ປິດການຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-15 08:45:53
ວິທະຍາຄານກົມມະດໍາໄດ້ມີພິທີປິດການຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີຂຶ້ນໃນວັນທີ 17 ມັງກອນ 2024, ທີ່ວິທະຍາຄານກົມມະດໍາ ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດແຫ່ງສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,ມີການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບໍານານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ມວນຊົນເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຍິງສະແດງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ກ່າວວ່າ: ການຫັດແອບຊ້ອມຮົບໃນຄັ້ງນີ້ມີຜົນສຳເລັດດີຫຼາຍເກີນຄາດໝາຍທີ່ຄາດເອົາໄວ້ ສະແດງອອກຕົວຈິງຂອງແຕ່ລະເຫຼົ່າຮົບທີ່ເຂົ້າຮ່ວມ, ສາມາດກໍາຈັງຫວະການກະທໍາຕົວຈິງ ຂອງພະນັກງານ-ນັກຮົບ ຂອງແຕ່ລະຈຸ, ໝູ່, ໝວດ ກອງຮ້ອຍ ຂັ້ນກອງພັນນ້ອຍ ປະຕິບັດຖືກຕາມຍຸດທະວິທີສູ້ຮົບຂອງແຕ່ລະເຫຼົ່າຮົບ ແລະ ມີການປະສານງານກັນໄດ້ຢ່າງໂລ່ງລ່ຽນ ແລະ ຄ່ອງແຄ້ວ, ສຳຄັນໄປກວ່ານັ້ນແມ່ນອ້າຍນ້ອງສາມາດນຳໃຊ້ອາວຸດຍຸດໂທປະກອນໃນການປະກອບເຫຼົ່າຮົບຂອງຕົນເອງ ແລະ ສາມາດດັບສູນເປົ້າໝາຍໄດ້ຢ່າງແມ່ນຢຳ ແລະ ເປົ້າໝາຍທີ່ຄະນະຮັບຜິດຊອບຈັດວາງໄວ້ ຢູ່ໃນໜ້າສະໜາມຖືກທຳລາຍຢ່າງຮາບກ້ຽງ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດການຫັດແອບຝຶກຝົນຮອບດ້ານ ເພື່ອກຽມຄວາມພ້ອມປົກປັກຮັກສາອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ ເວລາໃດກອງທັບກໍຍັງເປັນກໍາລັງຈົງຮັກພັກດີຂອງພັກ, ຂອງປະເທດຊາດ ກຽມພ້ອມເຮັດໜ້າທີ່ຕອບຕ້ານທຸກກໍລະນີທີ່ອາດຈະເກີດຂຶ້ນຕະຫຼອດເວລາ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນການຍິງສະແດງ ຍັງເປັນການປັບປຸງກໍ່ສ້າງ ຍົກລະດັບການກຽມພ້ອມສູ້ຮົບ ຂອງກອງທັບປະຊາຊົນລາວ, ໄດ້ຊີ້ນໍາກົມກອງທຸກເຫຼົ່າຮົບ ໃຫ້ສືບຕໍ່ຫັດແອບ ຮ່ຳຮຽນໃຫ້ເປັນປົກກະຕິນໍາເອົາຄໍາສັ່ງຂອງລັດຖະມົນຕີລົງໄປເຜີຍແຜ່ ແລະ ໄດ້ຫັນທົ່ວກອງທັບເຂົ້າສູ່ລະບຽບແບບແຜນ ເພື່ອຍົກລະດັບຄຸນະພາບຂອງກອງອົບຮົມຫັດແອບ ການທະຫານ ການເມືອງວິິຊາສະເພາະໃຫ້ສູງຂຶ້ນກວ່າເກົ່ານີ້ຄືເປົ້າໝາຍແຕ່ນີ້ຮອດປີ 2025 ເຮັດໃຫ້ກອງທັບມີລະບຽບແບບແຜນທັນສະໄໝ ໃຫ້ກອງທັບມີລະບຽບວິໄນທີ່ເຂັ້ມງວດຂຶ້ນກວ່າເກົ່າ ແລະ ເຮັດໃຫ້ກອງທັບຂອງພວກເຮົາສາມາດກຽມພ້ອມປະຕິບັດໜ້າທີ່ ທີ່ພັກລັດກໍຄືປະຊາຊົນມອບໝາຍໃຫ້.
ໃນໂອກາດດັ່ງກ່າວ,ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ຕໍ່ການນຳພັກ-ລັດ ແລະ ອວຍພອນ ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ສຶືບຕໍ່ຊີ້ນຳ ນຳພາປະເທດຊາດ ເພື່ອກ້າວຂຶ້ນສູ່ຄວາມຢູ່ເຢັນເປັນສຸກ ແລະ ຮຸ່ງເຮືອງສີວິໄລ, ສືບຕໍ່ຊີ້ນຳ-ນໍາພາກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ.
ໂອກາດດັ່ງກ່າວ, ສະຫາຍປະທານປະເທດຍັງໄດ້ສໍາຜັດມືກັບບັນດາເຫຼົ່າຮົບທີ່ໄດ້ເຂົ້າຮ່ວມ ແລະ ໄດ້ຢ້ຽມຊົມ ຮ້ານຂອງກົມອຸດສາຫະກໍາ ກົມໃຫຍ່ເຕັກນິກກອງທັບຕື່ມອີກ.
ແຫຼ່ງເ ປະຊາຊົນ, ຂ່າວ: ບຸນອູ້ມ: ພາບ: ບຸນຕອມ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



