັ້ງຂອງພັກ ແລະ ລັດແຫ່ງ ສສຫວຽດນາມ ແລະ 01 ສຳພັນຄົນລາວຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມຂຳນັບຊົມເຊີຍຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ,
(2) ຊົມເຊີຍຜົນງານໃນຕະຫຼອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊອັນປະເສີດໃຫ້ແກ່ການນໍາພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ສະແດງຄວາມເຊື່ອໝັ້ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບກັບ ພັກປະຊາຊົນປະຕິວັດລາວ,
(3). ການສົ່ງສານຊົມເຊີຍຂອງບັນດາພັກເພື່ອນມິດ ໃນຄັ້ງນີ້, ຖືເປັນຂີດໝາຍສໍາຄັນໜຶ່ງ ທີ່ສະແດງນໍ້າໃຈສາມັກຄີ ແລະການສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະບັນດາພັກເພື່ອນມິດໃນໂລກ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ,
(4). ບັນດາພັກເພື່ອນມິດ ທີ່ໄດ້ສົ່ງສານຊົມເຊີຍມີດັ່ງນີ້:
1. ພັກກອມມູນິດ ຫວຽດນາມ,
2. ພັກກອມມູນິດຈີນ,
3. ພັກແຮງງານເກົາຫຼີ,
4. ພັກກອມມູນິດກູບາ,
5. ພັກປະຊາຊົນກໍາປູເຈຍ,
6. ພັກຣັດເຊຍເອກະພາບ,
7. ພັກກອມມູນິດສະຫະພັນຣັດເຊຍ,
8. ພັກກອມມູນິດຊາວກອມມູນິດຣັດເຊຍ,
9. ພັກກອມມູນິດຍີ່ປຸ່ນ,
10. ພັກປະຊາຊົນມົງໂກນ,
11. ພັກອາແຊັກບາຍຊານໃໝ່,
12. ພັກກອມມູນິດອົດສະຕຣາລີ,
13. ພັກກອມມູນິດສີລັງກາ,
14. ພັກກອມມູນິດຝຣັ່ງ,
15. ພັກກອມມູນິດເຢຍລະມັນ,
16. ພັກກອມມູນິດເກຣັກ,
17. ພັກກອມມູນິດກໍາມະກອນຮົງກາຣີ,
18. ພັກແຮງງານຮົງກາຣີ,
19. ພັກກອມມູນິດຕວັກກີ,
20. ພັກແຮງງານແບນຊິກ,
21. ພັກກອມມູນິດອາກເມນີ,
22. ພັກກອມມູນິດອັງກິດ,
23. ພັກແຮງງານໂອຕຣິດ,
24. ພັກກອມມູນິດເບລາຣູດຊີ,
25. ພັກກອມມູນິດອິນເດຍມາກຊິດ,
26. ພັກຟຸນຊິນເປັກ,
27. ພັກກອມມູນິດຟິລິບປິນ,
28. ພັກແນວໂຮມແຫ່ງຊາດປົດປ່ອຍສີລັງກາ,
29. ພັກກໍາມະກອນສັງຄົມນິຍົມກຣົວຊີ,
30. ພັກກອມມູນິດໂບຮີເມຍ ແລະ ໂມຣາເວຍ,
31. ພັກກອມມູນິດໃນດານມາກ,
32. ພັກກອມມູນິດມານຕາ,
33. ພັກກອມມູນິດຢູໂກສະລາວີໃໝ່,
34. ພັກກອມມູນິດສະວິດ,
35. ພັກກອມມູນິດອາເມລິກາ,
36. ພັກກອມມູນິດປະຊາຊົນແອັດສະປາຍ,
37. ພັກກອມມູນິດຊີຣີ,
38. ພັກກອມມູນິດຊີເລ,
39. ພັກກອມມູນິດສະວາຊີແລນ,
40. ພັກກອມມູນິດອາວຕຼີໂລດ ຂອງນິວຊີແລນ,
41. ພັກກອມມູນິດກາຕາໂລນີ,
42. ພັກກອມມູນິດຊູແອດ,
43. ພັກກໍາລັງການປະຕິວັດສາທາລະນະລັດໂດມີນິກັນ,
44. ພັກກອມມູນິດນອກແວ,
45. ພັກກອມມູນິດປັອກຕຸຍການ,
47. ພັກກອມມູນິດບຣາຊິນ,
48. ພັກກອມມູນິດອາກຊັງຕິນ,
49. ພັກກອມມູນິດເມັກຊິກໂກ,
50. ພັກກ້າວໜ້າສັງຄົມນິຍົມມາຣົກ,
52. 07 ອົງການຈັດຕັ້ງພັກ-ລັດແຫ່ງ ສສຫວຽດນາມ ແລະ ສຳພັນຄົນລາວທີ່ປະເທດຝຣັ່ງ.
The XI Congress of the Lao People's Revolutionary Party ( LPRP) held from 13 to 15 January 2021 has successfully completed today 15 January. The Congress, among others, has elected 71 members of the Central Committee of whom 13 Politburo members and 09 members of the Secretariat of the Party Central Committee. The Congress has also elected 10 associate members of the Party Central Committee.
H.E. Mr.Thongloun Sisoulith, the current Prime Ministre, has been elected the new Secretary General of the Lao People's Revolutionary Party for the next 05 years. The Congress of the Party is one of the most important political events in the country, taking place every 05 years.
Next month on 21 February 2021 the elections of members of the National Aseembly and members of the Provincial People's Assemblies will take place in Laos. The National Assembly will then elect new President, new Vice-President, new Prime Minister and other members of the Government (22 March 2021).
Le XIème Congrès du Parti révolutionnaire populaire lao ( PRPL) s'étant tenu à Vientiane du 13 au 15 janvier 2021 s'est conclu avec grand succès aujourd'hui le 15 janvier.
L' onzième Congrès, parmi d'autres, a élu 71 membres dont 13 membres du Bureau politique ( Politburo), 09 membres du Secrétariat du Comité central. Le Congrès a équalement élu 10 suppléants du Comité central du Parti.
Lors de ce Congrès S.E. M.Thongloun Sisoulith, l'actuel Premier ministre, est élu nouveau Secrétaire Général du Parti révolutionnaire populaire lao pour les 5 prochaines années. Un congrès du Parti est un des évènements les plus importants dans la vie politique du pays, ayant lieu tous les cinq ans.
Le mois prochain, le 21 fevrier, les élections legislatives laotiennes auront lieu afin d'élir les membres de l'Assemblée nationale et les membres des Assemblées populaires provinciales. L'Assemblée natinale élira nouveau Président et nouveau vice-Président de la République démocratique populaire lao ( la RDP Lao), ainsi que nouveau Premier ministre et d'autres membres du Gouvernement de la RDPLao (22 March 2021).
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ