ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-03-17 20:24:47
ໃນວັນທີ 19 ພະຈິກ 2025, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ປະຈຳ ສປປ ລາວ ໄດ້ຈັດ ກອງ ປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາບໃຕ້ຫົວໜ້າຂໍ້ “ເພີ້ມທະວີ ການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ , ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”
ໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂກອງປະຊຸມຢ່າງເປັນທາງການ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ດໍາເນີນກອງປະຊຸມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະຊີ້ນໍາລະດັບຊາດເພື່ອຂະບວນການ ໂຕະມົນ ເຊິ່ງມີຜູ້ແທນເຂົ້າຮ່ວມ ປະກອບມີ ບັນດາທ່ານລັດຖະມົນຕີ, ປະທານກຳມາທິການສະພາແຫ່ງ ຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານອົງການທຽບເທົ່າກະຊວງ ແລະ ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ບັນດາທ່ານຜູ້ແທນລະດັບສູງຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ ບໍ່ສັງກັດລັດຖະບານ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມໃນກອງປະຊຸມ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນໃຫ້ຄວາມສໍາຄັນຂອງຂະບວນການກອງປະຊຸມໂຕະມົນ ໄດ້ຜ່ານວິວັດທະນາການໃນແຕ່ລະໄລຍະເພື່ອໃຫ້ສາມາດເປັນເວທີ ທີ່ພາກລັດຮ່ວມກັບອົງການເຄື່ອຂ່າຍ ສປຊ, ບັນດາປະເທດເພື່ອນມິດຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນໃນສັງຄົມ ສາມາດປຶກສາຫາລືແບບກວ້າງຂວາງ ແລະ ລົງເລິກ ແນໃສ່ເພື່ອສາມາດແກ້ໄຂບັນດາສິ່ງທ້າທາຍ ແລະ ວາງແຜນການຮ່ວມມືຢ່າງມີປະສິດທິຜົນ. ການສະໜັບສະໜູນ ແລະ ຊ່ວຍ ເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ເພື່ອສ້າງທຸກເງື່ອນໄຂໃຫ້ແກ່ການຫຼຸດພົ້ນອອກຈາກ ສະຖານະ ພາບດ້ອຍພັດທະນາໃນອະນາຄົດ.
ເພື່ອຮັບປະກັນ ແລະ ຍົກສູງທິດທາງການພັດທະນາ ຂອງ ສປປ ລາວ ໃນໄລຍະໃຫມ່ ໂດຍສະເພາະການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີຜົນສໍາເລັດໝາກຜົນເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໂດຍໃຫ້ທຸກທ່ານ ຕ້ອງໄດ້ສຸມໃສ່ຄົ້ນຄວ້າດ້ານນະໂຍບາຍການພັດທະນາ, ການຮ່ວມມື ແລະ ມາດຕະການເພື່ອສາມາດ ສະໜັບສະໜູນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ການພັດທະນາຊັບພະຍາກອນມະນຸດທີ່ມີປະສິດຕິພາບ, ສົ່ງເສີມຊີວິດການເປັນຢູ່ທີ່ດີ ແລະ ສັງຄົມມີຄວາມສະຫງົບສຸກ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກ ຜົນກະທົບຕ່າງໆ, ສ້າງໂຄງລ່າງພື້ນຖານໂຄງລ່າງເພື່ອການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ປັບປຸງການຄຸ້ມຄອງ ບໍລິຫານລັດ ໃຫ້ມີປະສິດທິຜົນ ແລະ ໂປ່ງໃສ, ສືບຕໍ່ຊຸກຍູ້ໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຮັບປະກັນ ຄວາມໝັ້ນທ່ຽງ ຂອງເສດຖະກິດມະຫາພາກ, ຮັກສາອັດຕາການເຕີບໂຕໃຫ້ຢູ່ໃນລະດັບສະເລ່ຍບໍ່ຫຼຸດ 5%. ພ້ອມດຽວກັນ, ກໍຕ້ອງໄດ້ຮັບປະກັນວ່າ ການຈັດຕັ້ງປະຕິບັດແຜນພັດທະນາແຫ່ງຊາດ, ແຜນພັດທະນາຂະແໜງການ ແລະ ທ້ອງຖິ່ນ ໃຫ້ສອດ ຄ່ອງ-ກົມກຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍຄືບັນດາເປົ້າໝາຍຂອງສາກົນທີ່ໄດ້ຮັບຮອງຜ່ານມາ, ຮັບປະກັນໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະ ຍືນຍົງ.
ຈຶ່ງ ຂໍໃຫ້ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໂຕະມົນໃນຄັ້ງນີ້ ຈົ່ງພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາບົດພື້ນຖານຈິດໃຈແຫ່ງການຮ່ວມມືທີ່ດີ ເພື່ອຮ່ວມກັນກຳນົດທິດທາງ ແລະ ມາດຕະການທີ່ເປັນຮູບປະທຳ ເພື່ອຮັບມືກັບສິ່ງທ້າທາຍ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ, ເຮັດໃຫ້ການຮ່ວມມືດ້ານການພັດທະນາຂອງພວກເຮົາ ມີປະສິດທິ ຜົນສູງຍິ່ງຂຶ້ນເປັນກ້າວໆ, ພ້ອມນີ້, ໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍຫມາກຜົນຂອງກອງປະຊຸມໂຕະມົນໃນຄັ້ງນີ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດ ທະນາຂອງຂະແຫນງ ການ ໃຫ້ເປັນອັນລະອຽດ ໂດຍສອດຄ່ອງກັບແຜນບູລິມະສິດແຫ່ງຊາດ.ພ້ອມກັນນີ້, ໃນທີ່ປະຊຸມໄດ້ຟັງການກ່າວມີຄໍາເຫັນຜ່ານທາງວິດີໂອ ຂອງທ່ານ ນ. ອາມິນາ ເຈ. ໂມຮັມເມັດ (Ms. Amina J. Mohammed), ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ປະຈຳສຳນັກງານໃຫຍ່, ທີ່ ນິວຢອກ ສ. ອາເມ ລິກາ ແລະ ກ່າວມີຄຳເຫັນ ໂດຍ: ທ່ານ ເດວິດ ແມັກລາແລນ-ຄາ, ຜູ້ອຳນວຍການອົງການສະຫະປະຊາາດ ດ້ານການປະສານງານ ເພື່ອການພັດທະນາ ປະຈຳ ພາກພື້ນອາຊີ-ປາຊີຟິກ
ພາຍຫຼັງຮັບຟັງ ຄໍາປາໄສ, ຄໍເຫັນ ແລະ ທິດຊີ້ນໍາ ຈາກຄະນະນໍາຂັ້ນສູງຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາແລ້ວ ກອງປະຊຸມກໍ່ດໍາເນີນໄປໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຮ່ວມກັບ ທ່ານ ທ່ານ ເດວິດ ແມັກຄາເລນ-ຄຣາ (David Mclachlan-Karr), ຜູ້ອໍານວຍການ ອົງການຫະປະຊາຊາດ ດ້ານການປະສານງານ ເພື່ອການພັດທະນາ ປະຈຳພາກພື້ນອາຊີ-ປາຊິຟິກ
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ໄດ້ຕີລາຄາສູງເຖິງຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ທີ່ຄວາມໝາຍຄວາມສໍາຄັນ ແລະ ເຕັມໄປດ້ວຍ ເນື້ອໃນທີ່ອຸດົມສົມບູນ ເພື່ອໃຫ້ແຕ່ລະພາກສ່ວນນໍາໄປຄົ້ນຄວ້າ ແລະ ຮ່ວມກັນຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ສໍາລັບປີ 2026 ເພື່ອແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ການບັນລຸ 6 ຄາດໝາຍທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃນພາກເປີດກອງປະຊຸມຄື: (1) ການສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ, (2) ການພັດທະນາຊັບພະຍາກອນມະນຸດ, (3) ສົ່ງເສີມຊີວິດການເປັນຢູ່ທີ່ດີ ແລະ ສັງຄົມທີ່ໜ້າຢູ່, (4) ປົກປັກ ຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຕ່າງໆ, (5) ສ້າງໂຄງລ່າງທີ່ມີຄວາມທົນທານ ເພື່ອເຊື່ອມໂຍງ-ເຊື່ອມຈອດ ໃນທຸກລະດັບ, ແລະ (6) ປັບປຸງການຄຸ້ທຄອງບໍລິຫານລັດ ຢ່າງມີປະສິດທິຜົນ. ສືບຕໍ່ຊຸກຍູ້ເຮັດໃຫ້ເສດຖະກິດ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຮັບປະກັນຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ, ການກະກຽມຄວາມພ້ອມໃນການຫຼຸດພົ້ນ ອອກຈາກ ສະຖານະພາບດ້ອຍພັດທະນາຕ້ອງປັບປຸງບາງໜ້າວຽກຕົ້ນຕໍ ເປັນ ຕົ້ນແມ່ນ: ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ການພັດທະນາມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມບົດບາດການມີສ່ວນຮ່ວມຂອງພາກເອກະຊົນ ຕໍ່ກັບການພັດທະນາ , ເພີ່ມທະວີປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາ, ການພັດທະນາເສດຖະກິດ-ສັງຄົມຄຽງຄູ່ກັບການປົກປັກ ຮັກສາສິ່ງແວດລ້ອມຕາມທິດທາງຍຸດທະສາດການເຕີບໂຕສີຂຽວ ແຫ່ງຊາດ ຂອງ ສປປ ລາວ ຮອດປີ 2030 ລວມທັງບັນດາ ເປົ້າ
ໝາຍການພັດທະນາແບບຍືນຍົງ ພ້ອມດຽວກັນກັບພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ, ເພີ່ມທະວີ ການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງການພັດ ທະນາ ລະຫວ່າງ ຕົວເມືອງ ແລະຊົນນະບົດ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ສືບຕໍ່ທົບທວນຍຸດທະສາດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນແລະສ້າງຂີດຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ ພາຍໃນ ດ້ວຍການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃນການດໍາເນີນທຸລະກິດ ໃຫ້ດີຂຶ້ນ, ສົ່ງເສີມການຈັດຕັ້ງປະຕິບັດ ນະໂຍບາຍການປົກຄອງ ແລະ ການບໍລິຫານທີ່ດີ ໂດຍຜັນຂະຫຍາຍເນື້ອໃນຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນ ເອງ ແລະ ລົງເລິກການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຫັນເປັນທັນສະໄໝ, ສືບຕໍ່ ສ້າງຕັ້ງຕາແສງ ແລະ ປະຕິບັດວຽກງານ 3 ສ້າງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທຳ, ສືບຕໍ່ເພີ່ມທະວີການເກັບລາຍຮັບ ຂອງຊາດໃຫ້ສາມາດບັນລຸຕາມເປົ້າໝາຍໂດຍສະເພາະການປັບປຸງລະບຽບກົດໝາຍການເກັບພາສີ-ອາກອນ ໃຫ້ແທດເໝາະກັບສະພາບເສດຖະກິດຂອງລັດຖະບານ ລວມທັງການນໍາໃຊ້ລະບົບເຕັກໂນໂລຊີທັນສະໃໝເຂົ້າໃນການເກັບພັນທະຂອງ ລັດຖະບານ ເພື່ອໃຫ້ມີຄວາມສະດວກໃນການເກັບກໍາລາຍງານ ແລະ ມີຄວາມໂປ່ງໃສສູງ, ຍົກລະດັບການກະກຽມຄວາມ ພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳມະຊາດ ດ້ວຍການຍົກລະດັບຂີດຄວາມສາມາດວຽກງານປ້ອງກັນ ແລະ ຟື້ນຟູໄພພິບັດ, ປັບປຸງລະບົບການເຕືອນໄພລ່ວງໜ້າ, ການແລກປ່ຽນຂໍ້ມູນ-ຂ່າວສານ ການເຕືອນໄພ ແລະປະສານສົມທົບ ກັບປະເທດເພື່ອນມິດ ທີ່ມີຊາຍແດນຕິດຈອດກັນ ໃນການຮັບມືກັບໄພ ພິບັດຮ່ວມກັນ, ສຶກສາຄວາມສ່ຽງ ແລະການສ້າງແຜນ ຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະເອົາໃຈໃສ່ ໃຫ້ຊ່ວຍເຫຼືອຊຸມຊົນທີ່ມີຄວາມສ່ຽງສູງ, ສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືກັບຄູ່ ຮ່ວມພັດທະນາລະດົມຂົນຂວາຍການສະໜັບສະໜູນທາງດ້ານເຕັກນິກວິຊາການ, ທຶນຮອນຈາກບັນດາປະເທດເພື່ອນມິດ, ຄູ່ ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ ແລະທົ່ວສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໝັ້ນທ່ຽງ ແລະ ຍືນຍົງທີ່ສຸດຕາມທິດການພພັດທະເສດຖະກິດສີຂຽວ ແລະ ຍືນຍົງ.
ແຫຼ່ງ: ປະຊາຊົນ, ຂ່າວ:ກະຊວງການເງິນ,ພາບ:ພູວຽງຄຳ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



