ປະທານປະເທດຕ້ອນຮັບທູດປະເທດເພື່ອນມິດຍື່ນສານຕາຕັ້ງເພື່ອມາປະຈຳລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-16 02:42:20
ທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ຕ້ອນຮັບບັນດາທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງເພື່ອມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແລະເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມຂອງບັນດາປະເທດເພື່ອນມິດປະຈຳສປປລາວໃນວັນທີ 8 ກຸມພາ 2024, ທີ່ຫ້ອງຮັບແຂກສະພາແຫ່ງຊາດໂດຍມີ 7 ທ່ານດັ່ງນີ້:ທ່ານມໍຄໍາມັມບາ (Morecome Mumba) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດຊຳບີປະຈຳສປປລາວ(ຄົນໃໝ່),ມີສຳນັກງານຕັ້ງຢູ່ ກົວລາລຳເປີມາເລເຊຍ,ທ່ານບາເດີອັບດຸນລາຊາອີດບິນຊາເຢດອາລມາໂຕຣຊີ (Bader Abdulla Saeed Bin Saayed Almatrooshi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະນະຄອນເອເມຣັດອາຣັບປະຈຳສປປລາວ(ຄົນໃໝ່)ຊຶ່ງມີສຳນັກງານຕັ້ງຢູ່ຮ່າໂນ້ຍສສຫວຽດນາມ, ທ່ານເຊີເນມີເລີ (Jernei Müller) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສະໂລເວນີປະຈຳສປປລາວ(ຄົນໃໝ່) ຊຶ່ງມີສຳນັກງານຕັ້ງຢູ່ ເຊອູນ ສ ເກົາຫຼີ, ທ່ານດາກີອີຟຣີອາມເອຟຣີຄາ (Darkey Ephraim Africa) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອາຟຣິກາໃຕ້ ປະຈຳສປປລາວ(ຄົນໃໝ່) ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກຣາຊະອານາຈັກໄທ, ທ່ານນາງອາມີນາຕາຄອຍຕາ (Aminata KOITA) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ກິເນປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ປັກກິ່ງສປຈີນ,ທ່ານນາງແອນນາແຮມມາເກັນ (Anna Hammargren) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຊູແອດປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ບາງກອກຣາຊະອານາຈັກໄທແລະທ່ານຄູບິໂຕມັນຊີບາກຸຣາມຸດຊາ (Nkubito Manzi Bakuramutsa) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສຣູວັນດາປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ເຊອູນ ສ ເກົາຫຼີ.
ໃນໂອກາດດັ່ງກ່າວທ່ານປະທານປະເທດແຫ່ງສປປລາວໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຕໍ່ບັນດາທ່ານທູດປະເທດເພື່ອນມິດທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແລະເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈຳສປປລາວຄັ້ງນີ້,ພ້ອມທັງໃຫ້ຄວາມຫວັງວ່າຕະຫຼອດໄລຍະໃນການປະຕິບັດໜ້າເປັນເອກອັກຄະລັດຖະທູດປະຈຳລາວ,ບັນດາທ່ານທູດຈະສືບຕໍ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະຊ່ວຍເຫຼືອຊຶ່ງກັນແລະກັນໃຫ້ແຕກດອກອອກຜົນຢ່າງແທ້ຈິງຊຶ່ງລັດຖະບານແລະພາກສ່ວນທີ່ກ່ຽວຂ້ອງຂອງລາວພ້ອມທີ່ຈະໃຫ້ການຮ່ວມມື,ສະໜັບສະໜູນແລະອຳນວຍຄວາມສະດວກເພື່ອໃຫ້ບັນດາທ່ານທູດສາມາດເຮັດໜ້າທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ, ທ່ານປະທານປະເທດຍັງໄດ້ອວຍພອນໃຫ້ບັນດາທ່ານທູດປະເທດເພື່ອນມິດຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດປະຈຳລາວໃນຄັ້ງນີ້
ບັນດາທູດປະເທດເພື່ອນມິດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດແຫ່ງສປປລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ພ້ອມນີ້ຍັງໄດ້ກ່າວຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມໂດຍຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນດີງາມແລະການຮ່ວມມື,ການຊ່ວຍເຫຼືອຊຶ່ງກັນແລະກັນລະຫວ່າງປະເທດຂອງຕົນກັບສປປລາວໃຫ້ນັບມື້ມີບາດກ້າວດີຂຶ້ນຢ່າງບໍ່ຍຸດຢັ້ງ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ:ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

