ປທສ ຈັດສໍາມະນາ ກ່ຽວກັບຍຸດທະສາດອາຊຽນ ດ້ານອິນເຕີເນັດຄວາມໄວສູງ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 44 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ(ປທສ) ໂດຍສົມທົບກັບກອງທຶນອາຊຽນໄອຊີທີ (ASEAN ICT FUND) ໄດ້ຈັດງານສໍາມະນາກ່ຽວກັບ “ຍຸດທະສາດອາຊຽນ ດ້ານອິນເຕີເນັດຄວາມໄວສູງ” ຢູ່ຂົງເຂດອາຊຽນ ຂອບນະໂຍບາຍ ແລະ ລະບຽບການດ້ານອິນເຕີເນັດຄວາມໄວສູງ, ຂຶ້ນໃນລະຫວ່າງ ວັນທີ 23-24 ມີນາ 2017, ທີ່ໂຮງແຮມລາວພລາຊາ ໂດຍການເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທໍາ, ຫົວໜ້າ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ກະຊວງ ປທສ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ, ພະນັກງານຫຼັກແຫຼ່ງພາຍໃນກະຊວງ, ບັນດາກະຊວງອ້ອມຂ້າງ ແລະ ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມ, ອິນເຕີເນັດ ແລະ ໄອຊີທີ.
ຈຸດປະສົງ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການ ກ່ຽວກັບການວາງແຜນຍຸດທະສາດ, ນະໂຍບາຍ ແລະ ການນໍາໃຊ້ເຕັກໂນໂລຊີ ໃນການພັດທະນາອິນເຕີເນັດຄວາມໄວສູງໃນພາກພື້ນ. ລາວຍັງໄດ້ລາຍງານຄວາມຄືບໜ້າ ແນວທາງການພັດທະນາອິນເຕີເນັດຄວາມໄວສູງໃນອະນາຄົດ ເພື່ອເປັນຈຸດກໍານົດຍຸດທະສາດການຮ່ວມມື, ຂອບນະໂຍບາຍ ແລະ ລະບຽບການດ້ານອິນເຕີເນັດຄວາມໄວສູງ ຕາມແຜນແມ່ບົດ ອາຊຽນໄອຊີທີ 2020. ຜົນຂອງການປຶກສາຫາລື ແລກປ່ຽນບົດຮຽນ ໃນການສໍາມະນາຄັ້ງນີ້ຈະປະກອບສ່ວນເຂົ້າເນື້ອໃນຂອງການສຶກສາໂຄງການໃຫ້ມີຄວາມສົມບູນຂື້ນ, ພ້ອມສາມາດນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ຕົວຈິງ. ສໍາລັບ ສປປ ລາວ ແມ່ນສາມາດນໍາເອົາບົດຮຽນໃນການວາງນະໂຍບາຍໃນການພັດທະນາພື້ນຖານໂຄງລ່າງໄອຊີທີໂດຍສະເພາະໃນເຂດຊົນລະບົດ ເພື່ອສົ່ງເສີມໃຫ້ປະຊາຊົນ ມີໂອກາດນໍາໃຊ້ອິນເຕີເນັດໃນການພັດທະນາ ຄວາມຮູ້, ວຽກງານ, ທຸລະກິດ ແລະ ເສດຖະກິດໃຫ້ຫຼາຍຂື້ນ.
ໃນປະຈຸບັນ ວຽກງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ(ໄອຊີທີ) ໄດ້ມີບົດບາດສໍາຄັນ ແລະ ກາຍເປັນສ່ວນໜຶ່ງຂອງການດໍາລົງລົງຊີວິດໃນສັງຄົມ, ກໍ່ຄືໄດ້ປະກອບສ່ວນສະໜັບສະໜູນ ໃນການພັດທະນາເສດຖະກິດທຸກໆດ້ານ. ໃນນັ້ນການພັດທະນາດ້ານອິນເຕີເນັດຄວາມໄວສູງ ກໍ່ເປັນວຽກງານໜຶ່ງທີ່ບັນດາປະເທດຕ່າງໆໃນອາຊຽນ ລວມທັງ ສປປ ລາວ ໄດ້ໃຫ້ຄວາມເອົາໃຈໃສ່ພັດທະນາເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງລະບົບອິນເຕີເນັດຄວາມໄວສູງ(ລະບົບອິນເຕີເນັດແບບມີສາຍ ແລະ ບໍ່ມີສາຍ)ຢ່າງທົ່ວເຖິງ ເພື່ອຍົກສູງປັດໃຈການດໍາລົງຊີວິດໃນຍົກປະຈຸບັນໃຫ້ສະດອກສະບາຍຂື້ນ. ພ້ອມກັນນັ້ນຍັງໄປຄຽງຄູ່ກັບການເຜີຍແຜ່ນະໂຍບາຍ, ລະບຽບການໃນການຄຸ້ມຄອງໃຫ້ບັນດາຜູ້ມີສ່ວນຮ່ວມທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອການໍາໃຊ້ຢ່າງມີປະສິດທິຜົນ ແລະ ປອດໄພ.
ພ້ອມນີ້ ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. ດັ່ງນັ້ນ ການເຊື່ອມໂຍງອິນເຕີເນັດຄວາມໄວສູງແມ່ນເປັນບຸລິມະສິດອັນໜຶ່ງ ເພື່ອຫັນ ສປປ ລາວ ໃຫ້ເປັນປະເທດໃຈກາງໃນການເຊື່ອມໂຍງພາກພື້ນ, ບັນດາປະເທດສະມາຊິກອາຊຽນ ແມ່ນໄດ້ທຸ້ມເທ ແລະ ຮັດແໜ້ນການຮ່ວມມືໃນພາກພື້ນ ເພື່ອການພັດທະນາໄອຊີທີ ແລະ ບັນດາໂຄງການຕ່າງໆສະໜັບສະໜູນແຜນງານ ເພື່ອຂັບເຄື່ອນປະຊາຄົມອາຊຽນ ໃຫ້ຫັນເປັນດິຈິຕອນ, ຮັບປະກັນຄວາມປອດໄພ ແລະ ການພັດທະນາສັງຄົມແບບຢືນຢົງ.
ແຫຼ່ງ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການ, ພະແນກປະຊາສໍາພັນ. / 16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ