ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບ ເຈົ້າແຂວງຢູນໜານ ສປ ຈີນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-16 03:13:55
ໃນຕອນເຊົ້າ ວັນທີ 27 ກຸມພາ 2024, ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫວັງ ຢຸ ໂປ່ເຈົ້າແຂວງຢູນໜານ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-28 ກຸມພາ 2024.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານເຈົ້າແຂວງຢູນໜານ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ກັບ ແຂວງຢູນໜານ; ໄດ້ສະແດງຄວາມຂອບໃຈ ຕໍ່ການນຳ ແລະ ພາກສ່ວນກ່ຽວຂ້ອງແຂວງຢູນໜານ ທີ່ໄດ້ຕ້ອນຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບັນດາຄະນະຜູ້ແທນຂອງ ສປປ ລາວ ທີ່ເດີນທາງຜ່ານແຂວງຢູນໜານ ເພື່ອເຄື່ອນໄຫວວຽກງານ ແລະ ຢ້ຽມຢາມ ສປ ຈີນ ກໍຄືຢູ່ແຂວງຢູນໜານ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສະພາປະຊາຊົນແຂວງຢູນໜານ ຄັ້ງທີ 2 ສະໄໝ XIV ທີ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວພົວພັນຮ່ວມມືຕົວຈິງ ລະຫວ່າງ ສປປ ລາວ ກັບແຂວງຢູນໜານ ໃນໄລຍະຜ່ານມາ ເປັນຕົ້ນ ການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ, ການປະຕິບັດໂຄງການລົງທຶນ ຂອງພາກທຸລະກິດແຂວງຢູນໜານ ຢູ່ ສປປ ລາວ, ການຊ່ວຍເຫຼືອ ຂອງແຂວງຢູນໜານ ກໍຄື ສປ ຈີນ ທາງດ້ານຕ່າງໆ ໃຫ້ແກ່ ສປປ ລາວ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີທິດທາງການພົວພັນຮ່ວມມືກັນໃນຕໍ່ໜ້າບາງດ້ານ ເປັນຕົ້ນສະເໜີສອງຝ່າຍ ສືບຕໍ່ຜັນຂະຫຍາຍການຕົກລົງຂອງການນຳຂັ້ນສູງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນເປັນຢ່າງດີ;ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນ; ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງຢູນໜານ ກໍຄືນັກລົງທຶນຈາກ ສປ ຈີນ ມາລົງທຶນຢູ່ສປປລາວ ເປັນຕົ້ນການລົງທຶນກໍ່ສ້າງເສັ້ນທາງດ່ວນ, ການລົງທຶນດ້ານຜະລິດກະສິກໍາ,ລວມທັງການລົງທຶນຢູ່ເຂດເສດຖະກິດບໍ່ເຕ່ນ-ບໍ່ຫານແລະອື່ນໆ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ແລະ ຈີນ ສືບຕໍ່ເລັ່ງລັດ ແລະ ເຮັດວຽກຮ່ວມກັນ ເພື່ອປັບປຸງການບໍລິການ, ການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ດ້ວຍລົດໄຟລາວ-ຈີນ ໂດຍສະເພາະການປຶກສາຫາລືກ່ຽວກັບ ການບໍລິການຢູ່ຈຸດດຽວຮ່ວມກັນ ເພື່ອຫຼຸດຜ່ອນໄລຍະເວລາໃນການແຈ້ງຢູ່ດ່ານ, ຫຼຸດຕົ້ນທຶນ ທັງຮັບປະກັນຄວາມປອດໄພ; ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ອຳນວຍຄວາມສະດວກໃນການນຳເຂົ້າສິນຄ້າກະສິກຳທີ່ ສປປ ລາວ ມີທ່າແຮງໃນການຜະລິດ ເພື່ອນຳເຂົ້າໄປຈຳໜ່າຍ ຢູ່ ສປ ຈີນ ໃຫ້ຫຼາຍຂຶ້ນ, ພ້ອມທັງ ຊຸກຍູ້ປະຊາຊົນແຂວງ ຢຸນນານ ເຂົ້າມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ.
ໃນໂອກາດດຽວກັນ, ທ່ານເຈົ້າແຂວງຢູນໜານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ. ພ້ອມທັງ ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຢູນໜານ ໃນຊຸມປີຜ່ານມາ, ລວມທັງ ການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຢູ່ ສປປ ລາວ. ນອກນັ້ນ ຍັງໄດ້ສະເໜີການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ເພີ່ມທະວີການແລກປ່ຽນບົດຮຽນທາງດ້ານການແກ້ໄຂຄວາມທຸກຍາກ, ວັດທະນະທຳ, ກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ; ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ໂດຍສະເພາະການຂົນສົ່ງສິນຄ້າຜ່ານດ່ານຕ່າງໆ, ບາງໂຄງການລົງທຶນ ທີ່ຍັງມີຄວາມຊັກຊ້າ, ການເພີ່ມປະລິມານສິນຄ້າ ໄປຈຳໜ່າຍຢູ່ ສປ ຈີນ ແລະ ອື່ນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

