ເສີມຂະຫຍາຍມູນເຊື້ອອັນດີງາມ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີ ສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-16 03:11:08
ໃນວັນທີ 26 ກຸມພາ 2024, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ການພົບປະຄັ້ງນີ້ ເປັນເຫດການທີ່ສໍາຄັນ ໃນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະ ພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.
ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນຟູຈ້ອງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ, ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ, ເປັນເອກະພາບກ່ຽວກັບ ບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.
ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ, ໃນນັ້ນ ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ ຢ່າງມີໝາກຜົນ, ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ.
ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ, ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາ. ສອງຝ່າຍ ໄດ້ເນັ້ນໜັກເຖິງ ປະຫວັດສາດ, ການພົວພັນຮ່ວມມື ທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງຝ່າຍ, ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນ ກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
ສະຫາຍ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ອັນສະເໝີຕົ້ນສະເໝີປາຍ, ຮັກສາໄດ້ພາລະບົດບາດ ອັນສໍາຄັນພິເສດ ຊຶ່ງເປັນບຸລິມະສິດອັນດັບທໍາອິດ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພ້ອມນັ້ນ, ກໍໄດ້ເນັ້ນເຖິງບາງເນື້ອໃນສໍາຄັນ ແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຕໍ່ໜ້າ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນສະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນການພົບປະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕີລະຄາສູງຕໍ່ບັນດາໝາກຜົນຂອງການຮ່ວມມືຢູ່ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ກໍໄດ້ສະເໜີບັນດາທິດທາງການຮ່ວມມື ລະຫວ່າງ ສອງລັດຖະບານ ໃນໄລຍະຕໍ່ໜ້າ.
ສອງຝ່າຍ ໄດ້ເປັນເອກະພາບ ຕໍ່ໜ້າສະພາບການໃນປັດຈຸບັນ, ສອງພັກ, ສອງລັດ ຕ້ອງໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສືບຕໍ່ຖືເອົາການພົວພັນທາງດ້ານການເມືອງເປັນຫຼັກ ເປັນທິດນໍາໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ, ສອງລັດ, ຍູ້ແຮງເສົ້າຄໍ້າ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືການຕ່າງປະເທດ, ສ້າງການບຸກທະລຸໃນວຽກງານການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ວິທະຍາສາດ-ເຕັກໂນໂລຊີ ແລະ ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ບົນພື້ນຖານ ຜັນຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ. ສອງຝ່າຍ ຢັ້ງຢືນວ່າ ຕ້ອງເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ ໃຫ້ມີປະສິດທິຜົນ, ສືບຕໍ່ປ່ຽນແປງ
ໃໝ່, ຍົກສູງບັນດາໝາກຜົນການຮ່ວມມືໃນບັນດາຂະແໜງຕ່າງໆ, ພ້ອມນັ້ນ ຕ້ອງສ້າງບັນດາກົນໄກໃໝ່ ທີ່ແທດເໝາະ ແນໃສ່ເພີ່ມທະວີການພົວພັນ ລາວ-ຫວຽດນາມ ເພື່ອຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ແຫຼ່ງ: ປະຊາຊົນ, ຂ່າວ: ຄຕພ, ພາບ: ສຸກສະຫວັນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



