ຄະນະນໍາ ກະຊວງ ປທສ ເຂົ້າຮ່ວມກອງປະຊຸມໂທລະຄົມໂລກປີ 2017
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 47 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມໃຫ່ຍໂທລະຄົມໂລກ (MWC2017) ທີ່ ເມືອງບາເຊໂລນາ, ປະເທດສະເປນ ໃນລະຫວ່າງວັນທີ 27 ກຸມພາ ເຖິງ ວັນທີ 2 ມີນາ ຜ່ານມານີ້, ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ຈັດກອງປະຊຸມລະດັບລັດຖະມົນຕີ, ກອງປະຊຸມສໍາມະນາ, ພົບປະລະຫວ່າງຜູ້ດັດສົມ ແລະ ຜູ້ປະກອບການ ແລະ ງານວາງສະແດງ, ກອງປະຊຸມຍ່ອຍ ແລະ ງານພົບປະແລກປ່ຽນ.
ໃນກອງປະຊຸມດັ່ງກ່າວ ມີບັນດາຜູ້ແທນລະດັບລັດຖະມົນຕີເຂົ້າຮ່ວມຫຼາຍກວ່າ 1500 ຄົນ ຈາກທັງໝົດ 168 ປະເທດ ທົ່ວໂລກ, ຊຶ່ງໄດ້ປຶກສາຫາລື ກ່ຽວກັບບັນດາຍຸດທະສາດ ໃນການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ການວາງນະໂຍບາຍທາງພາກລັດ ເພື່ອຮັບປະກັນການຫຼຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາ, ພ້ອມກັບສົ່ງເສີມໃຫ້ມີການພັດທະນາໄປໃນລວງດຽວກັນ. ພ້ອມດຽວກັນນັ້ນ, ບັນດາຜູ້ແທນຈາກອົງການດັດສົມ ແລະຜູ້ປະກອບການ ຍັງໄດ້ແລກປ່ຽນສະພາບການພັດທະນາ ແລະ ຮັບຟັງການນໍາສະເໜີນະວັດຕະກໍາໃໝ່ໆຂອງປີ 2017 ແລະແຜນທ່າອ່ຽງຂອງການພັດທະນາໄອຊີທີຂອງໂລກ ເປັນຕົ້ນແມ່ນ ການສື່ສານຄວາມໄວສູງ, ການນໍາໃຊ້ອິນເຕີເນັດເຊື່ອມຕໍ່ກັບທຸກອຸປະກອນ, ການນໍາໃຊ້ໄອຊີທີໃນຂະແໜງການສາທາລະນະສຸກ, ການພັດທະນາຕົວເມືອງ, ການຫັນປ່ຽນຂອງອຸດສາຫະກໍາ ແລະຄວາມປອດໄພດ້ານຂໍ້ມູນຂ່າວສານ. ພ້ອມນີ້, ຍັງມີກອງປະຊຸມຍ່ອຍ ອື່ນໆອີກເຊັ່ນ: ກອງປະຊຸມຜູ້ປະກອບການ start-up, ກອງປະຊຸມເຕັກໂນໂລຊີສໍາລັບແມ່ຍິງ, ກອງປະຊຸມລາຍງານປະຈໍາປີ ຂອງສະມາຄົມມືຖືໂລກ GSMA, ງານພົບປະແລກປ່ຽນ (Networking) ຊຶ່ງເປັນໂອກາດໃຫ້ແກ່ຄະນະຜູ້ແທນລາວ ໃນການແລກປ່ຽນ ແລະ ຖອດຖອນບົດຮຽນ ເພື່ອມາສົ່ງເສີມການນໍາໃຊ້ເຕັກໂນໂລຊີ ໃຫ້ກັບຜູ້ປະກອບການໃນ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຊົມຫ້ອງວາງສະແດງຂອງບໍລິສັດຫົວເຫວີຍ(Huawei), ເຊິ່ງທ່ານໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງບໍລິສັດຫົວເຫວີຍ ເຂົ້າໃນການພັດທະນາ ICT ແລະ ການຮ່ວມມືລະຫວ່າງບໍລິສັດຫົວເຫວີຍກັບບັນດາບໍລິສັດໂທລະຄົມຢູ່ລາວ. ໃນງານວາງສະແດງດັ່ງກ່າວ ໄດ້ມີການກ່າວບົດປາໄສ ພາຍໃຕ້ຫົວຂໍ້: “ເພື່ອໃຫ້ໂລກມີການເຊື່ອມຕໍ່ທີ່ດີກວ່າ”. ໃນງານ, ມີຜູ້ຄວບຄຸມດ້ານໂທລະຄົມ ແລະ ຄູ່ຮ່ວມ ເຂົ້າຮ່ວມຫລາຍກວ່າ 100 ພາກສ່ວນ ທີ່ມາຈາກທົ່ວໂລກ ທີ່ໄດ້ນໍາສະເໜີນະວັດຕະກໍາ ແລະ ແນວຄວາມຄິດໃໝ່ໆ ໃນການພັດທະນາຮ່ວມກັນກັບ ບໍລິສັດ ຫົວເຫວີຍ.
ແຫ່ງຊາດ: ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການ, ພະແນກປະຊາສໍາພັນ. / 16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ