ເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 17 ຄັ້ງ | ເວລາ | 2026-03-16 03:55:02
ວັນທີ 4 ເມສາ 2024, ທີ່ບ້ານດາກປໍາ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ພາຍໃຕ້ການບັນຊາ ແລະ ນຳພາຂອງປະທານ ຄຳໄຕ ສິພັນດອນ.
ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ຫົວໜ້າຄະນະກຳມະການກໍ່ສ້າງໂຄງການ ພື້ນຟູ ບູລະນະເຂດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍປະທານ ຄຳໄຕ ສິພັນດອນ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງນຳພາ ຢູ່ທີ່ບ້ານ ດາກປຳ ເມືອງດາກຈຶງ ແຂວງເຊກອງ ລາຍງານວ່າ: ໃນການເຄື່ອນໄຫວເຮັດການປະຕິວັດຂອງປະທ່ານ ຄຳໄຕ ສີພັນດອນ ຢູ່ເມືອງດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງການປະຕິວັດລາວໃຕ້ໂດຍປະທ່ານ ຄຳໄຕ ສີພັນດອນ ເປັນຜູ້ກໍຕັ້ງນຳພາ ຮ່ວມກັບ ຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດ ບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ.
ຈາກຄວາມສຳຄັນອັນໃຫຍ່ຫຼວງທາງປະຫວັດສາດດັ່ງກ່າວ, ພັກ-ລັດຖະບານກໍຄືປະຊາຊົນບັນດາເຜົ່າຊາວແຂວງ ເຊກອງຈຶ່ງໄດ້ພື້ນຟູບູລະນະ ແລະ ກໍ່ສ້າງແຕ່ ເດືອນ 8/2023 ຮອດວັນທີ 4/4/2024 ຈຶ່ງສໍາເລັດ ຊຶ່ງມີມູນຄ່າໃນເບື້ອງຕົ້ນ 1.689 ລ້ານກີບ. ໃນນັ້ນ, ເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ 1 ຫຼັງ ຂະໜາດ 3x4 ແມັດ. ປ້ອມຍາມ ຂະໜາດ 3x4 ແມັດ, ຫ້ອງນໍ້າ ຂະໜາດ 3x3 ແມັດ, ເຮືອນພັກ ທະຫານລາວ 1 ຫຼັງ ຂະ ໜາດ 5x9 ແມັດ, ເຮືອນພັກ ທະຫານຫວຽດນາມ 1 ຫຼັງ ຂະໜາດ 5x9 ແມັດ. ກໍ່ສ້າງປ້າຍຊີວະປະຫວັດຂອງ ທ່ານ ປະທານ ຄໍາໄຕ ສີພັນດອນ. ຂະໜາດ 5,9x0,8 ແມັດ. ກໍ່ສ້າງຂົວຈົມ ແລະ ເສັ້ນທາງເຂົ້າຈຸດຖານທີ່ໝັ້ນ ຍາວ 1,5 ກິໂລແມັດ.
ທ່ານ ຄຳສອນ ກ່າວຕື່ມວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ສຳເລັດຫຼາຍກິດຈະກຳ, ແຕ່ເພື່ອສືບຕໍ່ພັດທະນາ ສະຖານທີ່ແຫ່ງນີ້ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນສວຍງາມ. ຄະນະພັກ, ອົງການປົກຄອງແຂວງກໍ່ຄື ເມືອງ ແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາຮັບໃຊ້ໃນສະຖານທີ່ສຳຄັນນີ້. ນອກນັ້ນ, ຈະສຸ່ມໃສ່ພັດທະນາກະສິກຳ, ການປູກຕົ້ນໄມ້ໃຫ້ໝາກ, ປູກດອກໄມ້ປະດັບ, ການບູລະນະປົກປັກຮັກສາທໍາມະຊາດ ແລະ ສິງແວດລ້ອມໃຫ້ຂຽວສົດງົດງາມ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາ ທ່ອງທ່ຽວເມືອງດາກຈຶງ ແຂວງເຊກອງ ຫຼາຍຂຶ້ນ.
(ແຫຼ່ງ:ປະຊາຊົນ, ຂ່າວ: ແຂວງເຊກອງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

