ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2026-03-16 03:52:51
ໃນວັນທີ 4 ເມສາ 2024, ຢູ່ສະໜາມກິລາແຂວງເຊກອງ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານການນໍາພັກ-ລັດ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງເຊກອງ ເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເຈົ້າແຂວງໆເຊກອງ ກ່າວວ່າ: ມື້ນີ້, ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນຢ່າງສະຫງ່າຜ່າເຜີຍບົນດິນແດນວິລະຊົນຄົນອາດຫານ. ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງໄກສອກຫຼີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານ-ລັດຖະກອນຍັງຂາດເຂີນທັງປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ເສັ້ນທາງຄົມມະນາຄົມທາງບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ສຸດ ແລະ ຂຶ້ນກັບທໍາມະຊາດ 100%.
ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: 40 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງພວກເຮົາ ໄດ້ຢັ້ງຢືນຢ່າງພົ້ນເດັ່ນທີ່ສຸດ ຄືສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ການທົດສອບອັນລະອິດລະອ້ຽວ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ສໍາຄັນຫຼາຍ ອັນຕົ້ນຕໍແມ່ນຍ້ອນປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູຈິດໃຈຮັກຊາດ, ຮັກລະບອບໃໝ່ ກຄືນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການນໍາພາຂອງພັກ. ຂະນະດຽວກັນ ກໍແມ່ນໄລຍະທາງທີ່ສະຫງ່າລາສີ ແຫ່ງຄວາມບຸກບືນສູ້ຊົນ ແລະ ຍອມເສຍສະຫຼະອັນສູງສົ່ງ ຊຶ່ງໄດ້ຮັບຜົນສຳເລັດອັນເປັນໜ້າຊື່ນຊົມຍິນດີເປັນຢ່າງຍິ່ງ, ມັນໄດ້ເຮັດໃຫ້ການພັດທະນາສ້າງສາແຂວງພວກເຮົາມີທ່ວງທ່າເຂັ້ມແຂງ ແລະ ມີໃບໜ້າໃໝ່ຂຶ້ນເລື້ອຍໆ ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດ ກໍຄືແຂວງເຊກອງພວກເຮົາ ເພື່ອຄວາມຮັ່ງມີ ຜາສຸກຂອງປະຊາຊົນ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປາກົດຜົນເປັນຈິງ.
(ແຫຼ່ງ: ປະຊາຊົນ, ຂ່າວ: ເຊກອງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

