ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-17 06:30:39
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ນາງ ຟ້າມ ທິ ແທັງ ຈ່າ (Phạm Thị Thanh Trà) ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 26 ມີນາ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ນາງ ຟ້າມ ທິ ແທັງ ຈ່າ (Phạm Thị Thanh Trà) ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 26 ມີນາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ; ຕີລາຄາສູງຕໍ່ການພົວພັນຮ່ວມມື ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ, ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ໄລຍະ 2023-2026 ທີ່ໄດ້ລົງນາມກັນໃນປີ 2023 ທີ່ຜ່ານມາ ເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກ້າວເຂົ້າສູ່ລວງເລິກຕົວຈິງ. ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າສອງກະຊວງ ຈະສືບຕໍ່ເພີ່ມທະວີການຮ່ວມມື, ປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມກັນແລ້ວນັ້ນ ລວມທັງບັນຫາທີ່ສອງກະຊວງໃຫ້ຄວາມສົນໃຈ ໃຫ້ເກີດດອກອອກຜົນ ເປັນຮູບປະທຳຫຼາຍຂຶ້ນ ເປັນຕົ້ນ ການພັດທະນາລະບົບຄຸ້ມຄອງບໍລິຫານລັດ ເປັນອີເລັກໂຕຣນິກ ໃຫ້ມີຄວາມສະດວກ, ວ່ອງໄວ; ການປັບປຸງລະບົບກົງຈັກການຈັດຕັ້ງ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອໃຫ້ກົງຈັກການຕັ້ງກະທັດຮັດ, ມີປະສິດທິຜົນ; ການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບທ້ອງຖິ່ນ; ການປັບປຸງຫົວໜ່ວຍງົບປະມານ ທີ່ມີລາຍຮັບວິຊາການ ຫັນໄປກຸ້ມຕົນເອງທາງດ້ານງົບປະມານ ແລະ ດ້ານບຸກຄະລາກອນ; ການຍົກລະດັບບໍາລຸງກໍ່ສ້າງ ພະນັກງານ-ລັດຖະກອນ ລວມທັງ ການຈັດຕັ້ງປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ. ໃນຕອນທ້າຍ ສະຫາຍນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຂອບໃຈຕໍ່ການລາຍງານຂອງສະຫາຍ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ທີ່ໄດ້ລາຍງານສະພາບ ກໍຄື ຜົນງານການປະກອບສ່ວນເຂົ້າໃນການເປັນເສນາທິການ ຊ່ວຍວຽກງານລັດຖະບານ ຫວຽດນາມ ມີຜົນສໍາເລັດຢ່າງຕັ້ງໜ້າ, ມີປະສິດທິຜົນ. ເນື່ອງໃນໂອກາດປີ 2024 ເປັນປີທ່ອງທ່ຽວລາວ ແລະ ເປັນປະທານອາຊຽນ, ສະຫາຍນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນ ມາທ່ຽວຊົມສະຖານທີ່ປະຫວັດສາດ, ວັດທະນະທໍາ ແລະ ບັນດາແຫຼ່ງທ່ອງທ່ຽວທາງທໍາມະຊາດ ໃນ ສປປ ລາວ ຕື່ມອີກ.
ໃນໂອກາດດຽວກັນ, ສະຫາຍ ນາງ ຟ່າມ ທິ ແທັງ ຈ່າ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ. ພ້ອມນີ້ ໄດ້ລາຍງານໃຫ້ສະຫາຍ ນາຍົກລັດຖະມົນຕີຊາບ ກ່ຽວກັບຜົນການເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້. ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບສະພາບການຮ່ວມມື ຂອງກະຊວງພາຍໃນ ສສ ຫວຽດນາມ ແລະ ກະຊວງພາຍໃນ ສປປ ລາວ ໃນໄລຍະຜ່ານ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ເພື່ອໃຫ້ນັບມື້ນັບແໜ້ນແຟ້ນ ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ພ້ອມທັງ ຢືນຢັນວ່າ ໃນຕໍ່ໜ້າ ຈະຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ແຜນການຮ່ວມມືທີ່ສອງຝ່າຍໄດ້ຕົກລົງກັນ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາຕົວຈິງຫຼາຍຂຶ້ນ.
ແຫຼ່ງ:ປະຊາຊົນ, ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

