ທ່ານນາຍົກຊຸກຍູ້ການແກ້ໄຂສິ່ງອຸດຕັນ ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 10 ຄັ້ງ | ເວລາ | 2026-03-16 03:06:34
ໃນຕອນເຊົ້າ ວັນທີ 24 ກຸມພາ 2024, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວເຮັດວຽກ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນໂດຍມີທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ອຳນວຍຄວາມສະດວກ ແລະ ບໍລິການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ລົດໄຟລາວ-ໄທ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການຕິດຕາມກວດກາ ສະພາບຄວາມເປັນຈິງ ກ່ຽວກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ເປັນຕົ້ນການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກງານດ້ານຕ່າງໆ, ລວມທັງຂອດຂັ້ນຕ່າງໆ ທີ່ຕິດພັນການບໍລິການຢູ່ເຂດດັ່ງກ່າວ ໂດຍສະເພາະການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ. ອັນສຳຄັນ ເພື່ອຮັບຟັງບັນດາຂໍ້ສະເໜີ ທີ່ຍັງຄົງຄ້າງ ກໍຄືສິ່ງທີ່ຍັງເປັນອຸປະສັກອຸດຕັນຕ່າງໆທີ່ຕິດພັນ ທັງເພື່ອເປັນຂໍ້ມູນ ສະເໜີ ແລະ ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ຜ່ານດ່ານດັ່ງກ່າວມີປະສິດທິພາບ, ມີຄວາມສະດວກວ່ອງໄວ, ໂລ່ງລ່ຽນ, ໂປ່ງໃສ, ຮັບປະກັນຄວາມປອດໄພແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ທັງສາມາດດຶງດູດການໃຊ້ບໍລິການ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້, ຄະນະຄຸ້ມຄອງ ແລະ ພັດທະນາດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມຂອງດ່ານ, ບັນດາກິດຈະກຳຢູ່ໃນທ່າບົກ ກໍຄືສະພາບການດຳເນີນ ແລະ ບໍລິການວຽກງານແຕ່ລະດ້ານ ເຊັ່ນ: ລົດຂົນສົ່ງຜ່ານທ່າບົກ, ລົດຂົນສົ່ງສະຫຼັບຫົວ, ລົດຂົນສົ່ງສິນຄ້າລົງສາງ ຫຼື ຄ່ຽນຖ່າຍ, ລົດຂົນສົ່ງຍົກຕູ້ຂຶ້ນລົງ, ລວມທັງ ຂັ້ນຕອນ ແລະ ວິທີການທາງດ້ານການເສຍພາສີ, ອັດຕາຄ່າບໍລິການຕ່າງໆ, ຕະຫຼອດຮອດ ການນຳສະເໜີບາງວຽກງານ ທີ່ຍັງຄົງຄ້າງ, ວຽກທີ່ຍັງບໍ່ທັນເປັນເອກະພາບ ຊຶ່ງຈະຕ້ອງໄດ້ພ້ອມກັນສືບຕໍ່ປຶກສາຫາລືແກ້ໄຂ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຂໍ້ມູນ ຈາກຜູ້ປະກອບການ ບໍລິການທາງດ້ານເອກະສານ ນຳເຂົ້າ ແລະ ສົ່ງອອກສິນຄ້າ; ການລາຍງານຈາກເຈົ້າໜ້າທີ່ພາສີປະຈຳດ່ານ, ຜູ້ຕາງໜ້າບໍລິສັດ ລົດໄຟ ລາວ-ຈີນ ທັງຝ່າຍລາວ ແລະ ຈີນ ໂດຍສະເພາະການເຊື່ອມຕໍ່ການຂົນສົ່ງ ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບຈຸດຄ່ຽນຖ່າຍສິນຄ້າ ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ ພ້ອມທັງຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນ ໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງ ຮັບຜິດຊອບວຽກງານດ້ານຕ່າງໆ ຢູ່ແຕ່ລະເຂດ; ຄຽງຄູ່ກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານຢ່າງຄົບຖ້ວນ ເປັນມາດຕະຖານດຽວ ທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ; ໃນຕໍ່ໜ້າ ຈະໄດ້ມອບໝາຍ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ທັງຊອກຫາສາເຫດ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ, ສາມາດດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

