ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົສຕຣາລີ ຄົບຮອບ 50 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-16 03:21:35
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ຮ່ວມກັບ ທ່ານ ແອນໂຕນີ ອານບານີຊີ(Anthony Albanese)ນາຍົກລັດຖະມົນຕີ ອົສຕຣາລີ ຈັດຂຶ້ນໃນວັນທີ 6 ມີນາ 2024, ທີ່ ເມວເບີນ ອົສຕຣາລີ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021. ການຮ່ວມມືທີ່ມີໝາກຜົນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມນີ້,ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ, ການຫັນປ່ຽນທາງດ້ານດີຈີຕອນ, ຄວາມໝັ້ນຄົງທາງດ້ານພະລັງງານ, ການປ່ຽນແປງດິນຟ້າອາກາດ,ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະ ອື່ນໆ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົສຕຣາລີ ເພື່ອອາຊຽນ (Aus4ASEAN Initiative). ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.
ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃໝ່ຂອງອົສຕຣາລີ ເຊັ່່ນ: 1). ການສ້າງຕັ້ງສູນອາຊຽນ-ອົສຕຣາລີ ແລະ 2). ການສະໜອງທຶນການສຶກສາລະດັບປະລິນຍາໂທຈໍານວນ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົສຕຣາລີເພື່ອອາຊຽນ ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົສຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບຸລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ.ພິເສດ, ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: 1.) ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົສຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການເມວເບີນ ວ່າດ້ວຍການຮ່ວມມືເພື່ອອະນາຄົດ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ອົສຕຣາລີ ໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ອົສຕຣາລີ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ,ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສົ່ງເສີມການຄ້າ-ການລົງທຶນ, ພະລັງງານສະອາດ, ການປ່ຽນແປງດິນຟ້າອາກາດ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ,ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະ ໄລຍະຍາວ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບຸລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”,ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົສຕຣາລີໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ໃຫ້ເປັນຮູບປະທໍາ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.
ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົສຕຣາລີ 2021-2024.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

