ພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຜທ ຄົບຮອບ 48ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-16 03:00:46
ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຂອງຕົນ ຄົບຮອບ 48ປີ (20/2/1976-20/2/2024)ຂຶ້ນໃນວັນທີ 20 ກຸມພາ 2024, ທີ່ກະຊວງ ຜທ, ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນໍາ ຜທ, ອະດີດການນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຜທ ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ສຳລັບຂະແໜງ ຜທ ໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 48 ປີພາຍໃຕ້ຮົ່ມທຸງຂອງພັກ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຄະນະພັກ,ຄະນະນໍາຂອງຂະແໜງແຜນການ ແລະ ການລົງທຶນໃນແຕ່ລະຮຸ່ນ ແລະ ແຕ່ລະສະໄໝ,ໃນໂອກາດດັ່ງກ່າວຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 223/ນຍ,ລົງວັນທີ 3 ກໍລະກົດ 2023;ໂອກາດດຽວກັນນີ້ທ່ານ ຄໍາເຈນ ວົງໂພສີໄດ້ເຜີຍແຜ່ມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຂະແໜງ ຜທ ຕະຫຼອດໄລຍະ 48 ປີ ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກະຊວງ ຜທໃນແຕ່ລະໄລຍະ,ຜົນສໍາເລັດທີ່ພົ້ນເດັ່ນດ້ານວຽກງານວິຊາສະເພາະຂອງກະຊວງແຜນການ(ວຽກງານສະຖິຕິ,ການເຕີບໂຕທາງດ້ານເສດຖະກິດ,ຜົນງານການຄົ້ນຄວ້າ,ວຽກງານແຜນການ,ວຽກງານລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການພັດທະນາເຂດເສດຖະກິດພິເສດ,ວຽກງານຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ,ວຽກງານປະເມີນຜົນ,ວຽກງານຫ້ອງການ,ວຽກງານຈັດຕັ້ງ ແລະ ວຽກງານກວດກາ),ການເສີມຂະຫຍາຍມູນເຊື້ອ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ.
ໃນໂອກາດທີ່ສະຫງ່າລາສີນີ້, ທ່ານ ສອນໄຊ ສີພັນດອນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກະຊວງ ຜທ ຍາດມາໄດ້ໃນຕະຫຼອດ ໄລຍະ 48 ປີ ຜ່ານມາ ພ້ອມທັງໂອ້ລົມ ຕໍ່ບັນດາຄະນະນໍາ ຜທ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ-ພະນັກງານລັດຖະກອນ ທົ່ວກະຊວງ ຜທ ຊຶ່ງໄດ້ເນັ້ນໜັກບາງຈຸດຕື່ມ ເພື່ອໃຫ້ຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ເອົາໃຈໃສ່ ແລະ ຮີບຮ້ອນນໍາໄປແກ້ໄຂ ຄື:1) ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນການແກ້ໄຂອັດຕາເງິນເຟີ້, ລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການຈັດຕັ້ງພັກ-ລັດ; 2) ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ, ນິຕິກຳຕ່າງໆ, ຂະຫຍາຍຖານລາຍຮັບພາສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງຂະຫຍາຍການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄຽງຄູ່ກັບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ຕິດພັນກັບການຍົກສູງປະສິດທິພາບການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫຼີກລ່ຽງການສ້າງໜີ້ສິນເພີ່ມ; 3) ຕິດພັນກັບໜີ້ສິນການລົງທຶນຂອງລັດ ຕ້ອງໄດ້ເຂັ້ມງວດວິໄນແຜນການ-ການເງິນ, ກະຊວງ ແຜນການ ແລະ ການລົງທຶນ ສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນບໍ່ໃຫ້ສ້າງໜີ້ສິນເພີ່ມຂຶ້ນອີກ ເປັນຕົ້ນ: ຕ້ອງລົງທຶນຢ່າງມີຈຸດສຸມ, ມີການເລືອກເຟັ້ນຕາມບຸລິມະສິດ, ຍົກສູງປະສິດທິຜົນຂອງການລົງທຶນດ້ວຍການລົງທຶນໃສ່ແຕ່ລະເປົ້າໝາຍການພັດທະນາ ຢ່າງສອດຄ່ອງ, ສືບຕໍ່ກວດກາບັນດາໂຄງການລົງທຶນນອນໃນແຜນທີ່ສະພາແຫ່ງຊາດອະນຸມັດຕາມແຈ້ງການເລກທີ 533/ຫສນຍ, ລົງວັນທີ 20 ເມສາ 2022 ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄືນ ບັນດາໂຄງການລົງທຶນຂອງລັດທີ່ໄດ້ຮັບອະນຸມັດໄປແລ້ວ ຖ້າໂຄງການໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈຳເປັນໃຫ້ຕັດອອກຈາກແຜນ ແລະ ໂຈະການດໍາເນີນໄວ້ກ່ອນ; 4) ສືບຕໍ່ປັບປຸງກົນໄກ, ລະບຽບການ ແລະ ສ້າງເງື່ອນໄຂເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ເພີ່ມຂຶ້ນ; ຊຸກຍູ້ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດໄວ້; 5) ພະນັກງານຕ້ອງໄດ້ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ດັ່ງພາຍໃຕ້ຄໍາຂວັນ” ສືບຕໍ່ສ້າງ ການຫັນປ່ຽນໃໝ່ ວຽກງານແຜນການ ແລະ ການລົງທຶນ ຢ່າງແຂງແຮງ ແລະ ເລິກເຊິ່ງ” ຕ້ອງມີການບຸກທະລຸທາງດ້ານຈິນຕະນາການ ຄິດໃໝ່ລຸກໃໝ່ ສ້າງການຫັນປ່ຽນໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນ, ຍົກສູງສະຕິໃນການປະຕິບັດວິໄນທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ ແລະ ເຂົ້າໃຈເຖິງສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍໃຫ້ເຍືອງໃສ່ 3 ຫຼັກການທີ່ກຳນົດໃນວາລະແຫ່ງຊາດ ຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ; 6) ກຳນົດໃຫ້ແຈ້ງແຜນການຜະລິດ ແລະ ເຜີຍແຜ່ຂໍ້ມູນ, ພ້ອມທັງເລັ່ງໃສ່ການສ້າງຖານຂໍ້ມູນສະຖິຕິລວມສູນ ແລະ ໃຫ້ມີການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນວຽກງານການຜະລິດ ແລະ ເຜີຍແຜ່ຂໍ້ມູນໃຫ້ເປັນຮູບປະທຳ; ສູນສະຖິຕິແຫ່ງຊາດ ເປັນເຈົ້າການໃນການແນະນໍາບັນດາກະຊວງ ແລະ ທ້ອງຖິ່ນກ່ຽວກັບການສ້າງ ແລະ ພັດທະນາລະບົບສະຖິຕິ ເພື່ອໃຫ້ວຽກງານສະຖິຕິແຫ່ງຊາດສອດຄ່ອງ ແລະ ໄປລວງດຽວກັນ; 7) ຄົ້ນຄວ້າຍຸດທະສາດໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບໃນເງື່ອນໄຂໃໝ່ຢ່າງມີຈຸດສຸມ,ຕາມທິດທາງນະໂຍບາຍ ການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວຂອງລັດຖະບານ; 8) ເພີ່ມທະວີການດຶງດູດເອົາທຶນຮອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ຂອງພາກເອກະຊົນເຂົ້າມາລົງທຶນໃນຮູບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃຫ້ເປັນຮູບປະທຳ;9) ໃຫ້ກະຊວງ ຜທ ປະສານສົມທົບກັບຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ ເລັ່ງປະເມີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄລຍະ 2021-2023 ແລະ ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີ ແລະ ວຽກງານອື່ນໆ.
ໃນພິທີ ຍັງໄດ້ຮັບຟັງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນຜ່ານດໍາລັດ ວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງ ກະຊວງ ຜທ, ສະບັບເລກທີ 223/ນຍ, ລົງວັນທີ 3 ກໍລະກົດ2023ອີກດ້ວຍ.
(ແຫຼ່ງ: ປະຊາຊົນ, ຂ່າວ: ແສງຈັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

