ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ ສະຫລຸບວຽກງານ 6 ເດືອນຕົ້ນປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 84 ຄັ້ງ | ເວລາ | 2024-12-22 00:00:00
ຂປລ. ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ສະຫລຸບວຽກ ງານປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ ໃນວັນທີ 19 ມິຖຸນາ 2020 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ໃນໄລຍະຕົ້ນປີທີ່ຜ່ານມາ, ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນ ສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນໄລຍະທີ່ມີຫລາຍເຫດການເກີດຂຶ້ນ ແລະ ທີ່ພົ້ນເດັ່ນ ໂດຍສະເພາະໃນທົ່ວໂລກ ໄດ້ປະເຊີນກັບການລະບາດຂອງພະຍາດ ໂຄວິດ-19, ໃນນັ້ນ ສປປ ລາວ ກໍຖືກຜົນກະທົບເຊັ່ນດຽວກັນ, ເຊິ່ງເຮັດໃຫ້ເກີດມີການພົວພັນຂອງຄົນໃນສັງຄົມ ແລະ ການດຳລົງຊີວິດຮູບແບບໃໝ່ ຫລື New Normal, ເຮັດໃຫ້ຫຍັບເຂົ້າໃກ້ການຫັນເປັນດີຈີຕອນຫລາຍຂຶ້ນ. ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບ ສ່ວນຕໍ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ເປັນຕົ້ນ ເວັບໄຊ້ທາງການ covid19.gov.la ແລະ ແອັບຕິດຕາມ LaoKYC ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນທາງການ, ໄດ້ຕິດຕັ້ງສາຍດ່ວນ 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າມາສອບຖາມ ໂດຍບໍ່ເສຍຄ່າ, ໄດ້ປະກອບສ່ວນ ເປັນເງິນສົດຈຳນວນ 2,6 ຕື້ກີບ ແລະ ການບໍລິການອື່ນໆ, ໄດ້ຊີ້ນຳໃຫ້ຫລຸດຄ່າບໍລິການອິນເຕີເນັດ, ຫລຸດຄ່າໂທລະສັບ, ແຈກດາຕາອິນເຕີເນັດໃຫ້ແກ່ສັງຄົມ ແລະ ໄດ້ສົ່ງຂໍ້ຄວາມສັ້ນກ່ຽວກັບສະພາບພະຍາດໂຄວິດ 19 ຜ່ານໂທລະສັບມືຖືໃຫ້ແກ່ສັງຄົມທຸກວັນ. ແຕ່ໃນໄລຍະດັ່ງກ່າວ ກໍເກີດມີຫລາຍປະກົດການ ທີ່ຕິດພັນກັບວຽກງານການຄຸ້ມຄອງຂໍ້ມູນຂ່າວ ສານ ແລະ ຫາງສຽງຜ່ານອິນເຕີເນັດ ໂດຍສະເພາະ ແມ່ນການຮົ່ວໄຫລຂອງຂໍ້ມູນ ແລະ ເອກະສານສຳຄັນຕ່າງໆ ກ່ອນການເຜີຍແຜ່ຢ່າງເປັນທາງການ, ບັນດາຂ່າວປອມ, ການໂຈມຕີຕໍ່ຕ້ານແນວທາງການນຳພາຂອງພັກ-ລັດ ທີ່ຖືກ ເຜີຍແຜ່ ແລະ ສົ່ງຕໍ່ເທິງອິນເຕີເນັດ ກໍຄື ສື່ສັງຄົມອອນລາຍ. ພ້ອມກັນນີ້ ກໍໄດ້ເອົາໃຈໃສ່ຕໍ່ກັບການເຄື່ອນໄຫວປູກຈິດສຳນຶກໃຫ້ແກ່ພະນັກງານ ແລະ ສັງຄົມ, ການໂຄສະນາເຜີຍແຜ່ ຜົນດີ-ຜົນຮ້າຍ ຂອງການນຳໃຊ້ ສື່ສັງຄົມອອນລາຍ ຜ່ານຫລາຍຊ່ອງທາງ ເຊັ່ນ: ສື່ສັງຄົມອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ເວັບໄຊທາງການຂອງບາງຂະແໜງການ.
ນອກຈາກນັ້ນ ກໍໄດ້ເນັ້ນໜັກ ວຽກງານການແກ້ໄຂການພະນັນອອນລາຍ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການ ບໍ່ຖືກຕ້ອງກັບລະບຽບກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດ, ໂດຍສະເພາະ ໄດ້ຊຸກຍູ້ການນຳໃຊ້ໄອຊີທີ ເຂົ້າໃນວຽກງານການບໍລິຫານລັດຖະບານ, ເຊິ່ງປະຈຸບັນ ບາງຂະແໜງການກໍ່ໄດ້ນຳໃຊ້ຊ່ອງທາງອອນລາຍ ເພື່ອເຮັດໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ ເພື່ອກ້າວໄປສູ່ການສ້າງ ລັດຖະບານເອເລັກໂຕຣນິກຫລື ລັດຖະບານດິຈິຕອນ ໃນອະນາຄົດ ເປັນຕົ້ນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ເປັນເຈົ້າການໃນການສະໜອງ ລະບົບກອງປະຊຸມທາງໄກ (Video Conference), ລະບົບອີເມວຂອງລັດຖະບານ, ລະບົບຫ້ອງການທັນສະໄໝ (e-Office), ລະບົບ Government-Web-Platform, ລະບົບ Government-Chat ແລະ ອື່ນໆ ໃຫ້ບັນດາກະຊວງ ແລະ ອົງການລັດຖະບານ ແຕ່ສູນກາງ ຈົນຮອດທ້ອງຖິ່ນ. ພ້ອມດຽວກັນນັ້ນ, ໃນວຽກງານຫັນເປັນດິຈິຕອນ, ລັດຖະບານ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອເລັ່ງຄົ້ນຄວ້າສ້າງແຜນແມ່ບົດການຫັນໄປສູ່ການຊຳລະສະສາງແບບດີຈີຕອນ ແລະ ແຜນແມ່ບົດການພັດທະນາເສດຖະກິດດີຈີຕອນຂອງ ສປປ ລາວ, ພ້ອມນີ້ ຍັງໄດ້ປຶກສາຫາລືກ່ຽວກັບການສະເໜີຂໍຈັດຕັ້ງປະຕິບັດວຽກງານໃນດາວທຽມລາວ ຕຳເເໜ່ງວົງໂຄຈອນ 126°E ຕື່ມອີກ.
ສຳລັບທິດທາງແຜນການໃນຕໍ່ໜ້າ, ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງໄອຊີທີ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫລາຍໃນສັງຄົມ ເປັນແຕ່ລະໄລຍະ; ສືບຕໍ່ສ້າງແຜນແມ່ບົດການຫັນໄປສູ່ການຊຳລະສະສາງແບບດີຈີຕອນ ແລະ ແຜນແມ່ບົດການພັດທະນາເສດຖະກິດດີຈີຕອນຂອງ ສປປ ລາວ ເພື່ອສະເໜີຕໍ່ລັດຖະບານ ໃນຂັ້ນຕໍ່ໄປ; ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການບໍ່ຖືກຕ້ອງກັບລະບຽບກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດໃຫ້ສຳເລັດພາຍໃນປີ 2020; ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ ໂດຍສະເພາະກໍແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນ ຮົ່ວໄລອອກນອກປະເທດ; ສືບຕໍ່ວຽກງານການພັດທະນາ-ຄຸ້ມຄອງອິນເຕີເນັດລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮອງຮັບການຫັນເປັນດີຈີຕອນ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ; ສືບຕໍ່ວຽກງານການເຄື່ອນໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການຄຸ້ມຄອງອິນເຕີເນັດ, ສືບຕໍ່ຊຸກຍູ້ ຜັກດັນ ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ