ທ່ານ ທັນສະໄໝ ກົມມະສິດ ໃຫ້ສໍາພາດສື່ມວນຊົນ ເນື່ອງໃນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ - ຫວຽດນາມ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຊຶ່ງເປັນເພື່ອນມິດຍຸດທະສາດອັນ ຍາວນານໄດ້ພາກັນສະເຫຼີມສະຫຼອງ 2 ວັນປະຫວັດສາດອັນສຳຄັນຄື: ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55ປີ (5/9/1962-5/9/2017).
ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ (ປທສ) ຈຶ່ງໄດ້ໃຫ້ໂອກາດ ບັນດາສື່ມວນຊົນທຸກສໍານັກຂ່າວ ເຂົ້າສໍາພາດ ເນື່ອງໃນໂອກາດວັນພິເສດ ລະຫວ່າງ 2 ຊາດ ລາວ-ຫວຽດນາມ ໃນວັນທີ 11 ກໍລະກົດ ຜ່ານມານີ້, ທີ່ຫ້ອງຮັບແຂກກະຊວງດັ່ງກ່າວ. ທ່ານໄດ້ກ່າວວ່າ: ສຸດແຕ່ມີຄວາມປື້ມປິຕິຕໍ່ 2 ວັນປະຫວັດສາດດັ່ງກ່າວ ທີ່ມີມູນເຊື້ອ ການພົວພັນມາຍາວນານ ແລະໄດ້ລົງເລີກ-ຢັ້ງຮາກ ທົ່ວທຸກຂະແໜງການລະຫວ່າງພັກກັບພັກ, ລັດກັບລັດ, ແຂວງກັບແຂວງ ແລະ ປະຊາຊົນກັບປະຊາຊົນ. ຊຶ່ງການພົວພັນດັ່ງກ່າວນີ້ ກໍ່ບໍ່ເຄີຍມີຢູ່ໃສໃນໂລກ ແບບການພົວພັນລະຫວ່າງ 2 ຊາດ ລາວ-ຫວຽດນາມ, ອັນນີ້ກໍ່ແມ່ນຜົນງານ ການນໍາພາອັນໃຫຍ່ຫຼວງ ຂອງສອງຜູ້ນໍາຍິ່ງໃຫຍ່ ຂອງພວກເຮົາ ກໍ່ຄືທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານ ໂຮ່ຈີມິນ ເປັນຜູ້ນໍາພາສາຍພົວພັນດັ່ງກ່າວ ແລະເປັນຜູ້ນໍາພາຈົນສຶບມາຮອດເສັ້ນລູກຫຼານ ປະຄັບປະຄອງມາເຖິງປັດຈຸບັນ ຢ່າງສະເໝີຕົ້ນສະເໝີປາຍ.
ກະຊວງ ປທສ ກໍ່ໄດ້ມີການຮ່ວມມືກັບ ສສ. ຫວຽດນາມ ກໍ່ຄື ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ສສ.ຫວຽດນາມ ຫຼື MIC ນັບຕັ້ງແຕ່ເປັນ ກົມໜຶ່ງຂອງ ກະຊວງ ຍທຂ ຈົນເປັນ ອົງການ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃນປີ 2007 ແລະ ກາຍມາເປັນ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ກະຊວງ ປທສ) ໃນປີ 2011. ຊຶ່ງວ່າໃນໄລຍະຜ່ານມາ ສສ. ຫວຽດນາມ ກໍ່ໄດ້ໃຫ້ການຮ່ວມມືມາຕະຫຼອດ ເປັນຕົ້ນແມ່ນ: ການພັດທະນາບຸກຄະລາກອນ ເຊັ່ນ: ໃຫ້ທຶນການສຶກສາ ລະດັບປະລິນຍາຕີ, ປະລິນຍາໂທ ແລະການຝຶກອົບຮົມໄລຍະສັ້ນ, ການສະໜັບສະໜູນການຄຸ້ມຄອງວຽກງານລະຫັດຊື່ອິນເຕີເນັດ .LA ແລະການຮ່ວມມືດ້ານຄວາມປອດໄພໄຊເບີ້, ການຮ່ວມມືວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຕໍາແໜ່ງວົງໂຄຈອນດາວທຽມລາວ, ໄດ້ຮັບການຊ່ວຍເຫຼືອລ້າລະບົບ ອຸປະກອນກວດກາຄື້ນຄວາມຖີ່ຂອງໂຄງການສ້າງສະຖານີກວດກາຄື້ນຄວາມຖີ່ແຫ່ງຊາດ, ການຖອດຖອນບົດຮຽນ ວຽກງານການຮັບຮອງທາງເອເລັກໂຕຣນິກແຫ່ງຊາດ (CA) ແລະ ວຽກງານລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ວຽກງານການພັດທະນາລະບົບພາສາລາວ ໃນຄອມພິວເຕີ ແລະມືຖື, ການແລກປ່ຽນໃນບັນດາວຽກງານ ນິຕິກຳ ຂອງຂະແໜງການຕ່າງໆ, ການຊຸກຍູ້ໃຫ້ມີການ ຮ່ວມມືລະຫວ່າງບໍລິສັດໂທລະຄົມມະນາຄົມຂອງສອງປະເທດ ແລະການຊຸກຍູ້ໃຫ້ ພະແນກ ປທສ ແຂວງ ໄດ້ມີການຮ່ວມມື ກັບ ສສ. ຫວຽດນາມ ແບບແຮກສ່ຽວ ເຊັ່ນ ການພົວພັນ ລະຫວ່າງ ພະແນກ ປທສ ນະຄອນຫຼວງ ແລະ ພະແນກ ຖະແຫຼງຂ່າວ ແລະ ການສື່ສານນະຄອນໂຮ່ຈີມິນ ທີ່ໄດ້ດຳ ເນີນການມາເປັນ ເວລາ 6 ປີ ແລ້ວ ນັບແຕ່ ປີ 2012 ເປັນຕົ້ນມາ.
ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຫັນໄດ້ວ່າ ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດຫມາຍ ແລະ ໃນຕໍ່ໜ້າ ຈະສຶບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ ກັບ ສສ. ຫວຽດນາມ ເພື່ອຮັດແໜ້ນການຮ່ວມມື ດ້ານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່ຄືວຽກງານ ໄອຊີທີ ໃຫ້ນັບມື້ນັບແຕກດອກອອກຜົນ ໂດຍຜ່ານການປຶກສາຫາລື ແລະ ແລກປ່ຽນຂໍ້ມູນລະຫວ່າງກັນເພື່ອສ້າງເງື່ອນໄຂອັນດີໃນການພັດທະນາ ແລະ ຊຸກຍູ້ສົ່ງເສີມວຽກງານ ໄອຊີທີ ຂອງສອງປະເທດ ທີ່ນັບມື້ນັບ ມີການຂະຫຍາຍຕົວ ໂດຍອີງຕາມວິໃສທັດຂອງ ກະຊວງ ປທສ ໃນການຫັນວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ. ຊຶ່ງມີ 7 ຍຸດທະສາດຫຼັກໃນການພັດທະນາ: 1: ພັດທະນາບຸກຄະລາກອນ, 2 : ການພັດທະນາວຽກງານໄປສະນີ, 3 : ການພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ/ໄອຊີທີ, 4 : ຄວາມປອດໄພດ້ານໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ, 5 : ການພັດທະນາອຸດສາຫະກໍາໄອຊີທີ, 6: ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, 7: ການສ້າງນະວັດຕະກໍາໄອຊີທີ.
ແຫຼ່ງ: ກຊ ເຕັກໂນໂລຊີ ແລະ ການສື່ສານ, ໂດຍ: ຫ້ອງການ, ພະແນກປະຊາສໍາພັນ. / 19/07/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ