ກອງປະຊຸມລັດຖະມົນຕີ ໄອຊີເອັມ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 54 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ໄອຊີເອັມ (the Ministerial Forum on ICM 2017) ທີ່ປະເທດ ສິງກະໂປ, ໃນລະຫວ່າງວັນທີ 22-23 ພຶດສະພາ 2017 ທີ່ຈັດຂຶ້ນໂດຍ ອົງການດັດສົມໂທລະຄົມສິງກະໂປ (IDA),. ພາຍໃຕ້ການເປັນປະທານຂອງ ທ່ານ Yaacob Ibrahim ລັດຖະມົນຕີກະຊວງ ຂໍ້ມູນຂ່າວສານ ແລະ ການສື່ສານ. ມີການເຂົ້າຮ່ວມຂອງ ບັນດາລັດຖະມົນຕີຈາກ 13 ປະເທດ ໃນຂົງເຂດອາຊີປາຊິຟິກ ແລະ ອົງການຈັດຕັ້ງພາກພື້ນ ເຊັ່ນ: ອົງການໂທລະຄົມມະນາ ຄົມອາຊີປາຊີຟິກ (APT), ຕາງໜ້າກອງເລຂາອາຊຽນ ແລະ ຊ່ຽວຊານຈາກ ສະພາເສດຖະກິດສາກົນ (WEF). ກອງປະຊຸມລັດຖະມົນຕີ ໄອຊີເອັມ 2017 ຈັດຂື້ນພາຍໃຕ້ຄໍາຂວັນ “ຄວາມກ້າວໜ້າຂອງຍຸກເສດຖະກິດດິຈິຕອນ”, ຊຶ່ງຫົວຂໍ້ດັ່ງກ່າວ ແມ່ນປະເດັນທີ່ທົ່ວໂລກກໍາລັງໃຫ້ຄວາມສົນໃຈຕໍ່ກັບການຫັນປ່ຽນໄປສູ່ເສດຖະກິດຍຸກດິຈິຕອນ.
ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບ (1) ບົດບາດຄວາມສໍາຄັນຂອງການຫັນປ່ຽນນະວັດຕະກໍາໃໝ່ ທີ່ຈະນໍາມາຊຶ່ງໂອກາດ ແລະ ສິ່ງທ້າທາຍຕໍ່ເສດຖະກິດສັງຄົມໃນຍຸກເສດຖະກິດດິຈິຕອນ. ຊື່ງໄດ້ຍົກເອົາເຫດການ, ຜົນກະທົບ ແລະ ຄວາມສໍາຄັນໃນການນໍາໃຊ້ ເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ ໃນການຫັນປ່ຽນເປັນຍຸກອຸດສາຫະກໍາ 4.0 ຂອງ ປະເທດທີ່ພັດທະນາຈາກທົ່ວໂລກ, ເປັນຕົ້ນການນໍາໃຊ້ຫຸ່ນຍົນ ໃນອຸດສາຫະກໍາການບໍລິການ, ການພັດທະນາ ແລະ ຄວາມສາມາດຂອງການຮຽນຮູ້ຂອງເຄື່ອງຈັກ ແລະ ຄວາມສາມາດຂອງການບໍລິການ ຈາກຖານຂໍ້ມູນຂະໜາດໃຫຍ່ ທີ່ຈະອໍານວຍຄວາມສະດວກໃຫ້ທຸກຂະແໜງການໃນການດໍາເນີນງານ; (2) ວິທີການໃນການຮັບມືຂອງລັດຖະບານ ໂດຍສະເພາະການວາງນະໂຍບາຍ ແລະ ການດັດສົມທີ່ເໝາະກັບສະພາບຂອງການພັດທະນາ ໃນການຫັນປ່ຽນໄປສູ່ເສດຖະກິດ ແລະ ອຸດສາຫະກໍາຮູບແບບໃໝ່ ເພື່ອການພັດທະນາທີ່ຍືນຍົງ, (3) ແນວທາງຂ້າງໜ້າສູ່ເສດຖະກິດິຈິຕອນ ເປັນຕົ້ນ ວິທີການໃນການສົ່ງເສີມການຮ່ວມມືລະຫວ່າງ ລັດຖະບານ ແລະ ພາກທຸລະກິດ, ລັດຖະບານ ແລະ ປະຊາຊົນ ໃນການສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ ທຸລະກິດຮູບແບບໃຫມ່, ສ້າງເງື່ອນໄຂທີ່ອໍານວຍຄວາມສະດວກ ທີ່ສາມາດຕອບສະຫນອງການບໍລິການຫຼາກຫຼາຍຮູບແບບ, ຫຼາກຫຼາຍສີສັນ ເພື່ອໃຫ້ທຸກພາກສ່ວນ ໄດ້ມີສ່ວນຮ່ວມສ້າງແນວທາງທີ່ເປັນຍຸດທະສາດ ແລະ ສອດຄ່ອງກັນຍິ່ງຂຶ້ນ. ພ້ອມດຽວກັນ ກໍ່ຕ້ອງໄດ້ເອົາໃຈໃສ່ບັນຫາ ຄວາມປອດໄພຂອງຂໍ້ມູນຂ່າວສານ, ການປ້ອງກັນຂໍ້ມູນສ່ວນບຸກຄົນ, ເພື່ອເຮັດໃຫ້ການນໍາໃຊ້ເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານເກີດປະໂຫຍດໃນທາງບວກ ແລະ ກໍ່ເພື່ອຫຼຸດຜ່ອນຄວາມສ່ຽງໃນທາງລົບ.
ໃນໂອກາດດັ່ງກ່າວ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ພ້ອມດ້ວຍຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມພິທິເປີດງານ ການແລກປ່ຽນທາງທຸລະກິດຂອງຜູ້ປະກອບການໄອຊີທີ ແລະສື່ມວນຊົນ. ພ້ອມທັງ, ຢ້ຽມຊົມງານວາງສະແດງ CommunicAsia 2017, BroadcastAsia 2017 ແລະ EnterpriseIT 2017 ທີ່ ສູນວາງສະແດງ SUNTEC ແລະ Marina Bay Sands. ໃນງານວາງສະແດງ ມີບັນດາບໍລິສັດຜູ້ປະກອບການໂທລະຄົມມະນາຄົມ, ໄອຊີທີ, ຜູ້ປະກອບການດ້ານໂທລະພາບ, ວິທະຍຸ, ອຸດສາຫະກໍາດ້ານສື່ ແລະ ເນື້ອຫາ ຈາກພາກລັດ ແລະ ເອກະຊົນ ຂອງ ສິງກະໂປ. ນອກນັ້ນ, ກໍ່ຍັງມີຜູ້ວາງສະແດງຈາກພາກພື້ນ ແລະ ສາກົນ ເຂົ້າຮ່ວມສະແດງບັນດາການຄົ້ນຄ້ວາ, ນະວັດຕະກໍາ, ການບໍລິການ ແລະ ຜະລິດຕະພັນ. ພ້ອມນີ້, ໃນງານຍັງມີຈຸດວາງສະແດງໃຫ້ແກ່ ສະຕາດອັບ ແລະ ຜູ້ປະກອບການເຕັກໂນໂລຊີ ຂະໜາດນ້ອຍ ແລະກາງ (Tech-SME) ທີ່ມາຮ່ວມສະແດງຜົນງານ ຊື່ງເປັນການສ້າງໂອກາດໃຫ້ແກ່ການຮ່ວມມືທາງທຸລະກິດຂອງບັນດາຜູ້ປະກອບການ. ໃນໂອກາດດັ່ງກ່າວນີ້, ທ່ານ ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມຫ້ອງວາງສະແດງຂອງ ບໍລິສັດ ດາວທຽມລາວ ເອເຊຍ ປາຊິຟິກ, ຜູ້ໃຫ້ບໍລິການ ການສື່ສານດາວທຽມລາວ ໃນຈຸດທີ່ຕັ້ງ 128.5 ອົງສາຕາເວັນອອກ, ທີ່ເປັນໜື່ງໃນບັນດາຜູ້ວາງສະແດງຕ່າງຊາດ ໃນງານ CommunicAsia2017.
ງານວາງສະແດງແມ່ນຈັດຂື້ນປະຈໍາປີ, ຊື່ງບັນດາທ່ານຜູ້ສົນໃຈໃນການເຂົ້າຮ່ວມງານສາມາດເຂົ້າຕິດຕາມໄດ້ທີ່ http://www.visit-imbx.com
ແຫຼ່ງ: ກຊ ເຕັກໂນໂລຊີ ແລະ ການສື່ສານ, ໂດຍ: ວັນນະພາ ພົມມະທັນສີ / 16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ