ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງບໍ່ແກ້ວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-16 02:34:45
ໃນວັນທີ 6 ກຸມພາ 2024, ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ນຳພາຄະນະໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ໃນໂອກາດນີ້, ທ່ານເຈົ້າແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 1 ປີຜ່ານມາ ຊຶ່ງອັນພົ້ນເດັ່ນ ເຫັນວ່າທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຫຼາຍພາກສ່ວນໃນສັງຄົມໄດ້ເປັນເຈົ້າການແລະມີສ່ວນຮ່ວມເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ໄດ້ຮັບຜົນດີເປັນກ້າວໆ; ເສດຖະກິດຂະຫຍາຍຕົວໃນລະດັບ 4,8%; ລວມຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າ3.715ຕື້ກວ່າກີບ, ສາມາດຈັດເກັບລາຍຮັບໄດ້ 640 ຕື້ກວ່າກີບ ເທົ່າກັບ 136,83% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 341 ຕື້ກວ່າກີບ ເທົ່າກັບ 97,93% ຂອງແຜນການປີ; ມີບ້ານຊົມໃຊ້ນໍ້າລິນ ແລະ ແບບຢ່າງດ້ານສາທາລະນະສຸກ ກວມ 98% ຂອງຈໍານວນບ້ານໃນທົ່ວແຂວງ, ບ້ານວັດທະນະທໍາກວມ 85%, ບ້ານພັດທະນາ ກວມ 48,39%, ຄອບຄົວພັດທະນາ ກວມ 59,62%, ບ້ານພົ້ນທຸກ ກວມ 75,81%, ຄອບຄົວພົ້ນທຸກ ກວມ 79,54%. ນອກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຂໍ້ຄົງຄ້າງຂອງແຂວງຈໍານວນໜຶ່ງ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາແຂວງ ໃຫ້ນັບມື້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ການນຳຫຼັກແຫຼ່ງ ກໍຄືຜູ້ເຂົ້າຮ່ວມ ໂດຍໄດ້ເຈາະຈີ້ມ ຕໍ່ບາງຂົງເຂດວຽກງານ ທີ່ພາກລັດ ແລະ ສັງຄົມ ໃຫ້ຄວາມສົນໃຈ. ຫຼັງຈາກນັ້ນ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງແຂວງ ແລະ ສູນກາງ ກໍໄດ້ມີຄຳເຫັນລາຍງານໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບສະພາບຄວາມເປັນຈິງ ຂອງບັນດາບັນຫາ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເຈາະຈີ້ມນັ້ນ; ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ຂໍ້ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ ກໍຄືປັດຈຸບັນ. ອັນສຳຄັນທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກ ໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ສະພາບຄວາມເປັນຈິງ ກ່ຽວກັບບັນຫາຄວາມຫຍຸ້ງຍາກທາງດ້ານຕ່າງໆ ແລະ ຄວາມພະຍາຍາມເອົາໃຈໃສ່ໃນການແກ້ໄຂ ຂອງພັກ ແລະ ລັດຖະບານ ກໍຄື ອົງການປົກຄອງຂັ້ນຕ່າງໆ ຊຶ່ງເຫັນວ່າມີທ່າອ່ຽງດີຂຶ້ນເປັນກ້າວໆ; ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກເຂົ້າສູ່ທຸກຂົງເຂດວຽກງານຕົວຈິງ ເພື່ອໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ; ພ້ອມກັນຈັດຕັ້ງປະຕິບັດ ດໍາລັດສະບັບເລກທີ 381/ນຍ ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດສອບໃຫ້ໄດ້ຮັບຜົນດີ;ຊຸກຍູ້ສົ່ງເສີມການຂະຫຍາຍລະບົບຊຳລະສະສາງຜ່ານບັນຊີທະນາຄານ ໃຫ້ສັງຄົມໄດ້ຊົມໃຊ້ກວ້າງຂວາງ ແລະ ສະດວກສະບາຍ, ທັງເປັນການດຶງດູດເງິນຕາ ເຂົ້າສູ່ລະບົບການຄຸ້ມຄອງຂອງທະນາຄານໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງເງິນຕາ, ລວມທັງເງິນທີ່ນຳເຂົ້າມາລົງທຶນພາຍໃນແຂວງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນສິນຄ້າພາຍໃນໃຫ້ຫຼາຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າຂອງທ້ອງຖິ່ນຕົນໃຫ້ກຸ້ມຕົນເອງ ແລະ ສາມາດຈຳໜ່າຍສົ່ງອອກຕ່າງປະເທດ ເພື່ອຫຼີກລ່ຽງການນຳເຂົ້າປະເພດສິນຄ້າຟຸ່ມເຟືອຍ ນັບມື້ໃຫ້ຫຼຸດລົງ; ສົ່ງເສີມການທ່ອງທ່ຽວ ດ້ວຍການໂຄສະນາເຜີຍແຜ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໃຫ້ນັບມື້ຫຼາຍຂຶ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ,ສ້າງອາຊີບຄົງທີ່ແລະວຽກເຮັດງານທຳໃຫ້ເຂົາເຈົ້າໄດ້ຮັບການພັດທະນານັບມື້ດີຂຶ້ນເປັນກ້າວໆ ໂດຍອີງໃສ່ບັນດາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ທີ່ໄດ້ກຳນົດໃນດຳລັດສະບັບເລກທີ 348/ລບ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


