ບົດຄຳເຫັນຂອງ ລັດຖະມົນຕີກະຊວງ ຕສ ໂອກາດວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 159 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 70 ຄັ້ງ | ເວລາ | 2024-12-22 00:00:00
ເນື່ອງໃນໂອກາດວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 159 ປີ (17 ພຶດສະພາ 1865 - 17 ພຶດສະພາ 2024), ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ມີຄຳເຫັນວ່າ: ວັນທີ 17 ພຶດສະພາ ແມ່ນວັນໂທລະຄົມມະນາຄົມສາກົນ ແລະ ທັງເປັນວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໂລກ ເພື່ອລະລຶກ ເຖິງວັນສ້າງຕັ້ງ ສະຫະພາບໂທລະຄົມມະນາຄົມສາກົນ ແລະ ການລົງນາມໃນສົນທິສັນຍາໂທລະສານສາກົນ ຄັ້ງທໍາອິດ ໃນປີ 1865. ສະນັ້ນ ໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງສະຫະພາບໂທລະຄົມມະນາຄົມສາກົນ ໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນໃນທົ່ວໂລກ.
ໃນປີ 2024 ນີ້ ວັນໂທລະຄົມສາກົນ ຄົບຮອບ 159 ປີ ສະຫະພາບໂທລະຄົມມະນາຄົມສາກົນ ໄດ້ສະເຫຼີມສະຫຼອງພາຍໃຕ້ຄຳຂວັນ: “ນະວັດຕະກໍາດີຈີຕອນ ເພື່ອການພັດທະນາແບບຍືນຍົງ (Digital Innovation for Sustainable Development)”. ນະວັດຕະກໍາດີຈີຕອນ ແມ່ນກະແຈທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ ຂອງບັນດາປະເທດໃນທົ່ວໂລກ.
ໃນຊຸມປີຜ່ານມາ ວຽກງານໂທລະຄົມມະນາຄົມ, ອິນເຕີເນັດ, ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກໍາ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ, ຮອດປັດຈຸບັນ ຢູ່ປະເທດເຮົາສາມາດຂະຫຍາຍເຄືອຂ່າຍສາຍສົ່ງດ້ວຍສາຍແກ້ວໃຍແສງ (Optic Fiber) ໃນທົ່ວປະເທດ ໄດ້ 98.524 ກິໂລແມັດ ເຊື່ອມໂຍງທຸກແຂວງ ທຸກເມືອງ ແລະ ບ້ານຈຳນວນຫຼາຍ. ຮອດທ້າຍປີ 2023 ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງກັບຕ່າງປະເທດຈຳນວນ 18 ຈຸດ, ໃນນັ້ນ ເຊື່ອມຕໍ່ກັບ ໄທ 6 ຈຸດ, ຫວຽດນາມ 5 ຈຸດ, ກຳປູເຈຍ 2 ຈຸດ, ມຽນມາ 2 ຈຸດ ແລະ ສປ ຈີນ 3 ຈຸດ. ສັນຍານໂທລະສັບມືຖືຄວມຄຸມໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມເອົາ 97% ຂອງຈໍານວນບ້ານທັງໝົດ, ໃນນີ້ ແຍກເປັນລະບົບ 3G ກວມ 85%, 4G ກວມເອົາ 76% ແລະ ໃນຕົ້ນປີ 2024 ໄດ້ເປີດໃຫ້ບໍລິການອິນເຕີເນັດຄວາມໄວສູງດ້ວຍລະບົບ 5G ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງບໍ່ແກ້ວ. ປັດຈຸບັນມີຜູ້ລົງທະບຽນນໍາໃຊ້ໂທລະສັບມືຖື 6.113.455 ເລກໝາຍ ເທົ່າກັບ 100% ຂອງແຜນການ, ແຜນການ 6,5 ລ້ານເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ, ລະບົບມີສາຍ ແລະ ຜ່ານລະບົບມືຖື ທັງໝົດ 4.614.752 ບັນຊີ ເທົ່າກັບ 96% ຂອງແຜນການ, ແຜນການ 4,7 ລ້ານ ບັນຊີ. ປັດຈຸບັນ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10, ບໍລິສັດປະເພດ II ຈໍານວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ. ປີ 2023 ບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ 5.021 ຕື້ກວ່າກີບ, ມອບພັນທະໃຫ້ລັດ 391,63 ຕື້ກວ່າກີບ. ນີ້ເປັນບາດກ້າວໃໝ່ທີ່ສໍາຄັນໃນການຄຸ້ມຄອງ ແລະ ພັດທະນາວຽກງານໂທລະຄົມມະນາຄົມ, ອິນເຕີເນັດ, ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກໍາ ຂອງປະເທດເຮົາ ເພື່ອຮັບປະກັນຄວາມປອດໄພໃນການບໍລິການຜູ້ຊົມໃຊ້, ການຂະຫຍາຍການບໍລິການໃຫ້ທົ່ວເຖິງ ແລະ ຮັບປະກັນໃຫ້ແກ່ການຫັນເປັນດີຈີຕອນຂອງ ສປປ ລາວ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025) ກໍຄືການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ປາກົດຜົນເປັນຈິງ.
ເຫດການສຳຄັນທີພົ້ນເດັ່ນທີ່ສຸດໃນປີ 2023 ແມ່ນປະທານປະເທດໄດ້ອອກລັດຖະດໍາລັດ ສະບັບເລກທີ 082/ປປທ, ລົງວັນທີ 2 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດີຈີຕອນຂອງ ສປປ ລາວ ໂດຍມອບໃຫ້ທ່ານນາຍົກລັດຖະມົນຕີ ເປັນປະທານ, ຮອງນາຍົກລັດຖະມົນຕີ 2 ທ່ານ ເປັນຮອງປະທານ ແລະ ມອບໃຫ້ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ, ຜູ້ປະຈຳການ ຄະນະດັ່ງກ່າວ ປະກອບດ້ວຍບັນດາທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າ ເປັນຄະນະກຳມະການ. ນີ້ເປັນຂີດໝາຍທີ່ສຳຄັນໃນການຫັນເປັນດີຈີຕອນ ຂອງປະເທດເຮົາ ແລະ ເປັນການມອບໝາຍໜ້າທີ່ການເມືອງທີ່ສຳຄັນໃຫ້ແກ່ຂະແໜງການເຕັກໂນໂລຊີ ແລະ ການສື່ສານ.
ໃນວັນທີ 13 ມີນາ 2024 ຜ່ານມາ ຢູ່ ສປປ ລາວ ກໍໄດ້ມີການຈັດກິດຈະກໍາສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແຫ່ງຊາດ ໂດຍໄດ້ກຳນົດຄຳຂວັນ ທີ່ວ່າ “ປັບປຸງຄຸນນະພາບການບໍລິການໂທລະຄົມມະນາຄົມ ເພື່ອຮອງຮັບການຫັນເປັນດີຈີຕອນ ໃນທົ່ວປະເທດ”.
ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງຮຽກຮ້ອງມາຍັງບັນດາທ່ານ ຈົ່ງໄດ້ນຳໃຊ້ໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ, ເປັນຕົ້ນແມ່ນອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການ ທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ເຊື່ອໃນການໂຄສະນາເຈັບປ່ວຍຕົວະຍົວະຫຼອກລວງ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ, ຍົກສູງສະມັດຖະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ.
ຂໍ້ມູນ: ກະຊວງ ຕສ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ