ປະທານປະເທດຊີ້ນໍາກອງພັນ 609ສືບຕໍ່ເສີມຂະຫຍາຍພື້ນຖານການຜະລິດໃຫ້ເຂັ້ມແຂງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-16 02:55:41
ໃນວັນທີ 16 ກຸມພາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມຊີ້ນໍາກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄຊຍະບູລີໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ພົຈວ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະນໍາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງພັນ 609 ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພັນໂທ ຈັນທອງ ຈັນຟອງ ຫົວໜ້າການເມືອງ ກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄດ້ລາຍງານຫຍໍ້ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ ແລະ ສະພາບລວມຂອງກົມກອງ, ຈາກນັ້ນທ່ານ ທອງລຸນ ສີສຸລິດ ໄດ້ລົງຢ້ຽມຢາມພື້ນຖານການຜະລິດປູກຜັກໃນເຮືອນຮົ່ມຂອງກົມກອງ, ຢ້ຽມຢາມເບິ່ງດ້ານລະບຽບແບບແຜນໃນເຮືອນນອນຂອງກົມກອງ. ພ້ອມທັງຍົກໃຫ້ເຫັນສະພາບເສດຖະກິດໄພເງິນເຟີ້, ສິນຄ້າລາຄາແພງພ້ອມທັງຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ການຈັດຕັ້ງເຄື່ອນໄຫວຂອງກົມກອງດ້ວຍຄວາມເປັນຫວ່ງເປັນໃຍ, ຄວາມຮັກແພງອັນອົບອຸ່ນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາຕໍ່ຄະນະພັກ-ຄະນະບັນຊາກອງພັນ 609 ເປັນຕົ້ນໃຫ້ເອົາໃຈໃສ່ສືບຕໍ່ເສີມຂະຫຍາຍພື້ນຖານການຜະລິດປູກຝັງ-ລ້ຽງສັດຕາມທ່າແຮງຂອງກົມກອງເພື່ອສະໜອງພືດຜັກໃຫ້ທ້ອງຕະ ຫຼາດໃຫ້ຫຼາຍເພື່ອສ້າງລາຍຮັບເຂົ້າກົມກອງ, ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃຫ້ຮັກສາມູນເຊື້ອອັນດີງາມຂອງກອງທັບ ເປັນຕົ້ນມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີປອງດອງລະຫວ່າງກອງທັບກັບປະຊາຊົນປຽບເໝືອນປາກັບນໍ້າທີ່ຕັດແຍກອອກຈາກກັນບໍ່ໄດ້, ເສີມຂະຫຍາຍບົດບາດການນໍາພາຂອງຕົນຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງກໍາລັງແຮງສັງລວມຂອງກົມກອງໃຫ້ເຂັ້ມແຂງ ສືບຕໍ່ຄວາມສາມັກຄີປອງດອງກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນ ພ້ອມກັນປົກປັກຮັກສາອຳນາດອະທິປະໄຕຂອບເຂດຄວາມຮັບຜິດຊອບຂອງຕົນໃວ້ໃຫ້ໝັ້ນຄົງຕະຫຼອດໄປ.
ແຫຼ່ງ: ປະຊາຊົນ, ຂ່າວ: ສົມຈີນ ສິນຕາວັນ, ພາບ: ວິດີໂອ ໄຊຍະສັກ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

