ເຕືອນໄພ! ປັດຈຸບັນ ໃນນະຄອນຫຼວງວຽງຈັນ ສະແກມເມີ ກຳລັງລະບາດໜັກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 13 ຄັ້ງ | ເວລາ | 2026-04-09 13:54:36 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-04-09 13:54:37
ເຕືອນໄພ! ປັດຈຸບັນ ໃນນະຄອນຫຼວງວຽງຈັນ ສະແກມເມີ ກຳລັງລະບາດໜັກ
…………………..
ເຕືອນໄພ : ປັດຈຸບັນ ໃນນະຄອນຫຼວງວຽງຈັນ ສະແກມເມີ ກຳລັງລະບາດໜັກ, ໄຟງຽບທີ່ເຫຍື່ອຫຼາຍຄົນບໍ່ສາມາດເປີດປາກໄດ້, ຊຶ່ງມາໃນຮູບແບບຄວາມຮັກ, ໂດຍຈະສະແດງສະຖານະທາງສັງຄົມເປັນຄົນມີເງິນ, ໄຮໂຊ, ຂີ່ລົດລາຄາແພງ, ແຕ່ງຕົວຫຼູຫຼາ ຖ່າຍຮູບ, ການໄປທ່ອງທ່ຽວ ຕາມສະຖານທີ່ຕ່າງໆ ທີ່ໂລກນິຍົມໄປ ໂດຍສະເພາະສະແກມເມີ ທີ່ເປັນຜູ້ຍິງຈະຖ່າຍຮູບຕົນໄປທ່ອງທ່ຽວລົງສື່ສັງຄົມອອນລາຍ, ບາງຄັ້ງກໍ່ເປັນພາບທີ່ AI ສ້າງຂຶ້ນບໍ່ແມ່ນພາບຈິງ ທັງໝົດນັ້ນ ເພື່ອສ້າງຄວາມເຊື່ອໃຫ້ຮູ້ວ່າມີຕົວຕົນແທ້ ເຮັດໃຫ້ເຫຍື່ອເຊື່ອໃຈວ່າພວກເຂົາມີຕົນແທ້ ແລະ ສາມາດໄວ້ວາງໃຈໄດ້ ສ້າງພາບລັກເປັນຄົນມີຖານະ, ເປັນຄົນໃຈບຸນ, ມັກໄປງານທຳບຸນ ເຂົ້າວັດຟັງທຳ, ງານຊ່ວຍເຫຼືອສັງຄົມ ແລະ ເປັນຄົນກວ້າງຂ້ວາງໃນສັງຄົມ ໂດຍສະເພາະແມ່ນພວກເຂົາຈະເຂົ້າຫາຜູ້ມີອຳນາດ ໃນບ້ານເມືອງແລ້ວສະແດງຄວາມມີສາຍສຳພັນທີ່ໃກ້ຊິດກັບຜູ້ມີອຳນາດ, ແຕ່ພວກເຂົາຈະເຂົ້າມາຫາເຈົ້າໃນຖານະຊູ້ສາວ, ຄົນຮັກ (ຟິວແຟນ), ເພືອນສະນິດ ເຂົ້າມາໃນຖານະຊ່ວຍແກ້ບັນຫາໃຫ້ເຈົ້າ, ໃນເມື່ອຫຼອກໃຫ້ເຈົ້າຮັກ, ເຈົ້າເຊື່ອ, ເຈົ້າໄວ້ໃຈ ແລ້ວພວກສະແກມເມີມັນຈະແນະນຳເຈົ້າຫາຊອກທາງຫາເງິນ ແນະນຳວິທີ ທີ່ເຮັດແລ້ວໄດ້ເງິນ ເຊັ່ນຕົວຂອງພວກມັນເອງກໍ່ໄດ້ເງິນຈາກທາງນີ້ ໂດຍມັນຈະໃຫ້ເຈົ້າດາວໂຫຼດແອັບແລກປ່ຽນເງິນຈາກເງິນກີບ ເປັນເງິນ ຄລິບໂຕ ເຊັນ: ແອັບ OKX ພາຍຫຼັງຕິດຕັ້ງແອັບແລ້ວ ເບື້ອງຕົ້ນມັນຈະໃຫ້ເຈົ້າລົງທຶນເງິນຈຳນວນໜ້ອຍໜຶ່ງ(ຂັ້ນຕອນສ້າງຄວາມເຊື່ອ) ໂດຍມັນຈະໃຫ້ ເຈົ້າໂອນເງິນ ກີບ ຈາກບັນຊີທະນາຄານເຈົ້າໄປ ເຂົ້າແອັບ OKX ຫຼື ແອັບອື່ນໆ ທີ່ເປັນສະກຸນເງິນ ຄລິບໂຕ ແລ້ວໃຫ້ເຈົ້າໂອນເງິນຈາກ OKX ຫຼື ແອັບເງິນຄລິບໂຕອື່ນໆ ໄປທີ່ຮ້ານທອງ ຊຶ່ງມັນຈະສົ່ງລິ້ງໃຫ້ເຈົ້າດາວໂຫຼດມາຕິດຕັ້ງໃນໂທລະສັບຂອງເຈົ້າ (ແອບປອມທີ່ມັນສ້າງຂັ້ນ (ລິ້ງແອັບ ຮ້ານຄຳ ແມ່ທອງສຸກປອມ https://www.mstglobalpro.online/Public/app/ ) ຈະຊອກໃນເຝສະໂຕບໍ່ແອັບດັ່ງກ່າວ ຈະມີແຕ່ແອັບຂອງແທ້ທີ່ມັນແອບອ້າງ) ແລະ ແນະນຳໃຫ້ເຈົ້າສະໝັກເປັນສະມາຊິກຮ້ານທອງນັ້ນ ຕົວຢ່າງ: ຮ້ານທອງ ແມ່ທອງສຸກ MTS GOLD แม่ทองสุก(ຮ້ານທອງປອມ ທີ່ມັນສ້າງຂຶ້ນ ບໍ່ແມ່ນຮ້ານທອງແມ່ທອງສຸກແທ້ ມັນແອບອ້າງຮ້ານທອງດັ່ງໆທີ່ມີຊື່ສຽງ) ຫຼື ຮ້ານທອງອື່ນໆ ເພື່ອເກງກຳໄລ ແລ້ວມັນຈະພາເຈົ້າຊື້-ຂາຍທອງຄຳ ເຈົ້າຈະຮູ້ສຶກວ່າໄດ້ເງິນເພີ່ມຂຶ້ນໃນບັນຊີ ຮ້ານທອງທີ່ມັນຊວນເຈົ້າສະໝັກເປັນສະມາຊິກນັ້ນ ພາຍຫຼັງເຈົ້າຊື້-ຂາຍ ໄດ້ກຳໄລແລ້ວ ທຳອິດມັນຈະສອນເຈົ້າຖອນເງິນອອກຈຳນວນໜ້ອຍໜຶ່ງ ເພື່ອໃຫ້ເຈົ້າເຊື່ອວ່າໄດ້ເງິນແທ້ຖ້າເຮັດທາງນີ້ ແລ້ວເງິນຈະເຂົ້າບັນຊີທະນາຄານຂອງເຈົ້າແທ້ ແຕ່ຈຳນວນເງິນທີ່ເຈົ້າຖອນແມ່ນຈະໜ້ອຍກວ່າເງິນທີ່ເຈົ້າໂອນເຂົ້າໄປຕອນທຳອິດ ຕໍ່ມາ ມັນຈະຊວນເຈົ້າລົງທຶນເພີ່ມໂດຍໂອນເງິນສົດເຂົ້າແບບເກົ່າອີກ ເພື່ອເກງກຳໄລຕໍ່ (ເຖິງວ່າເຈົ້າບໍ່ມີເງິນມັນກໍ່ໃຫ້ເຈົ້າໄປຢືມນຳຄົນຮູ້ຈັກ ແລະ ຈະປ້ອນຄຳເວົ້ານຫວານ ແລະ ເວົ້າເຖິງການສ້າງອະນາຄົດຮ່ວມກັນ ແລະ ບອກເຈົ້າບໍ່ຕ້ອງເປັນຫວ່ງການເປັນໜີ້ສິນເພາະພາຍຫຼັງເຮັດໄດ້ກຳໄລ ກໍສາມາດຖອນອອກໃຊ້ໜີ້ເຂົາເຈົ້າຄືນ) ເຈົ້າກໍຈະເຊື່ອຄຳເວົ້າຂອງມັນ ແລະ ໄປຊອກເງິນເພື່ອເພີ່ມເງິນເຂົ້າບັນຊີ້ຮ້ານທອງ ທີ່ສະໝັກນັ້ນແບບເກົ່າ ແລະ ຊື້-ຂາຍທອງຄຳແບບເກົ່າອີກ ບາດນີ້ເຈົ້າຊື້-ຂາຍເກງກຳໄລຕໍ່ ແລ້ວເຈົ້າຢາກຖອນເງິນອອກມາເພື່ອໃຊ້ໜີ້, ແຕ່ເຈົ້າຖອນບໍ່ໄດ້ ມັນບອກເຈົ້າວ່າຕ້ອງໄດ້ເປັນສະມາຊິກ vip ກ່ອນ, ຖ້າຢາກເປັນສະມາຊິກ vip ຕ້ອງເພີ່ມເງິນເຂົ້າອີກເພື່ອເສຍຄ່າທຳນຽມການເປັນສະມາຊິກ VIP, ສ່ວນເງິນໃນບັນຊີ ຮ້ານທອງ ທີ່ເຈົ້າມີເຖິງຊິມີຫຼາຍເທົ່າໃດກໍ່ຕາມແມ່ນບໍ່ສາມາດຫັກເພື່ອເສຍຄ່າທຳນຽມໃດໆໄດ້ເລີຍ ສຸດທ້າຍຖອນເງິນອອກບໍ່ໄດ້ ເຈົ້າເຫັນແຕ່ໂຕເລກ ແຕ່ບໍ່ມີປັນຍາເອົາເງິນອອກ ມັນບອກເຈົ້າມີທາງດຽວໄປຊອກເງິນມາເສຍຄ່າທຳນຽມ ສະມາຊິກ VIP ກໍສາມາດຖອນເງິນໄດ້ແລ້ວ ແຕ່ຖ້າເຈົ້າເຮັດແບບມັນວ່າ ກໍ່ຍັງຈະຖອນອອກບໍ່ໄດ້ຄືເກົ່າ ຈະມີຄ່າພາສີອາກອນ ແລະ ຄ່ານັ້ນຄ່ານີ້ ເພີ່ມມາເລື່ອຍໆ ແລະ ແພງຂຶ້ນເລື້ອຍໆ ເຮັດໃຫ້ເຈົ້າບໍ່ສາມາດເພີ່ມເງິນເຂົ້າໄປໄດ້ອີກ. ສຸດທ້າຍເຈົ້າຕັດສິນໃຈຢຸດ ແລ້ວຈະແຈ້ງທະນາຄານອາຍັດບັນຊີກະບໍ່ໄດ້ ເພາະຂັ້ນຕອນທີ່ເຈົ້າໂອນເງິນຈາກບັນຊີທະນາຄານ ເຂົ້າແອັບ ຄລິບໂຕ ແມ່ນຖືກຕ້ອງຕາມກົດໝາຍ ແລະ ທະນາຄານກໍບໍ່ສາມາດອາຍັດໄດ້ ( ແອັບ OKX ແມ່ນແອັບ exchange crypto ທີ່ເປັນຂອງແທ້ (ບໍ່ແມ່ນແອັບປອມຂອງ scam) ແຕ່… ຄົນທີ່ຫລອກເຈົ້າ ໃຊ້ແອັບນີ້ເປັນຕົວກາງ ໃນການໃຫ້ເຈົ້າໂອນໄປຮ້ານທອງ (ເຊັ່ນ MTS GOLD แม่ทองสุก) ແມ່ນເທັກນິກຂອງພວກມັນເພື່ອ “ຟອກເງິນ” ແລະ ຕັດຮ່ອງຮອຍຊ່ອງທາງຕິດຕາມເງິນ ແບບເຈົ້າບໍ່ສາມາດນຳໄດ້ເລີຍ. ນີ້ແມ່ນວິທີການໜຶ່ງຂອງມັນເທົ່ານັ້ນເອີ້ນວ່າ: (Pig Butchering Scam) ຍັງມີອີກຫຼາຍໆວິທີ່ທີ່ພວກມັນໃຊ້ໃນລໍ້ເຫຍື່ອໃຫ້ຕິດກັບ.
ສະແກມເມີ (scammer) ມີຫຼາຍຮູບແບບ ແຕ່ຫຼັກໆທີ່ພົບເລື້ອຍມີປະມານ 6–8 ປະເພດໃຫຍ່ ຄື:1. ສະແກມລົງທຶນ (Investment Scam) ອ້າງວ່າລົງທຶນແລ້ວໄດ້ກຳໄລສູງ (crypto, forex, stock) ,ໃຫ້ໂອນເງິນໄປກ່ອນ ແລ້ວຫາຍໄປ; 2. ສະແກມຮັກອອນລາຍ (Romance Scam) ສ້າງໂປຣໄຟລ໌ຫຼອກໆ ໃນ Facebook / WhatsApp, ຄຸຍຈົນເຮັດໃຫ້ເຊື່ອໃຈ ແລ້ວຊວນລົງທຶນ; 3. ສະແກມຂາຍຂອງອອນລາຍ (Online Shopping Scam) ຂາຍສິນຄ້າຖືກກວ່າປົກກະຕິ, ໂອນເງິນແລ້ວບໍ່ໄດ້ຮັບຂອງ; 4. ສະແກມຮາງວັນ (Prize / Lottery Scam) ອ້າງວ່າເຈົ້າໄດ້ຮາງວັນ, ແຕ່ຕ້ອງຈ່າຍ “ຄ່າທຳນຽມ” ກ່ອນ; 5. ສະແກມໂທຫຼອກ (Call Center Scam) ອ້າງເປັນຕຳຫຼວດ ຫຼື ທະນາຄານ, ຂູ່ ຫຼື ບອກໃຫ້ໂອນເງິນດ່ວນ; 6. ສະແກມ phishing (ຫຼອກເອົາຂໍ້ມູນ) ສົ່ງ link ປອມ ໃຫ້ login, ຂໂມຍ password / ບັນຊີ; 7. ສະແກມວຽກອອນລາຍ (Job Scam) ອ້າງວ່າງານງ່າຍ ລາຍໄດ້ດີ, ໃຫ້ຈ່າຍຄ່າສະມັກ ຫຼື ຄ່າລົງທະບຽນ; 8. ສະແກມແອັບ / ເວັບປອມ ເຮັດ app ຫຼື website ເຫມືອນຂອງແທ້; ຫຼອກໃຫ້ຝາກເງິນ.
ສະແກມເມີບໍ່ມີແຕ່ຮູບແບບດຽວ ແຕ່ຈະປ່ຽນຮູບແບບໄປເລື້ອຍໆ ແຕ່ຈຸດຮ່ວມຄື “ຫຼອກໃຫ້ເຮົາໂອນເງິນ ຫຼື ໃຫ້ຂໍ້ມູນ”
ແຫຼ່ງ: ຈາກເຫຍືອຜູ້ເຄາະຮ້າຍທີ່ຖືກຫຼອກລວງມາແລ້ວ ໃນເດືອນເມສາ 2026 ນີ້.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



