ງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-16 02:39:53
ຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ໄດ້ຈັດງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຂຶ້ນໃນວັນທີ 8 ກຸມພາ 2024, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີບັນດາສະຫາຍກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ບັນດາຜູ້ນໍາພັກ-ລັດ, ອະດີດຜູ້ນໍາພັກ-ລັດ ແລະ ບັນດາແຂກຖືກເຊີນ ພ້ອມດ້ວຍບັນດານັກຮຽນຕົວແທນເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ມີບັນຍາກາດຄຶກຄື້ນ.
ກ່ອນກ້າວເຂົ້າສູ່ງານຢ່າງເປັນທາງການ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມສາລະຄະດີ ຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ. ຈາກນັ້ນ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ຂອງຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ໄດ້ຂຶ້ນກ່າວຈຸດປະສົງ, ສະເໜີແຂກ ແລະ ລາຍງານສະພາບການກະກຽມງານດັ່ງກ່າວວ່າ: ການຈັດຕັ້ງງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນມື້ນີ້ ເປັນການຈົດຈໍາລໍ້າລຶກຄຸນງາມຄວາມດີ, ວິລະກຳອັນລໍ້າເລີດຂອງເພິ່ນທີ່ມີຜົນງານໃຫຍ່ຫຼວງ ຕໍ່ປະເທດຊາດ ແລະ ປະຊາຊົນເຮົາ ຕາມມູນເຊື້ອທີ່ວ່າ: “ໄດ້ກິນນໍ້າຢ່າລືມບໍ່, ໄດ້ກິນໝາກ ບໍ່ລືມຜູ້ປູກ” ຊຶ່ງນີ້ກໍເພື່ອເປັນການເຊີດຊູກຽດຕິຄຸນ, ສຳນຶກໃນຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາຮຸ່ນຕ່າງໆ. ພ້ອມດຽວກັນນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ຍົກຄໍາກ່າວຂອງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ກ່າວວ່າ: “ຕະຫຼອດໄລຍະຜ່ານມາ ພວກເຮົາມີການນໍາຮຸ່ນກໍ່ຕັ້ງ, ຮຸ່ນສືບທອດຕໍ່ເນື່ອງ; ຮຸ່ນເກົ່າ, ຮຸ່ນໃໝ່ ລ້ວນແຕ່ໄດ້ຖ່າຍທອດການໂອນຖ່າຍ, ການມອບໝາຍແນວທາງ, ນະໂຍບາຍ, ມອບໝາຍມໍລະດົກແຫ່ງທິດສະດີ ແລະ ພຶດຕິກຳ, ມອບໝາຍພາລະກິດອັນໃຫຍ່ຫຼວງ, ມອບໝາຍຄວາມຮັບຜິດຊອບ, ມອບໝາຍພັນທະ ທີ່ມີຕໍ່ການປະຕິວັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ”; ພວກເພິ່ນເວລາໃດກໍມີຄະຕິເຕືອນໃຈຢູ່ສະເໝີວ່າ: “ບໍ່ມີຫຍັງປະເສີດເລີດລໍ້າກວ່າ ເອກະລາດແຫ່ງຊາດ; ບໍ່ມີກຽດສັກສີອັນໃດ ທີ່ສູງສົ່ງກວ່າການເສຍສະຫຼະຕົນເພື່ອຊາດ ເພື່ອຜືນແຜ່ນດິນອັນແສນຮັກ ແລະ ຫວງແຫນຂອງຕົນ”. ອັນນີ້ເປັນ ຄໍາຢືນຢັນທີ່ໜັກແໜ້ນ ເພື່ອຈົດຈໍາຄຸນງາມຄວາມດີ ຕໍ່ກັບນັກປະຕິວັດແຕ່ລະຮຸ່ນຄົນ ກໍຄື ປະທານ ຄໍາໄຕ ສີພັນດອນ ທີ່ແສນເຄົາລົບຮັກຂອງພວກເຮົາ.
ສະຫາຍ ບຸນທອງ ຈິດມະນີ ກໍໄດ້ຂຶ້ນກ່າວສັນລະເສີນ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງມີບາງຕອນສຳຄັນວ່າ: ມື້ນີ້ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມກັນຈັດຕັ້ງອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ. ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາສະຫາຍການນໍາຮຸ່ນກໍ່ຕັ້ງຂອງພັກເຮົາ, ອະດີດປະທານພັກ-ປະທານປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດເສນາທິການ-ຜູ້ບັນຊາການກອງທັບປະຊາຊົນລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ. ຕະຫຼອດໄລຍະຂອງການປະຕິວັດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮ່ວມກັບໝູ່ສະຫາຍ ເປັນເຈົ້າການນໍາພາ, ບັນຊາກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າດຳເນີນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ທັບມ້າງສິ່ງກີດຂວາງຕ່າງໆ ແລະ ກ້າວຂຶ້ນຕາມເສັ້ນທາງທີ່ພັກເຮົາໄດ້ກຳນົດໄວ້ຢ່າງມີໄຊ. ປັດຈຸບັນ, ເຖິງວ່າເພິ່ນຈະມີອາຍຸສູງ ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ການນໍາພາຂອງພັກ, ການຄຸ້ມຄອງ-ບໍລິຫານຂອງລັດ, ຍາມໃດ ເພິ່ນກໍບໍ່ລົດລະໃນການໃຫ້ຄໍາແນະນໍາ ທີ່ເປັນປະໂຫຍດແກ່ປະເທດຊາດ, ແກ່ພັກ, ແກ່ການປະຕິວັດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ.
ເນື່ອງໃນໂອກາດວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຂໍສັນລະເສີນ ແລະ ເຊີດຊູກຽດຕິຄຸນ, ຈົດຈໍາຄຸນງາມຄວາມດີອັນໃຫຍ່ຫຼວງ, ການອຸທິດຕົນ ແລະ ຄວາມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ກໍຄືພາລະກິດປະຕິວັດຂອງພັກເຮົາ. ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດເຫັນແຈ້ງຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ຈະເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ແໜ້ນໜາ ໃນທົ່ວພັກ ແລະ ທົ່ວປວງຊົນທັງຊາດ, ຕັ້ງໜ້າຮໍ່າຮຽນຄຸນສົມບັດສິນທໍາປະຕິວັດ, ແບບແຜນເຮັດວຽກ-ແບບແຜນດຳລົງຊີວິດ, ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ເຂົ້າໃນການສືບທອດ ແລະ ເສີ່ມຂະຫຍາຍພາລະກິດປະຕິວັດຂອງເພິ່ນ ກໍຄືຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໃຫ້ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.
ຂໍອວຍພອນໄຊອັນປະເສີດ ແດ່ ປະທານ ຄໍາໄຕ ສີພັນດອນ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຂວັນຍືນ, ເປັນຮົ່ມໂພຮົ່ມໄຊ ໃຫ້ປະເທດຊາດບ້ານເມືອງຂອງພວກເຮົາຕໍ່ໆໄປ.
ພາຍໃນງານຄັ້ງນີ້, ຍັງມີນັກຮຽນ ຈາກໂຮງຮຽນ ມ.ສ ມິດຕະພາບ ລາວ-ຫວຽດນາມ ສະມາຊິກເຍົາວະຊົນ ໄດ້ຕາງໜ້າໃຫ້ເຍົາວະຊົນທົ່ວປະເທດ ຂຶ້ນກ່າວກາບກອນ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງກາບກອນດັ່ງກ່າວ ແມ່ນແຕ່ງໂດຍ ພະອາຈານ ໄພວັນ ມາລາວົງ ນັກກະວີລາງວັນຊີໄຣ ປີ 2019. ນອກນີ້, ບັນດາສະຫາຍການນໍາພັກ-ລັດ ແລະ ບັນດາສະຫາຍທີ່ເຂົ້າຮ່ວມງານ ຍັງໄດ້ຢ້ຽມຊົມຮູບພາບ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ຈັດວາງສະແດງພາຍໃນງານຄັ້ງນີ້ອີກດ້ວຍ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

