ນາຍົກລັດຖະມົນຕີ ຊີ້ນໍາແຂວງເຊກອງສ້າງການຜະລິດ-ບໍລິການໃຫ້ເຂັ້ມແຂງ ແລະ ຍືນຍົງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 17 ຄັ້ງ | ເວລາ | 2026-03-16 03:58:05
ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃນວັນທີ 4 ເມສາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດທະມົນຕີແຫ່ງ ໄດ້ເນັ້ນໃຫ້ແຂວງເຊກອງ ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງການຜະລິດ, ບໍລິການໃຫ້ເຂັ້ມແຂງ ແລະ ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ສົ່ງເສີມ ແລະ ພັດທະນາວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ; ດໍາເນີນການປັບປຸງ ແລະ ສ້າງສະພາບຄ່ອງໃຫ້ແກ່ງົບປະມານ; ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ; ພັດທະນາພື້ນຖານໂຄງລ່າງ, ລະບົບສາທາລະນຸປະໂພກ ແລະ ການຈັດສັນອາຊີບຂອງປະຊາຊົນຢູ່ຊົນນະບົດ ຕິດພັນກັບການປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ພ້ອມນີ້, ກໍສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ລະຂັ້ນໃຫ້ເຂັ້ມແຂງ, ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ. ກົງຈັກບໍ່ໃຫຍ່ໂຕ, ກະທັດລັດ, ເປັນລະບົບເຊື່ອມກັນດ້ວຍອຸປະກອນທີ່ທັນສະໄໝ ຄຽງຄູ່ກັບການຫຼຸດຈໍານວນລັດຖະກອນໜ້ອຍລົງ ແຕ່ມີຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ເຄື່ອນໄຫວຕາມກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງໃຫ້ເປັນລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບແຜນໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ບົນຈິດໃຈຮັບປະກັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຍ່າງແທ້ຈິງ; ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ພັດທະນາຄົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາທ້ອງຖິ່ນໃນໄລຍະໃໝ່, ຍົກລະດັບການປະຕິບັດສິດເປັນເຈົ້າອັນແທ້ຈິງຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິກໍາ, ການບັງຄັບໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ; ສະກັດກັ້ນການສວຍໃຊ້ສິດອໍານາດຈາກເຈົ້າໜ້າທີ່ລັດທຸກຂັ້ນ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ; ສືບຕໍ່ດໍາເນີນການແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ, ສ້າງອາຊີບຄົງທີ່ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານລາວ; ປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດລັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາດຊະຍາກໍາຕ່າງໆໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ຂະແໜງການຕ່າງໆໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພໃນສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ; ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ເພື່ອຕອບສະໜອງການຜັນຂະຫຍາຍແນວທາງຂອງພັກ ໃນການເຕົ້າໂຮມກໍາລັງແຮງສັງລວມ ເພື່ອພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາປະເທດຊາດ-ທ້ອງຖິ່ນແຂວງເຊກອງໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ ແລະ ຕໍ່ເນື່ອງ; ເພີ່ມທະວີການປັບປຸງກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງພັກທຸກຂັ້ນ, ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ. ທັງນີ້, ກໍເພື່ອສ້າງຄວາມເຊື່ອໝັ້ນໄວ້ວາງໃຈຂອງປະຊາຊົນ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງທີ່ໄດ້ກໍານົດໄວ້.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສັນຍາ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

