ສະພາແຫ່ງຊາດ ປະກາດແຕ່ງຕັ້ງ ນາຍົກ-ຮອງນາຍົກ ລັດຖະມົນຕີ ແລະ ກົງຈັກລັດຖະບານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 768 ຄັ້ງ | ເວລາ | 2026-03-23 21:08:00 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-23 21:08:00
ສະພາແຫ່ງຊາດ ປະກາດແຕ່ງຕັ້ງ ນາຍົກ-ຮອງນາຍົກ ລັດຖະມົນຕີ
ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານ ສະເຫລີມໄຊ ກົມມະສິດ, ທ່ານ ຄຳພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ. ພ້ອມນີ້, ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕື່ມອີກ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວອຳລາໜ້າທີ່ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫລອດໄລຍະ 5 ປີຜ່ານມາ (1ສະໄໝ) ຊຶ່ງທ່ານ ສອນໄຊ ສີພັນດອນ ໄດ້ເລີ່ມມາຮັບໜ້າທີ່ ເປັນນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະລັດຖະບານ ຊຸດທີ IX ນັບແຕ່ ວັນທີ 30 ທັນວາ 2022 ເປັນຕົ້ນມາ ໂດຍໄດ້ສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກລັດຖະບານ ຊຸດທີ IX ສຸມເຫື່ອແຮງ, ສະຕິປັນຍາ ແລະ ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາຢາເສບຕິດ ແລະ ບັນຫາເຄັ່ງຮ້ອນໃນສັງຄົມ, ຊຶ່ງສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມ ຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% (ຄາດໝາຍແມ່ນ 4% ຂຶ້ນໄປ), ການເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 5 ປີຕິດຕໍ່ກັນ ເຮັດໃຫ້ສາມາດມີງົບປະມານ ມາຊຳລະໜີ້ສິນຫລາຍຂຶ້ນ ຈຶ່ງເຮັດໃຫ້ລະດັບໜີ້ສິນຫລຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025 ແລະ ມີງົບປະມານເພີ່ມເງິນເດືອນ-ເງິນອຸດໜູນໃຫ້ ພະນັກງານ, ທະຫານ-ຕຳຫລວດ ໄດ້ເພີ່ມຂຶ້ນ ແລະ ອື່ນໆ. ພ້ອມທັງສະແດງຄວາມຂອບໃຈ ມາຍັງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ທີ່ໄດ້ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ຂອງລັດຖະບານ ຢ່າງຢ່າງໃກ້ຊິດ, ພ້ອມດ້ວຍບັນດາການນໍາພັກ-ລັດ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ພະນັກງານ-ລັດຖະກອນທຸກຂັ້ນ ແລະ ປະຊາຊົນບັນ ດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊຸຊ່ວຍເຫລືອ, ຄຽງບ່າຄຽງໄຫລ່, ຮ່ວມກັນຜ່ານຜ່າອຸປະສັກ, ກ້າວຜ່ານຄວາມຫຍຸ້ງຍາກສິ່ງທ້າທາຍທົດສອບຕ່າງໆ ຈຶ່ງເຮັດໃຫ້ລັດຖະບານ ປະຕິບັດໜ້າທີ່ໄດ້ຮັບການມອບໝາຍສໍາເລັດເປັນຢ່າງດີ.
ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີ ຕາມການສະເໜີຂອງທ່ານປະທານປະເທດ. ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊຸມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ X ປະຕິບັດໜ້າທີ່ຂອງຕົນໃຫ້ດີ ດ້ວຍຄວາມຮັບຜິດຊອບການເມືອງທີ່ສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ເຮັດສຳເລັດໜ້າທີ່ທີ່ປະຊາຊົນມອບໝາຍໃຫ້ ໂດຍຍຶດຖືຄະຕິທີ່ວ່າ: "ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນຕ້ອງມາກ່ອນສິ່ງອື່ນໃດ” ແລະ ຖືເອົາ: "ປະຊາຊົນເປັນກົກ ແລະ ອີງໃສ່ສິດ, ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ".
ສພຊ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X
ຂປລ. ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະເໜີໂຄງປະກອບກົງຈັກລັດຖະບານ, ເປົ້າໝາຍແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຊຸດທີ X. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ. ໃນນັ້ນ, ສະພາແຫ່ງຊາດ (ສພຊ) ກໍຄື ສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບຮັບຮອງເອົາ ກົງຈັກການຈັດຕັ້ງຂອງຄະນະລັດຖະບານຊຸດທີ່ 10 ເຊິ່ງປະກອບດ້ວຍ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ດັ່ງນີ້: 1 ກະຊວງປະກັນປະເທດ, 2. ກະຊວງປ້ອງກັນຄວາມສະຫງົບ 3. ກະຊວງການຕ່າງປະເທດ, 4. ກະຊວງຍຸຕິທຳ, 5. ກະຊວງສາທາລະນະສຸກ, 6 .ກະຊວງສຶກສາທິການ ແລະ ກິລາ, 7.ກະຊວງວັດທະນະທຳ ແລະ ທ່ອງທ່ຽວ, 8.ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 9. ກະຊວງການເງິນ, 10.ກະຊວງກະສິກຳ ແລະ ສິ່ງແວດລ້ອມ, 11.ກະຊວງອຸດສາຫະກຳ ແລະ ການຄ້າ 12. ກະຊວງໂຍທາທິການ ແລະ ຂົນສົ່ງ, 13. ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສອງອົງການທຽບເທົ່າກະຊວງໄດ້ແກ່: 1. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ 2. ທະນາຄານແຫ່ງ ສປປ ລາວ. ພ້ອມກັນນີ້ ສະພາແຫ່ງຊາດກໍ່ໄດ້ຮັບຮອງເອົາ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຊຶ່ງປະກອບມີ: ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ; ທ່ານ ຄໍາພັນ ພົມມະທັດ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງຍຸຕິທຳ; ທ່ານ ທອງສະລິດ ມັງໜໍ່ເມກ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງ ປ້ອງກັນປະເທດ; ທ່ານ ສັນຕິພາບ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ; ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານ ພົນໂທ ວັນທອງ ກອງມະນີ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ບົວຄົງ ນາມມະວົງ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ນາງ ໃບຄໍາ ຂັດຕິຍະ ເປັນລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ນາງ ສວນສະຫວັນ ວິຍະເກດ ເປັນລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ທ່ານ ໂພໄຊ ໄຊຍະສອນ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ທ່ານ ເຫລັກໄຫລ ສີວິໄລ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ລິນຄໍາ ດວງສະຫວັນ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ສັນຕິສຸກ ສິມມະລາວົງ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ຄະນະລັດຖະບານ ຊຸດທີ X ນີ້, ລ້ວນແລ້ວແຕ່ໄດ້ຮັບການຝຶກຝົນຫລໍ່ຫລອມ, ຜ່ານການທົດສອບຈາກວຽກງານຕົວຈິງ, ຮັບປະກັນທາງດ້ານມາດຖານ ແລະ ເງື່ອນໄຂຕ່າງໆ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຂອງພັກ-ລັດ ທັງໄດ້ຜ່ານການຄັດເລືອກຢ່າງເປັນລະບົບມາແລ້ວ ແລະ ເຊື່ອໝັ້ນວ່າ ຈະເປັນກໍາລັງແຮງທີ່ສໍາຄັນຊ່ວຍນາຍົກລັດຖະມົນຕີ ໃນການບໍລິຫານວຽກງານຂອງລັດຖະບານ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ຂ່າວ: ທະນູທອງ, ພາບ: ຂັນໄຊ
ທິດທາງໄລຍະ 5 ປີ ສູ້ຊົນໃຫ້ GDP ຂະຫຍາຍຕົວສະເລ່ຍ 6%ຕໍ່ປີຂຶ້ນໄປ
................................
ອີງຕາມບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ 10 ໃນວັນທີ 23 ມີນາ 2026 ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 10 (2026-2030) ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ ໃນຕໍ່ໜ້າ ໄດ້ລະບຸວ່າ: ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ໄລຍະປີ 2026-2035 ເປັນໄລຍະທີ່ ສປປ ລາວ ຈະຂ້າມຜ່ານ, ສ້າງພື້ນຖານໝັ້ນຄົງໃຫ້ກາຍເປັນ ປະເທດທີ່ມີລາຍຮັບປານກາງສູງ ໃນປີ 2035, ເພື່ອສາມາດບັນລຸໄດ້ຕາມເປົ້າໝາຍນັ້ນ ຢູ່ໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ໄດ້ກຳນົດບັນດາຄາດໝາຍຕົ້ນຕໍຄື: ດ້ານເສດຖະກິດ ອັດຕາການຂະຫຍາຍຕົວສະເລ່ຍຂອງ GDP ໃຫ້ຢູ່ໃນລະດັບສະເລ່ຍ 6-7% ຕໍ່ປີ; ຮອດປີ 2035 ການລົງທຶນທາງສັງຄົມຄາດວ່າຈະໃຫ້ເພີ່ມຂຶ້ນຫຼາຍກວ່າ 30% ຂອງ GDP, ອັດຕາເງິນ ເຟີ້ສູ້ຊົນໃຫ້ຫຼຸດລົງມາຢູ່ໃນລະດັບ 4% (+2); ການເກັບລາຍຮັບງົບປະມານແຫ່ງລັດ ໃຫ້ບັນລຸ 21-22% ຂອງ GDP ຂຶ້ນໄປ ໃນໄລຍະປີ 2026-2030 ແລະ 23-24%ຂອງ GDP ຂຶ້ນໄປໃນໄລ ຍະປີ 2031-2035. ດຸນງົບປະມານຄາດວ່າ ເກີນດຸນປະມານ 1% ຂອງ GDP ໃນໄລຍະປີ 2026- 2030 ແລະ ຂາດດຸນ ບໍ່ໃຫ້ເກີນ 3% ຂອງ GDP ໃນໄລຍະປີ 2031-2035. ຮອດປີ 2035 ຫຼຸດຜ່ອນໜີ້ສິນສາທາລະນະລົງມາ ຢູ່ໃນລະດັບ 50-60% ຂອງ GDP ແລະ ໜີ້ສິນຕ່າງປະເທດໃຫ້ເຫຼືອ 40-45% ຂອງ GDP.
ໂດຍມີຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035), ພາຍໃຕ້ຄໍາຂວັນ: “ ຍົກສູງ ຈິດໃຈມຸ່ງໝັັ້ນພັດທະນາຢ່າງແຮງກ້າ, ຕັັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ ”.
ໃນນັ້ນ, ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ຄາດໝາຍຕົ້່ນຕໍດ້ານເສດຖະກິດ: ສູ້ຊົນໃຫ້ GDP ໃນໄລຍະ 5 ປີ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ; GDP ຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາສະຫະລັດ ແລະ GNI ຕໍ່ຫົວຄົນໃຫ້ໄດ້ 2,914 ໂດລາ ສະຫະລັດ ໃນປີ 2030.
ພ້ອມສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 554,400 ຕື້ກີບ ເທົ່າກັບ 20.95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານ ຢູ່ໃນລະດັບ 528,400 ຕື້ກີບ ເທົ່າກັບ 19.96% ຂອງ GDP ແລະ ເກີນດຸນງົບປະມານ 26,000 ຕື້ກີບ ເທົ່າກັບ 0.98% ຂອງ GDP; ຮັບປະກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 5% (±2%), ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າ ຜ່ານລະບົບທະນາຄານ ແລະ ໃຫ້ນໍາເງິນຕາຕ່າງປະເທດ ຈາກການສົ່ງອອກເຂົ້າມາ ໃຫ້ໄດ້ຢ່າງໜ້ອຍ 75%.
ແຫຼ່ງ: ເສດຖະກິດການຄ້າ
5 ຄາດໝາຍຕົ້ນຕໍຂອງແຜນການ 5 ປີ ຄັ້ງທີ X
………………………………………………………………………..
(ສພຊ) - ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ທີ່ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 23 ມີນາຜ່ານມາ, ໂດຍສະເພາະແຜນການ 5 ປີ ຄັ້ງທີ X ເຊິ່ງເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພາຍໃຕ້ຄໍາຂວັນ “ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ” ທີ່ມີ 5 ຄາດໝາຍຕົ້ນຕໍດັ່ງນີ້:
1. ຄາດໝາຍດ້ານເສດຖະກິດ
- ສູ້ຊົນໃຫ້ GDP ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ;
- GDP ຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາ ແລະ GNI ຕໍ່ຫົວຄົນ ໃຫ້ໄດ້ 2,914 ໂດລາ ໃນປີ 2030;
- ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດໃຫ້ໄດ້ 554,400 ຕື້ກີບ ເທົ່າກັບ 20.95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານຢູ່ໃນລະດັບ 528,400 ຕື້ກີບ ເທົ່າກັບ 19.96% ຂອງ GDP ແລະ ເກີນດຸນງົບປະມານ 26 ພັນຕື້ກີບ ເທົ່າກັບ 0.98% ຂອງ GDP;
- ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າກວ່າ 70% ຂອງ GDP;
- ຮັບປະກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5% (±2%), ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າຜ່ານລະບົບທະນາຄານ ແລະ ນໍາເງິນຕາຕ່າງປະເທດຈາກການສົ່ງອອກເຂົ້າມາ ໃຫ້ໄດ້ຢ່າງໜ້ອຍ 75%;
- ສູ້ຊົນລະດົມການລົງທຶນໃຫ້ໄດ້ 636,178 ຕື້ກີບ ເທົ່າກັບ 24% ຂອງ GDP ຂຶ້ນໄປ;
- ສູ້ຊົນການຜະລິດເຂົ້າໃຫ້ໄດ້ 4 ລ້ານໂຕນຕໍ່ປີ, ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 1.9 ຕື້ໂດລາຕໍ່ປີ;
- ດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 22 ລ້ານເທື່ອຄົນ ສ້າງລາຍຮັບປະມານ 8 ຕື້ໂດລາ;
- ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 333,562.60 ລ້ານກິໂລວັດໂມງ;
- ມູນຄ່າການຜະລິດ ແລະ ປຸງແຕ່ງແຮ່ທາດ ໃຫ້ໄດ້ 284,432.8 ຕື້ກີບ.
2. ຄາດໝາຍດ້ານວັດທະນະທໍາ-ສັງຄົມ
- ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 90%, ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 8%;
- ຈໍານວນນັກສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບຕາມຫຼັກສູດທາງການ ໃຫ້ບັນລຸ 50 ພັນຄົນ;
- ສູ້ຊົນເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1,000 ຄົນເດັກນ້ອຍເກີດມີຊີວິດ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1,000 ຄົນເດັກນ້ອຍເກີດມີຊີວິດ;
- ສູ້ຊົນພັດທະນາສີມືແຮງງານໃຫ້ໄດ້ 650 ພັນຄົນ ແລະ ການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411 ພັນຄົນ;
- ສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງຕົວເລກ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 1 ແສນຄອບຄົວ;
- ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ ໃຫ້ຍັງເຫຼືອ 5% ຂອງປະຊາກອນເປົ້າໝາຍ;
- ສູ້ຊົນສະເໜີແຫຼ່ງມໍລະດົກອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ເປັນມໍລະດົກໂລກ, ເສົາຫີນຕັ້ງ ແຂວງຫົວພັນ ແລະ ທາດອີງຮັງ ເຂົ້າບັນຊີສໍາຮອງມໍລະດົກໂລກ ໂດຍອົງການອຸຍແນັສໂກ ແລະ ສູ້ຊົນສະເໜີ “ລາບ, ພິທີສູ່ຂວັນ, ປູ່ເຍີຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫຼາມ” ເຂົ້າເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ.
3. ຄາດໝາຍດ້ານສິ່ງແວດລ້ອມ:
- ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ບັນລຸ 65% ຂອງເນື້ອທີ່ດິນທົ່ວປະເທດ;
- ສູ້ຊົນຂຶ້ນທະບຽນອອກໃບຕາດິນຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນສໍາເລັດ ໃຫ້ໄດ້ 150 ພັນຕອນ;
- ຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ 60% ທຽບໃສ່ລະດັບການປ່ອຍປົກກະຕິ;
- ອັດຕາການນໍາໃຊ້ພະລັງງານສະອາດໃນພາຫະນະຂົນສົ່ງ ໃຫ້ໄດ້ຢ່າງໜ້ອຍ 30% ຂອງພະຫະນະທັງໝົດ;
- ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມຢູ່ບັນດາເມືອງທີ່ຍັງບໍ່ທັນມີ ໃຫ້ໄດ້ 35 ແຫ່ງ, ຂະຫຍາຍຕາໜ່າງສະຖານີອຸທົກກະສາດໃນເຂດທີ່ມີຄວາມສ່ຽງໄພນໍ້າຖວ້ມ ໃຫ້ໄດ້ 25 ແຫ່ງ.
4. ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນ
- ກໍ່ສ້າງ, ປັບປຸງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ເປັນເສັ້ນທາງຫຼວງອາຊຽນຕາມແລວເສດຖະກິດ ໃຫ້ສາມາດຮັບນໍ້າໜັກລົດບັນທຸກໄດ້ 11 ໂຕນ/ເພົາ ໃຫ້ໄດ້ 1,450 ກມ (ໃນນັ້ນ ສູ້ຊົນໃຫ້ພາກເອກະຊົນເຂົ້າມີສ່ວນຮ່ວມດ້ວຍຮູບແບບ OBPRC ໃຫ້ໄດ້ 1 ພັນ ກມ);
- ຫຼຸດຜ່ອນເວລາການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ໄດ້ 40% ໃນປີ 2030 ແລະ ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ກວມເອົາ 45% ຂອງມູນຄ່າການສົ່ງອອກທັງໝົດ.
5. ຄາດໝາຍດ້ານການປົກຄອງ, ການບໍລິຫານລັດ ແລະ ວຽກງານຍຸຕິທໍາ
- ສູ້ຊົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ໄດ້ 18 ເມືອງ ແລະ ສ້າງຕັ້ງຕາແສງ ໃຫ້ໄດ້ 617 ຕາແສງ;
- ສູ້ຊົນສ້າງຕັ້ງສູນບໍລິການຜ່ານປະຕູດຽວ ຢ່າງໜ້ອຍໃຫ້ໄດ້ 35 ສູນ;
- ສູ້ຊົນຕັດສິນຄະດີອາຍາ ໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປ ຂອງຄະດີທັງໝົດ.
ແຫຼ່ງ: ຂ່າວສານ ສະພາແຫ່ງຊາດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


