ປທສ ເຜີຍແຜ່ຄວາມຮູ້ດ້ານໄອຊີທີໃຫ້ແກ່ນັກສຶກສາ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 53 ຄັ້ງ | ເວລາ | 2024-12-23 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ຮ່ວມກັບ ລັດວິສາຫະກິດ ລາວໂທລະຄົມ ໄດ້ຈັດງານ ກິດຈະກຳເຜີຍແຜ່ຄວາມຮູ້ດ້ານໄອຊີທີໃຫ້ແກ່ນັກສຶກສາພາຍໃນສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ (ICT), ໃນເມື່ອບໍ່ດົນມານີ້, ທີ່ສະຖາບັນດັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ທະວີສັກ ມະໂນທັມ, ຫົວໜ້າກົມ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກະຊວງ ປທສ ແລະ ທ່ານ ສຸພອນ ປັນຍາດາ, ຫົວໜ້າ ຝ່າຍສະໜັບສະໜູນ ນະຄອນຫຼວງ, ລັດວິສາຫະກິດ ລາວໂທລະຄົມ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກິດຈະກຳໃນຄັ້ງນີ້ແມ່ນ ການສະເໜີຄວາມຮູ້ກ່ຽວກັບ ສື່ສັງຄົມອອນລາຍ ໂດຍມີເນື້ອໃນທັງດ້ານດີ ແລະ ດ້ານຫຍໍ້ທໍ້ ທີ່ສົ່ງຜົນກະທົບຕໍ່ສັງຄົມ ພ້ອມທັງໄດ້ ແນະນຳແນວທາງ ການໃຊ້ ສື່ສັງຄົມອອນລາຍ ຢ່າງຖືກຕ້ອງ ແລະ ປອດໄພ. ນອກນັ້ນ ກໍ່ຍັງໄດ້ສະເໜີເນື້ອໃນ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ ແລະ ມີສະຕິໃນການນຳໃຊ້ອິນເຕີເນັດ. ພ້ອມດຽວກັນນັ້ນ, ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ກໍ່ໄດ້ມີການແນະນຳ ການນຳໃຊ້ອິນເຕີເນັດຢ່າງປະຫຍັດ ເລືອກຜະລິດຕະພັນ ໃຫ້ເໝາະສົມກັບຄວາມຕ້ອງການຂອງຕົນ.
ທ່ານ ທະວີສັກ ມະໂນທັມ ກ່າວວ່າ່ “ ປະຈຸບັນ ສື່ສັງຄົມອອນລາຍໄດ້ກາຍເປັນໜຶ່ງປັດໃຈສຳຄັນ ຂອງການດຳລົງຊີວິດ ແລະ ຫຼາຍຄົນກໍ່ຂາດບໍ່ໄດ້ ໂດຍສະເພາະ ແມ່ນການນຳໃຊ້ໃນວຽກງານ, ການເຮັດທຸລະກິດ ຫຼື ການສຶກສາ-ຮຳຮຽນ, ແຕ່ຄຽງຄູ່ກັນນັ້ນ ສື່ສັງຄົມອອນລາຍກໍ່ມີຄວາມສ່ຽງ ແລະ ສ້າງຜົນເສຍຫາຍຫຼາຍຢ່າງໃຫ້ແກ່ຜູ້ໃຊ້ໄດ້ຫຼາຍເຊັ່ນກັນ. ຈາກບັນຫາດັ່ງກ່າວ ຈຶ່ງຈຳເປັນທີ່ພວກເຮົາຕ້ອງຮັບຮູ້ເຖິງຜົນດີ-ຜົນຮ້າຍຂອງການນຳໃຊ້ສື່ສັງຄົມອອນລາຍນີ້ ”.
ໃນການເຜີຍແຜ່ຄັ້ງນີ້ເຫັນວ່າ ບັນດານັກສຶກສາຜູ້ເຂົ້າຮ່ວມມີຄວາມສົນໃຈ ແລະ ຕິດຕາມການນຳສະເໜີເນື້ອໃນແຕ່ລະຫົວຂໍ້ຢ່າງກະຕືລືລົ້ນ ເນື່ອງຈາກໃນຊີວິດປະຈຳວັນແມ່ນໄດ້ໃຊ້ເວລາກັບການນຳໃຊ້ສື່ສັງຄົມອອນລາຍເປັນສ່ວນຫຼາຍຈຶ່ງເຮັດໃຫ້ບັນດາຜູ້ເຂົ້າຮ່ວມເຂົ້າໃຈໄດ້ໄວ ໂດຍສະແດງອອກດ້ວຍການແຂ່ງຂັນກັນຕອບ-ຄຳຖາມຢ່າງຄຶກຄື້ນ ແລະ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ. ໂດຍກິດຈະກຳດັ່ງກ່າວນີ້ ກໍ່ຈະສືບຕໍ່ຈັດຕັ້ງຢູ່ ສະຖາບັນການສຶກສາ, ອົງການປົກຄອງໃນໄລຍະຕໍ່ໄປ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຜົນດີ ແລະ ຫຼີກລ້ຽງ ຜົນຮ້າຍຂອງສື່ສັງຄົມອອນລາຍ.
ໂດຍ: ກົມໄອທີ. /16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ