5 ປີຜ່ານມາ ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-03-23 20:39:43
5 ປີຜ່ານມາ ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ
ຂປລ. ຕະຫລອດໄລຍະເວລາ 5 ປີຜ່ານມາ, ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ໄດ້ເອົາ ໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວລາໜ້າທີ່ ຂອງປະທານສະພາແຫ່ງຊາດ ຊຸດທີ IX ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 23 ມີນາ 2026 ນີ້ ໂດນທ່ານໄດ້ໃຫ້ຮູ້ວ່າ: ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການສ້າງ ແລະ ປັບ ປຸງກົດໝາຍ ໄດ້ຮັບຜົນສໍາເລັດຫລາຍດ້ານ ເປັນຕົ້ນ ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະ ບັບປັບປຸງປີ 2025, ສ້າງ ແລະ ປັບປຸງກົດໝາຍຕະຫລອດໄລຍະ ຊຸດທີ IX ໄດ້ 86 ສະບັບ ໃນຈໍານວນ 96 ສະບັບ; ພິຈາລະນາຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນກອງ ປະ ຊຸມສະໄໝວິສາມັນ ໃນເດືອນສິງຫາ 2021 ແລະ ໄດ້ພິຈາລະນາບັນດາບັນຫາສາຄັນພື້ນຖານຂອງ ປະ ເທດຊາດ; ໄດ້ຕິດຕາມກວດກາບັນດາບັນຫາເຄັ່ງຮ້ອນຂອງສັງຄົມ ແລະ ມີການປຶກສາຫາລືກັບລັດ ຖະບານແກ້ໄຂ ໂດຍມີການວາງບັນດາມາດຕະການຕົວຈິງ ເຮັດໃຫ້ສະພາບການພັດທະນາເສດຖະ ກິດ-ສັງຄົມ ນັບມື້ມີການຫັນປ່ຽນດີຂຶ້ນ; ສະພາແຫ່ງຊາດໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄົ້ນຄວ້າປັບປຸງກົງ ຈັກຂອງສະພາແຫ່ງຊາດ ໃຫ້ກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດຕິຜົນສູງ ທີ່ສອດຄ່ອງກັບມະຕິຂອງພັກ ເພື່ອປະຕິບັດພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ; ເອົາໃຈໃສ່ປະສານສົມທົບກັບລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນການຈັດຕັ້ງກອງປະຊຸມຮ່ວມປະຈໍາປີ ກໍຄືການກະກຽມເນື້ອໃນສໍາຄັນ ແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມສະພາແຕ່ລະຄັ້ງ, ໄດ້ເສີມຂະຫຍາຍສິດເປັນເຈົ້າໃນການປະກອບຄໍາຄິດຄໍາເຫັນຂອງປະຊາຊົນ ໂດຍຜ່ານສູນກາງແນວລາວ 1 ສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ສາຍດ່ວນ ຕໍ່ກັບການເຄື່ອນໄຫວວຽກງານຂອງສະ ພາແຫ່ງຊາດ ກໍຄື ສະມາຊິກສະພາແຫ່ງຊາດ ແລະ ບັນຫາເຄັ່ງຮ້ອນໃນສັງຄົມ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.
ພ້ອມນີ້, ສະພາແຫ່ງຊາດ ຊຸດທີ IX ໄດ້ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ລັດຖະສະພາສາກົນ ແລະ ພາກພື້ນ, ອົງການຈັດຕັ້ງສາກົນ ແລະ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ແລະ ກອງປະຊຸມສຸດຍອດສາມ ປະທານສະພາແຫ່ງຊາດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ I ໃນປີ 2023 ຜ່ານມາ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


