ນາຍົກເນັ້ນຫຼາຍບັນຫາໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 19 ຄັ້ງ | ເວລາ | 2026-03-16 04:01:32
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດປະຈຳປີ 2023 ໃນວັນທີ 9 ເມສາ 2024, ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຮອງລັດຖະມົນ ຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ອະດີດການນໍາກະຊວງ, ຫົວໜ້າພະແນກ ຍທຂ ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສຳຄັນໜຶ່ງ: ວຽກງານການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງຖືເປັນບັນຫາທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນເພື່ອຄວາມເປັນເອກະພາບ ແລະ ເຫັນດີນຳຜົນການຄົ້ນຄວ້າປຶກສາຫາລື; ສອງ: ການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກ ເປັນວຽກງານໜຶ່ງທີ່ຊ່ວຍໃນການຂັບເຂື່ອນເສດຖະກິດ ພ້ອມທັງສ້າງລາຍຮັບໂດຍກົງເຂົ້າສູ່ລະບົບງົບປະມານຂອງລັດ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ. ອັນໜຶ່ງຢາກໃຫ້ເອົາໃຈໃສ່ຄື: ທາງລົດໄຟລາວ-ຈີນ ແມ່ນປັດໃຈສໍາຄັນອັນໜຶ່ງໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາໃຫ້ຂະຫຍາຍຕົວໄວ. ສະນັ້ນ, ຂະແໜງການ ຍທຂ ຕ້ອງເປັນເຈົ້າການໃນການກຳນົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບ, ຫຼາຍວິທີໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ. ສາມ: ບັນຫາເລື່ອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງການປຸກສ້າງເນື່ອງຈາກຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາເອື້ອອຳນວຍແກ່ການເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງຖືເປັນບູລິມະສິດໜ້າວຽກຕົ້ນຕໍຂອງຂະແໜງ ຍທຂ ມາໂດຍຕະຫຼອດ ໂດຍສະເພາະໃນປັດຈຸບັນພາຍໃຕ້ເງື່ອນໄຂອັນໃໝ່ທີ່ມີເສັ້ນທາງລົດໄຟລາວ-ຈີນ. ສະນັ້ນ, ການພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ທົນທານເປັນມິດກັບສິ່ງແວດລ້ອມກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່ ແລະ ທັນສະໄໝ ຈຶ່ງເປັນວຽກທີ່ຈໍາເປັນຮີບດ່ວນອັນໜຶ່ງຂອງຂະແໜງ ຍທຂ ທີ່ຕ້ອງເປັນເສນາທິການໃຫ້ແກ່ລັດຖະບານໃນການຄົ້ນຄວ້າວາງແຜນ ແລະ ກໍານົດສ້າງບັນດານິຕິກຳເພື່ອຄຸ້ມຄອງການພັດທະນາ; ສີ່: ພັດທະນາວຽກງານການບິນພົນລະເຮືອນໃຫ້ມີຄວາມປອດໄພ ແລະ ເຂັ້ມແຂງ; ຫ້າ: ໃຫ້ກະຊວງ ຍທຂ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນ 5 ປີຂອງຕົນຮອດທ້າຍສະໄໝປີ 2025 ຢ່າງມີຈຸດສຸມບົນພື້ນຖານສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືປັດຈຸບັນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້; ຫົກ: ສໍາຄັນທີ່ສຸດຄືຈັນຍາບັນ-ຈັນຍາທຳຂອງພະນັກງານລັດຖະກອນ. ໃນຊຸມປີຜ່ານມາ, ຂະແໜງການ ຍທຂ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຜ່ານການເຜີຍແຜ່ເອກະສານການເມືອງຫຼາຍສະບັບ. ສະນັ້ນ, ຢາກໃຫ້ທົບທວນ ແລະ ຕີລາຄາຄືນການເຊື່ອມຊຶມເອກະສານດັ່ງກ່າວນັ້ນໄດ້ຖືກຈັດຕັ້ງຜັນຂະຫຍາຍ ແລະ ເຮັດໄດ້ທົ່ວເຖິງຄືແນວໃດ, ເຮັດໄດ້ດີແລ້ວບໍ່ ແນວຄິດການເມືອງພະນັກງານລັດຖະກອນມີການຫັນປ່ຽນຢ່າງຕັ້ງໜ້າດີຂຶ້ນກວ່າເກົ່າ ຫຼື ບໍ. ດັ່ງນັ້ນ, ສະເໜີໃຫ້ຄະນະພັກ-ຄະນະນຳກະຊວງ ສືບຕໍ່ເອົາໃຈໃສ່ປັບປຸງຍົກລະດັບຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ຕໍ່ກັບວຽກງານແນວຄິດ-ການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ວັນເພັງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


