ກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດໄດ້ເລືອກຕັ້ງ ປະທານປະເທດ ແລະ ຮອງປະທານປະເທດ ແຫ່ງ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-23 20:47:27 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-23 20:47:27
ທ່ານ ທອງລຸນ ສີສຸລິດ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສປປ ລາວ ອີກໜຶ່ງສະໄໝ
ຂປລ. ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມກັນລົງຄະແນນສຽງ ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດແຫ່ງ ສປປ ລາວ ດ້ວຍຄະນະສຽງເຫັນດີເປັນເອກະພາບກັນ. ພ້ອມນີ້, ຍັງໄດ້ເຫັນດີເລືອກເອົາ ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ຂ້າພະເຈົ້າ ຂໍຮັບເອົາໜ້າທີ່ອັນສູງສົ່ງ ແລະ ມີກຽດນີ້ ດ້ວຍຄວາມພາກພູມໃຈ ແລະ ຈະປະຕິບັດໜ້າທີ່ ພາຍໃຕ້ຮົ່ມທຸງຊາດ ອັນສັກກາລະບູຊາ ແລະ ສັກສິດນີ້ ດ້ວຍຊີວິດ. ຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາຕໍ່ ສະພາແຫ່ງຊາດ ທີ່ຊົງກຽດແຫ່ງນີ້ ແລະ ຕໍ່ປະຊາຊົນລາວທັງຊາດວ່າ: ຈະປະຕິບັດໜ້າທີ່ຂອງຕົນໃນພາລະກິດທີ່ຖືກມອບໝາຍນີ້ ດ້ວຍຄວາມຈົງຮັກພັກດີ, ຊື່ສັດ, ບໍລິສຸດ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ; ຈະເດັດດ່ຽວເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ; ຈະອຸທິດສະຕິປັນຍາ ແລະ ເຫື່ອແຮງ ເທົ່າທີ່ຕົນມີຢູ່ ຮ່ວມກັບ ບັນດາສະຫາຍ ການນໍາ ພັກ-ລັດ ແລະ ຈະເຮັດທຸກສິ່ງ ທຸກຢ່າງເພື່ອນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ; ສູ້ຊົນເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ຮັບການພັດ ທະນາຕາມແນວທາງສ້າງຄວາມເປັນເຈົ້າປະເທດຊາດ ຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງສືບຕໍ່ໄປ; ຈະຮ່ວມກັບທຸກພາກສ່ວນສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແນໃສ່ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນລາວບັນດາ ເຜົ່າ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ, ຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ກຳລັງຈະເກີດຂຶ້ນໃນສັງຄົມ ໃຫ້ຕົກໄປເປັນກ້າວໆ; ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມ ແຂງ ເພື່ອສ້າງບັນດາບາດກ້າວເດີນ ກ້າວຂຶ້ນສູ່ຈຸດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ກຳນົດໄວ້.
ທ່ານປະທານປະເທດ ຍັງກ່າວອີກວ່າ: ຈະຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮວມມື ຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ພເ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວປະເທດ ລວມທັງພີ່ນ້ອງຊາວລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງພ້ອມກັນເພີ່ມທະວີ ນໍ້າໃຈ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ເສີມຂະຫຍາຍນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ ປະກອບສ່ວນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ຈຸດໝາຍທີ່ວາງອອກຄື: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ ຂຶ້ນ ໃນປິຕິພູມອັນແສນຮັກ ແລະ ຫວງແຫນຂອງປວງຊົນລາວທັງຊາດຂອງພວກເຮົາ.
ນອກຈາກນີ້, ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຍັງໄດ້ເຫັນດີ ເລືອກເອົາ ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.
ຂ່າວ: ສົມຫວັງ, ພາບ: ຂັນໄຊ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


