ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງ ສພຊ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 76 ຄັ້ງ | ເວລາ | 2024-12-22 00:00:00
ໃນລະຫວ່າງວັນທີ 13-14 ຕຸລາ ຜ່ານມາ ທີ່ເມືອງວຽງຄໍາ ແຂວງວຽງຈັນ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ (ສພຊ) ໃນຂົງເຂດກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໂດຍການເປັນປະທານຂອງ ທ່ານ ບຸນຕາ ເທບພະວົງ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາທ່ານສະມາຊິກສະພາແຫ່ງຊາດທີ່ເປັນຄະນະກໍາມະການຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຈາກ 18 ແຂວງທົ່ວປະເທດ (ຜ່ານທາງອອນລາຍ) ແລະ ບັນດາທ່ານຊ່ຽວຊານ-ນັກຄົ້ນຄວ້າ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະເໜີແຜນການຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການພັດທະນາຖານຂໍ້ມູນ 5 ປີ ຄັ້ງທີ IX (2021-2025); ແຜນການຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບ ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ກວດສອບ ແລະ ກວດກາ 5 ປີ ຄັ້ງທີ IX (2021-2025); ແຜນການເຄື່ອນໄຫວການສ້າງ ແລະ ເຊື່ອມໂຍງຖານຂໍ້ມູນ ຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໃນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025); ແຜນການເຄື່ອນໄຫວ, ສ້າງ ແລະ ເຊື່ອມໂຍງຖານຂໍ້ມູນຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບໃນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025); ການປະກອບຄໍາເຫັນໃສ່ແຜນການຕິດຕາມກວດກາ, ວິທີວິທະຍາການປະເມີນຜົນ ແລະ ການພັດທະນາຖານຂໍ້ມູນ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ, ແຜນເງິນຕາ, ກວດສອບ ແລະ ກວດກາກັບພາກສ່ວນກ່ຽວຂ້ອງ ຈາກຕາງໜ້າ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສູນສະຖິຕິແຫ່ງຊາດ ແລະ ບັນດາແຂວງ; ການສະເໜີບົດລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 9 ເດືອນ ແລະ ຄາດຄະເນໝົດປີ 2023; ບົດລາຍງານແຜນການຈັດຕັ້ງປະຕິບັດມະຕິກອງປະຊຸມ ສພຊ ກ່ຽວກັບແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 9 ເດືອນ ແລະ ຄາດຄະເນປີ 2023 ຈາກຕາງໜ້າກະຊວງການເງິນ; ບົດລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບແຜນເງິນຕາກາງສະ ໄໝ 5 ປີ ຄັ້ງທີ IX (2021-2025), ແຜນເງິນຕາ 9 ເດືອນ ແລະ ຄາດຄະເນໝົດປີ 2023 ຈາກຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ລາຍງານຜົນການກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ສພຊ ກ່ຽວກັບແຜນງົບປະມານແຫ່ງລັດ ປະຈໍາປີ 2022, ການກວດສອບມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມ ສພຊ ຈາກຕາງໜ້າອົງການກວດສອບແຫ່ງລັດ ແລະ ການສະເໜີລາຍງານຜົນການກວດກາຕາມຜົນການກວດສອບການຈັດຕັ້ງປະຕິບັດມະຕິກອງປະຊຸມ ສພຊ ກ່ຽວກັບແຜນ ການກວດກາ ປະຈໍາປີ 2023 ແລະ ການແກ້ໄຂຜົນການກວດກາ ຕາມມະຕິກອງປະຊຸມ ສພຊ ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບັນດາຫົວຂໍ້ຕ່າງໆທີ່ນໍາມາສະເໜີ ແລະ ຕາມຄໍາເຫັນເຈາະຈີ້ມຂອງປະທານກອງປະຊຸມໃນກອງປະຊຸມຄັ້ງນີ້; ໂອກາດດັ່ງກ່າວ ທ່ານ ບຸນຕາ ເທບພະວົງ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນດໍາເນີນເປັນເວລາ 2 ວັນ ແຕ່ເນື້ອໃນທີ່ຈະນໍາມາສະເໜີໃນກອງປະຊຸມຄັ້ງນີ້ ແມ່ນມີຈໍານວນຫຼາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາທ່ານຄະນະຮັບຜິດຊອບ, ນັກຄົ້ນຄວ້າ, ຊ່ຽວຊານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍາດເວລາປະກອບຄໍາເຫັນ ເພື່ອເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການ STEPS.
(ແຫຼ່ງ:ປະຊາຊົນ, ຂ່າວ-ພາບ: ສອນສັກ ວັນວິໄຊ)/16-10-2023
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ