ນາຍົກ ຕ້ອນຮັບບັນດາທູຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-16 03:31:12
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາທ່ານທູດ, ທູຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນໍາໂດຍ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໃນຕອນບ່າຍວັນທີ 14 ມີນາ 2024, ທີ່ ສຳນັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດທີ່ບັນດາທ່ານດັ່ງກ່າວ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2023 ຈັດຂຶ້ນເມື່ອເດືອນກຸມພາຜ່ານມານີ້.
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບ, ຂອບໃຈ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໂຕະມົນ ປະຈຳປີ 2023 ທີ່ ຄະນະຜູ້ແທນໄດ້ຕັ້ງໜ້າປະກອບສ່ວນ ໃນການປະກອບຄຳຄິດ ຄຳເຫັນ ຕໍ່ກອງປະຊຸມຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນ ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດການເງິນເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ; ບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ III ແລະ ແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ (2022-2026 ແລະ ວິໄສທັດຮອດປີ 2030) ແລະ ທິດທາງໃນຕໍ່ໜ້າ ແລະ ການຮ່ວມມືເພື່ອການພັດທະນາ.
ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອ ຂອງບັນດາຄູ່ຮ່ວມພັດທະນາ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແລະ ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການກະກຽມອອກຈາກສະຖານະພາບການດ້ອຍພັດທະນາ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ຢ່າງແຂງແຮງຕັ້ງໜ້າໃຫ້ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງ ສອງປີ ທ້າຍສະໄໝ ແລະ ບັນລຸໄດ້ບັນດາເປົ້າໝາຍການພັດທະນາແບບຍືນຍົງ ຮອດ ປີ 2030. ການປະກອບສ່ວນດັ່ງກ່າວ ຂອງບັນດາຄູ່ຮ່ວມພັດທະນາ, ລັດຖະບານ ຖືເປັນປະໂຫຍດອັນສຳຄັນ ໃຫ້ແກ່ ສປປ ລາວ ເນື່ອງໃນໂອກາດ ແລະ ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງອອກແຮງແຂ່ງຂັນ ໃນການຈັດຕັ້ງມະຕິຂອງສະພາແຫ່ງຊາດ, ສືບຕໍ່ປະຕິບັດວາລະແຫ່ງຊາດ ກໍຄືການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.
ທ່ານ ບັກໂຄເດັຍ ເບີຄະນ໋ອຟ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໄດ້ກ່າວລາຍງານບັນດາປະເດັນຕ່າງໆ ທີ່ເປັນຫົວຂໍ້ສົນທະນາໃນກອງປະຊຸມໂຕະມົນ ປີ 2023 ໂດຍສະເພາະແມ່ນສະພາບເສດຖະກິດ ແລະ ທິດທາງການເຕີບໂຕເພື່ອຄວາມຍືນຍົງ ແລະ ສີຂຽວ; ຊັບພະຍາກອນມະນຸດ ເພື່ອພັດທພນາແບບຍືນຍົງ ຊຶ່ງລວມມີທັງສິ່ງທ້າທາຍ ແລະ ທິດທາງແຜນການສະເພາະໜ້າ, ແຜນໄລຍະຍາວ. ກົນໄກຂະບວນການໂຕະມົນ, ກອງປະຊຸມໂຕະມົນປະຈຳປີ, ກອງປະຊຸມໂຕະມົນລະດັບສູງ ແມ່ນກົນໄກທີ່ສຳຄັນ ຊື່ງເປັນເວທີ ໃນການປືກສາຫາລື ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ຊຶ່ງໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຫວັງຢ່າງຍິ່ງວ່າ ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການໂຕະມົນດັ່ງກ່າວ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

