ກອງປະຊຸມສຳມະນາ ການຕິດຕາມການຈັດຕັ້ງປະຕິບັດ ຜົນການທົບທວນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 80 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 28 ພຶດສະພາ ນີ້ ທີ່ອົງການກວດກາແຫ່ງລັດ, ໄດ້ຈັດກອງປະຊຸມສຳມະນາການຕິດຕາມການຈັດຕັ້ງປະຕິບັດ ຜົນການທົບທວນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງຂຶ້ນ ໂດຍການເປັນປະທານຮ່ວມ ກ່າວເປີດພິທີ ຂອງ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ນາງ ແອນນິກ້າ ໄວສ ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງ ອົງການຕ້ານຢາເສບຕິດ ແລະ ອາດຊະຍາກຳ ແຫ່ງສະຫະປະຊາຊາດປະຈຳພາກພື້ນອາຊີ ແລະ ປາຊີຟິກ, ພ້ອມດ້ວຍ ວິທະຍາກອນ ສຳມະນາກອນຈາກບັນດາກະຊວງ-ອົງການ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານຢາເສບຕິດ ແລະ ອາດຊະຍາກຳແຫ່ງສະຫະປະຊາຊາດ UNODC ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອປະເມີນຄວາມຄືບໜ້າຂອງສົນທິສັນຍາ UNCAC: ພິຈາລະນາຄວາມຄືບໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ແນະນຳການທົບທວນຂອງສົນທິສັນຍາຕ້ານການສໍ້ລາດບັງຫຼວງ ຂອງສະຫະປະຊາຊາດ (UNCAC) ຈາກທັງສອງຮອບວຽນຂອງກົນໄກການກວດກາການຈັດຕັ້ງປະຕິບັດຂອງສົນທິສັນຍາ, ເພື່ອເສີມຂະຫຍາຍຄວາມສາມາດ ແລະ ຄວາມຮູ້: ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ລະຫວ່າງພາກສ່ວນກ່ຽວຂ້ອງ, ເພື່ອກຳນົົດຄວາມຕ້ອງການການຊ່ວຍເຫຼືອດ້ານວິຊາການ: ກຳນົດບັນຫາທີ່ຕ້ອງໄດ້ຮັບການຈັດລຳດັບຄວາມສຳຄັນ ແລະ ຕ້ອງການໃຫ້ມີການຊ່ວຍເຫຼືອດ້ານວິຊາການເພື່ອເສີມສ້າງຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງ, ເພື່ອສ້າງຂັ້ນຕອນໃນການປະຕິບັດຕໍ່ໄປ: ເຂົ້າຮ່ວມການສົນທະນາເພື່ອສ້າງຂັ້ນຕອນຕໍ່ໄປທີ່ສາມາດປະຕິບັດໄດ້ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດສົນທິສັນຍາ, ເພື່ອເສີມສ້າງການມີສ່ວນພົວພັນຫຼາຍອົງການ: ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ, ເພື່ອຢ້ຳຄືນຄຳໝັ້ນສັນຍາ ຕໍ່ສົນທິສັນຍາ UNCAC: ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມຢືນຢັນຄືນຄໍາໝັ້ນສັນຍາຕໍ່ສົນທິສັນຍາ ຕ້ານການສໍ້ລາດບັງຫຼວງເພື່ອການປົກຄອງທີ່ດີ ແລະ ການພັດທະນາແບບຍືນຍົງ.
ສົນທິສັນຍາຕ້ານການສໍ້ລາດບັງຫຼວງຂອງສະຫະປະຊາຊາດ (UNCAC) ໄດ້ສະໜອງຂອບເຂດຮອບດ້ານເພື່ອເສີມຂະຫຍາຍຂອບການຕ້ານການສໍ້ລາດບັງຫຼວງໃນພາກພື້ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານການສໍ້ລາດບັງຫຼວງ (UNCAC) ໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ສປປ ລາວ ໄດ້ດໍາເນີນການທົບທວນສອງຮອບເປັນສ່ວນໜຶ່ງຂອງກົນໄກການທົບທວນການຈັດຕັ້ງປະຕິບັດຂອງ UNCAC ໂດຍຮອບທີ 1 ໄດ້ສຸມໃສ່ບົດທີ III ກ່ຽວກັບການລົງໂທດທາງອາຍາ ແລະ ການບັງຄັບໃຊ້ກົດໝາຍ ແລະ ບົດທີ IV ກ່ຽວກັບການຮ່ວມມືສາກົນ ແລະ ສຸມໃສ່ບົດທີ II ກ່ຽວກັບມາດຕະການປ້ອງກັນ ແລະ ບົດທີ V ກ່ຽວກັບການຟື້ນຟູຊັບສິນ. ໃນຮອບທີ 2 ການດໍາເນີນງານຂອງສົນທິສັນຍາດັ່ງກ່າວ ໃນ ສປປ ລາວ ແມ່ນມີລັກສະນະເປັນຄວາມພະຍາຍາມເພື່ອເພີ່ມທະວີຄວາມໂປງໃສ ຄວາມຮັບຜິດຊອບ ແລະ ຄວາມຊື່ສັດໃນຂະແໜງການຕ່າງໆ ລັດຖະບານໄດ້ເອົາໃຈໃສ່ເສີມຂະຫຍາຍກອບກົດໝາຍ ຍູ້ແຮງບັນດາອົງການ ຕ້ານການສໍ້ລາດບັງຫຼວງ ແລະ ຊຸກຍູ້ການຮ່ວມມືສາກົນ ເພື່ອແກ້ໄຂການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ. ແຕ່ຍັງມີສິ່ງທ້າທາຍດັ່ງທີ່ໄດ້ກ່າວໄວ້ໃນຂໍ້ສະເໜີແນະໃນການທົບທວນຄືນຂອງສົນທິສັນຍາ ເຖິງວ່າມີສິ່ງທ້າທາຍເຫຼົ່ານີ້ ສປປ ລາວ ຍັງສືບຕໍ່ກ້າວໄປສູ່ການຕ້ານການສໍ້ລາດບັງຫຼວງດ້ວຍການສະໜັບສະໜູນຈາກຄູ່ຮ່ວມງານສາກົນ.
ກອງປະຊຸມສຳມະນາຄັ້ງນີ້ ມີຄວາມສຳຄັນຕໍ່ການຄົ້ນຄວ້າ, ເກັບກຳຂໍ້ມູນ, ກົນໄກ, ວິທີການຕ່າງໆໃນການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ ຂອງພາຍໃນ ແລະ ສາກົນເພື່ອເປັນບ່ອນອີງໃນການຖອດຖອນບົດຮຽນ, ການສ້າງ ແລະ ປັບປຸງນິຕິກຳພາຍໃນ ເພື່ອໃຫ້ສອດຄ່ອງກັບ ກົດໝາຍສາກົນ ແລະ ອື່ນໆ ໃນອະນາຄົດ.
ແຫຼ່ງ: ປະຊາຊົນ,ຂ່າວ-ພາບ: ອົງການກວດກາແຫ່ງລັດ/29-5-2024
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ