ປທສ ຫວນຄືນປະຫວັດຄວາມເປັນມາຂອງວັນໂທລະຄົມໂລກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 81 ຄັ້ງ | ເວລາ | 2024-12-22 00:00:00
ເພື່ອລະນຶກເຖິງວັນໂທລະຄົມ ແລະ ວັນສັງຄົມຂ່າວສານໂລກ ຄົບຮອບ 152 ປີ (17/5/1865 -17/5/2017), ກົມໂທລະຄົມມະນາຄົມ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຈຶ່ງໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນໂທລະຄົມໂລກ. ໂດຍໃຫ້ຮູ້ວ່າ, ນັບຕັ້ງແຕ່ໄດ້ມີການລົງນາມ ໃນລັດຖະທໍາມະນູນໂທລະເລກສາກົນ ຄັ້ງທຳອິດ ແລະການສາ້ງຕັ້ງ ສະຫະພາບໂທລະເລກ ໃນປີ 1865 ສະຫະພາບໂທລະຄົມມະນາຄົມສາກົນ ຫຼື ໄອທີຢູ ໄດ້ກໍ່ເປັນສູນລວມ ແຫ່ງການສື່ສານທີ່ກ້າວໜ້າທັນສະໄໝ ເຊີ່ງເລີ່ມຈາກການນຳໄຊ້ໂທລະເລກ ຈົນຮອດການນຳໄຊ້ ພະຫະນະໂທລະຄົມມະນາຄົມ ທີ່ທັນສະໃໝໃນປະຈຸບັນ ເປັນຕົ້ນກໍ່ແມ່ນ ລະບົບໂທລະສັບມືຖືທີ່ກ້າວໜ້າທັນສະໃໝ, ລະບົບອິນເຕີເນັດ, ລະບົບດາວທຽມ. ດັ່ງນັ້ນ, ວັນໂທລະຄົມມະນາຄົມ ແລະ ສັງຄົມຂ່າວສານໂລກໃນປີ 2017 ນີ້, ສະຫະພາບໂທລະຄົມມະນາຄົມສາກົນ ໄດ້ເລືອກເອົາຫົວຂໍ້ “ຂໍ້ມູນຂ່າວສານໃຫຍ່ ເພື່ອຜົນກະທົບໃຫຍ່” “ (Big Data for Big Impact) ເຊິ່ງມີຄວາມໝາຍວ່າ ການເຮັດໃຫ້ພະລັງຂອງຂໍ້ມູນຂ່າວສານອັນໃຫຍ່ນີ້ໄດ້ນຳໄຊ້ເພື່ອການພັດທະນາ ແລະ ສາ້ງກາລະໂອກາດໃນການປຽ່ນແປງປະລິມານຂໍ້ມູນ ທີ່ເຄີຍມີມາກອ່ນນັ້ນໃຫ້ ເປັນຂໍ້ມູນຂ່າວສານ ທີ່ສາມາດຂັບເຄື່ອນການພັດທະນາ. ໂດຍການຄົບຮອບ152 ປີນີ້ ເປັນໄລຍະເວລາທີ່ເປັນປະຫວັດສາດສຳຄັນຂອງຄວາມກ້າວໜ້າ ແລະການຄົ້ນຄິດຜະລິດຂອງຄົນເຮົາການເຕີບໂຕທາງດ້ານວິດທະຍາສາດ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ແລະການສື່ສານ ໃນ 152 ປີທີ່ຜ່ານມານັ້ນ ໄດ້ເປັນໜ້າຊື່ນຊົມ ແລະກໍເປັນສວ່ນໜຶ່ງ ຂອງປະຫັວດສາດ ຂອງ ອົງການໄອທີຢູ ທີ່ເປັນອົງການໜຶ່ງ ໃນການຮວ່ມມືສາກົນ, ຮວ່ມມືລະຫວ່າງ ລັດຖະບານ, ບໍລິສັດເອກະຊົນ ແລະຜູ້ມີ ຫຸ້ນສວ່ນຕ່າງໆ.
ປະເທດລາວຂອງພວກເຮົາ ກໍ່ໄດ້ເຂົ້າເປັນປະເທດສະມາຊິກຂອງສະຫະພາບໂທລະຄົມມະນາຄົມສາ ກົນ ໃນວັນທີ 3/4/1952 ແລະ ວິວັດທະນາການ ດ້ານວິທະຍາສາດ ແລະເຕັກໂນໂລຊີໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ຂະຫຍາຍຕົວຢ່າງວ່ອງໄວ ຈຶ່ງກາຍເປັນພື້ນຖານອັນໜຶ່ງໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ດັ່ງນັ້ນ ສປປ ລາວ ຈຶ່ງໄດ້ກຳນົດເອົາວັນທີ 13 ມີນາ ເປັນວັນໂທລະຄົມມະນາຄົມ ແຫ່ງຊາດຄົບຮອບ 52 ປີ (13/3/1965-13/3/2017). ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືເອົາວຽກງານໂທລະຄົມມະນາຄົມ ແລະການສື່ສານ ເປັນຂະແໜງການໜຶ່ງທີ່ສຳຄັນໃນພາລະກິດປົດປ່ອຍຊາດກໍ່ຄື ໃນການພັດທະນາເສດຖະກິດ ແລະສັງຄົມ ຂອງ ຊາດລາວເຮົາ ສະໄໝ ປະຕິວັດຊາດ ປະຊາທິປະໄຕ ການສື່ສານ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນທຸກໆໄຊຊະນະ.
ໃນໄລຍະຜ່ານມາ, ກະຊວງ ປທສ ໄດ້ເຮັດໜ້າທີ່ ໃນການຄົ້ນຄວ້າຮ່າງນະໂຍບາຍ, ປັບປຸງກົດໝາຍ, ລັດຖະດຳລັດ, ດຳລັດ, ຂໍ້ຕົກລົງ, ຂໍ້ກຳນົດ, ລະບຽບການ, ແຜນຍຸດທະສາດ, ແຜນພັດທະນາໄລຍະຍາວ, ແຜນການຫ້າປີ, ແຜນການປະຈຳປີ, ບັນດາໂຄງການກໍ່ສ້າງທີ່ສຳຄັນ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຄຸ້ມຄອງມະຫາພາກ ຕາມແຜນນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ຄຸ້ມຄອງການຕິດຕັ້ງ ການເຊື່ອມຕໍ່ເຄືອຂ່າຍ, ຄຸ້ມຄອງກຳນົດກົນໄກ ແລະ ລະບຽບການຕ່າງໆທີ່ເໝາະສົມ, ຊີ້ນຳກວດກາທາງດ້ານລາຄາ ອັດຕາຄ່າບໍລິການ ແລະ ຄ່າທຳນຽມ, ຊີ້ນຳກວດກາບັນດາຫົວໜ່ວຍທຸລະກິດ ໃນການປະຕິບັດໜ້າທີ່ຮັບໃຊ້ສັງຄົມ ແລະ ຮັບປະກັນຄວາມປອດໄພ, ຄຸ້ມຄອງ ການນຳໃຊ້ຊັບພະຍາກອນໂທລະຄົມມະນາຄົມ, ພົວພັນກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ຄົ້ນຄວ້າຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ໃນຂົງເຂດວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ຊຶ່ງມີຜົນສຳເລັດທີ່ໄດ້ສ້າງຕັ້ງຂື້ນບົນພື້ນຖານເຊັ່ນ:
- ພື້ນຖານທາງດ້ານການຄຸ້ມຄອງ ແລະນຳພາທີ່ຄົບຊຸດຄື: ຄະນະພັກ, ຄະນະນຳພ້ອມທັງກົງຈັກເສນາທິການ ແລະມີການຈັດຕັ້ງອົງການມະຫາຊົນ.
- ພື້ນຖານທາງດ້ານເຕັກນິກ ແມ່ນມີໂຄງລ່າງຄົບຊຸດ ເພື່ອຄຸ້ມຄອງດ້ານໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານທັງມີນິຕິກຳຮອງຮັບອີກດ້ວຍ.
- ການຊີ້ນຳ-ນຳພາ ວຽກງານມະຫາພາກ ແລະຈຸລະພາກ ຜູ້ປະກອບການດ້ານໄປສະນີ ໂທລະຄົມມະນາຄົມ ແລະການສື່ສານເພື່ອໃຫ້ການນຳໃຊ້ເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານຫຼື ໄອຊີທີ ເຂົ້າໃນທຸກຂະແໜງການ ແລະທົ່ວສັງຄົມ ເກີດປະໂຫຍດສູງສຸດ ແລະປອດໄພດວ້ຍນິຕິກຳທີ່ຮອບດ້ານ ແລະຮັດກຸມ ເພື່ອເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງ ແລະຊຸກຍູ້ໃຫ້ຈຸລະພາກຂະຫຍາຍຕົວຂື້ນເລື້ອຍໆ.
- ຄຸ້ມຄອງທຸລະກິດ: ບັນດາບໍລິສັດ ໄປສະນີ ໂທລະຄົມມະນາຄົມ ແມ່ນຫົວໜ່ວຍທຸລະກິດທີ່ສ້າງລາຍຮັບຕົວຈິງໄດ້ສູງ ແລະປະກອບສ່ວນສຳຄັນໃຫ້ແກ່ງົບປະມານຂອງລັດ. ຂະແໜງໄປສະນີ ໂທລະຄົມມະນາຄົມ ແມ່ນຂະແໜງການທີ່ຂະຫຍາຍຕົວໄວ ອຳນວຍຄວາມສະດວກໃຫ້ແກ່ສັງຄົມ ໃນການສື່ສານ-ຂ່າວສານ(ໄອຊີທີ) ເປັນເຄື່ອງມືຂັບເຄື່ອນການພັດທະນາເສດຖະກິດແລະສັງຄົມໃຫ້ກ້າວຂື້ນໄວ.
- ໄດ້ປັບປຸງ ສູນອິນເຕີເນັດແຫ່ງຊາດ ໃຫ້ສາມາດ ເປັນບອ່ນເກັບຂໍ້ມູນ ແລະທາງຜ່ານຂອງການນຳໃຊ້ ໂທລະສັບ ແລະອິນເຕີເນັດພາຍໃນ ແລະຕ່າງປະເທດ ລວມສູນປະຕູດຽວ, ໄດ້ກໍ່ສ້າງສູນສະກັດກັ້ນ ແລະແກ້ໃຂ ເຫດສຸກເສີນທາງຄອມພິວເຕີ, ກະກຽມຮອບດ້ານໃນການນຳເອົາລະຫັດຊື່ອິນເຕີເນັດສູງສຸດຂອ ງ ສປປ ລາວ(.LA) ມາຄຸ້ມຄອງໄວ້ສູນອິນເຕີເນັດແຫ່ງຊາດ.
- ໄດ້ສຳເລັດການອອກແບບອັກສອນ ແລະແປ້ນພິມພາສາລາວ ແບບເພັດສະລາດ ໃນລະບົບຄອມພິວເຕີ ແລະມືຖືລຸ້ນຕ່າງໆ,ສຳເລັດການພັດທະນາ ວັດຈະນານຸກົມ ລາວ-ອັງກິດ-ລາວ ໃນລະບົບຄອມພິວເຕີ.
- ສຳເລັດການສົ່ງດາວທຽມລາວ ດວງທຳອິດ ( LAOSAT1) ເຂົ້າວົງໂຄຈອນ ຕໍາແໜ່ງ 1280.5 ອົງສາຕາເວັນອອກ ໃນວັນທີ 21/11/2015 ແລະ ເລີ້ມຄວບຄຸມບັນຊາ ໂດຍສະຖານີດາວທຽມພາກພື້ນດິນ ທີ່ຕັ້ງຢູ່ ນະຄອນຫຼວງວຽງຈັນ, ແລະໄດ້ດຳເນີນທຸລະກິດການໃຫ້ບໍລິການການສື່ສານຜ່ານດາວທຽມ ຕາມແຜນການຂອງບໍລິສັດດາວທຽມລາວ ເອເຊຍ ປາຊີຟິກ.
ກະຊວງ ປທສ ໄດ້ວາງ ວິໃສທັດຮອດປີ 2030, ຍຸດທະສາດ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາ 5 ປີ ຄັ້ງທີ II(2016-2020) ຂອງຂະແໜງ ປທສ. ໂດຍອີງໃສ່ສະພາບແວດລອ້ມສາກົນ, ຈຸດພິເສດ, ສະພາວະຄວາມເປັນຈິງຂອງປະເທດ ໃນວຽກງານ ໄອຊີທີ ແລະແນວທາງຍຸດທະສາດ ຂອງການພັດທະນາປະເທດ, ວິໃສທັດ ການພັດທະນາຮອດປີ 2030 ຂອງຂະແໜງການ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພາຍໄຕ້ຄຳຂວັນ ‘ຫັນວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍ ເປັນອຸດສະຫະກຳ ແລະ ທັນສະ ໃໝ, ເປັນເຄື່ອງມືທີ່ສຳຄັນ ໃນການຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ຢືນຍົງ, ເປັນຈຸດເຊື່່ອມໂຍງພາກພື້ນ ແລະສາກົນ, ປະຊາຊົນ ມີສວນຮວ່ມຢ່າງກວ້າງຂວາງ’. ຮອດປີ 2030 ໂຄງລ່າງ ພື້ນຖານດ້ານໂທລະຄົມມະນາຄົມ/ເຕັກໂນໂລຊີສື່ສານ ແລະຂໍມູນຂ່າວສານ (ໄອຊີທີ) ໃຫ້ເປັນລະບົບຄວາມໄວສູງ ຫຼື ບຣອດແບນ, ໄດ້ມາດຖານສາກົນ, ຮອງຮັບເຕັກໂນໂລຊີ ຄອນເວີເຈນ(ເຕັກໂນໂລຊີປະສົມປະສານ)ເປັນຈຸດສູນກາງເຊື່ຶອມໂຍງພາກພື້ນ ແລະສາກົນ, ການບໍລິການໂທລະຄົມມະນາຄົມ/ໄອຊີທີ ແລະສື່ສານ ທຸກປະເພດ ໃຫ້ມີຄວາມສະດວກ, ວອ່ງໄວດ ປອດໄພ, ຄຸນນະພາບສູງ ແລະມີຄວາມພອ້ມໃນການແຂ່ງຂັນກັບສາກົນ.
ພ້ອມນັ້ນ, ກະຊວງ ປທສ ພວກເຮົາ ຕ້ອງໄດ້ເອົາໃຈໃສ່ບຸກບືນສູ້ຊົນ, ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ. ໂດຍຕະ¬ຫລອດຫລາຍປີ¬ຜ່ານ¬ມາ ວຽກງານພື້ນ¬ຖານໂຄງລ່າງການໂທລະຄົມ¬ມະ¬ນາ¬ຄົມ ແລະ ການສື່-ສານລວມທັງດ້ານໄອທີຂອງຂະແໜງ¬ການໄປ¬ສະ¬ນີ ໂທລະຄົມມະນາຄົມ ແລະການສື່ສານໄດ້ມີການຂະ¬ຫຍາຍ¬ຕົວຕໍ່ເນື່ອງໄປໃນຂອບເຂດທົ່ວປະ¬ເທດ ແລະໄດ້ເຊື່ອມໂຍງກັບສາ¬ກົນທີ່ຮັບໃຊ້ວຽກງານຕ່າງໆໄດ້ຢ່າງທັນການ ເປັນ¬ຕົ້ນ: ແມ່ນບໍ¬ລິ¬ການມວນຊົນ, ປ້ອງກັນຊາດ-ປ້ອງກັນຄວາມສະ¬ຫງົບ ແລະວຽກງານວັດ¬ທະ¬ນະ¬ທຳ-ສັງ¬ຄົມ. ຊົມເຊີຍ ວັນໂທລະຄົມມະນາຄົມ ແລະ ສັງຄົມ ຂ່າວສານໂລກ ວັນທີ 17 ພຶດສະພາ ຄົບຮອບ 152 ປີ.
ແຫຼ່ງ: ກະຊວງ ເຕັກໂນໂລຊີ ແລະ ການສືສານ, ໂດຍ: ພວງປະເສີດ ແກ້ວສຸວັນ. / 16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ