ນາຍົກລັດຖະມົນຕີ ຮັບສານອວຍພອນ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຈາກຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-16 02:37:00
ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ເຂົ້າມອບສານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຂອງການນໍາພັກ-ລັດ ສສ ຫວຽດນາມ ກໍຄື ສານອວຍພອນຂອງສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສານອວຍພອນຂອງ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນແລງວັນທີ 7 ກຸມພາ 2024, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ໃນໂອກາດນີ້, ສະຫາຍ ຫງວຽນ ບ໋າ ຮຸ່ງ ກໍໄດ້ກ່າວລາຍງານໃຫ້ຮູ້ວ່າ ພັກ-ລັດຖະບານຫວຽດນາມ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງການຈັດຕັ້ງສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໂດຍໄດ້ຍົກເນື້ອໃນທີ່ສຳຄັນໂດຍລວມໃນສານອວຍພອນວັນເກີດຂອງສະຫາຍ ຫງວຽນ ຟູ ຈ້ອງ ແລະ ສະຫາຍ ຫວໍ ວັນ ເຖືອງ ວ່າ: “ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຕີລາຄາສູງຕໍ່ບັນດາການອຸທິດດ້ານເຫື່ອແຮງ, ສະຕິປັນຍາ ແລະ ບົດບາດສຳຄັນຂອງສະຫາຍ ປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ພາລະກິດປະຕິວັດລາວ ກໍຄືໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ອວຍພອນສະຫາຍ ຄໍາໄຕ ສີພັນດອນ ແລະ ພັນລະຍາ ມີສຸຂະພາບແຂງແຮງ, ມີຄວາມສຸກ, ມີອາຍຸຍືນຍາວ ແລະ ປະກອບສ່ວນຮ່ວມກັບບັນດາສະຫາຍການນໍາພັກ, ລັດຖະບານລາວ ໃນການນໍາພາປະຊາຊົນລາວ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າເກົ່າໃນຂະບວນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ, ສຳເລັດການກໍ່ສ້າງ ປະເທດລາວ ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຮ່ວມກັບພັກ, ລັດຖະບານ ແລະ ປະຊາຊົນລາວ ປົກປ້ອງ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ພັດທະນາເຂົ້າສູ່ລວງເລິກ, ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດ, ນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບໃນພາກພື້ນ ແລະ ໃນໂລກ”.
ສະຫາຍ ສອນໄຊ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຝາກຄວາມຂອບໃຈອັນສຸດຊຶ້ງ ໄປຍັງສະຫາຍການນໍາຂັ້ນສູງຂອງພັກ-ລັດຖະບານຫວຽດນາມ ທີ່ໄດ້ມີຄວາມສາມັກຄີຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ໄດ້ສົ່ງສານອວຍພອນວັນເກີດເນື່ອງໃນໂອກາດດັ່ງກ່າວ ຊຶ່ງໃນນາມທີ່ເປັນການນໍາຂັ້ນສູງຂອງພັກ-ລັດຖະບານລາວ ແລະ ໃນນາມສ່ວນຕົວທີ່ເປັນລູກຊາຍຂອງ ປະທານ ຄໍາໄຕ ສີພັນດອນ, ສະຫາຍ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ຂໍຂອບໃຈຕໍ່ສະຫາຍ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ນໍາສົ່ງສານອວຍພອນ ແລະ ຂອງຂວັນຈາກການນໍາຂັ້ນສູງສຸດຂອງພັກ ແລະ ລັດຖະບານຫວຽດນາມ ໃຫ້ແກ່ ປະທານ ຄໍາໄຕ ສີພັນດອນ ໂດຍສະເພາະສານອວຍພອນ ແມ່ນມີຄວາມໝາຍປະຫວັດສາດທີ່ສຳຄັນທີ່ສຸດ ຊຶ່ງໄດ້ສະແດງເຖິງຄວາມຮູ້ສຶກຂອງສະຫາຍ,ອ້າຍ,ນ້ອງ ທີ່ສະໜິດຕິດພັນກັນ, ຄວາມເປັນຈິດໜຶ່ງໃຈດຽວທີ່ເລິກເຊິ່ງ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

