ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງໄຊສົມບູນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-15 08:26:15
ໃນໂອກາດເຄຶື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນເມື່ອບໍ່ດົນມານີ້,ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ການນໍາແຂວງໄຊສົມບູນ, ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ທ່ານເຈົ້າແຂວງໄຊສົມບູນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປີ 2023 ແລະ ທິດທາງແຜນການປີ 2024 ໂດຍລວມເຫັນວ່າສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ມີຄວາມອຸ່ນອຽນທຸ່ນທ່ຽງ, ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືການນຳພາ-ຊີ້ນໍາຂອງອົງຄະນະພັກແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ປະຊາຊົນມີຄວາມສາມັກຄີປອງດອງ ທັງເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ; ແຂວງໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງສະພາບແວດລ້ອມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກອັນດີໃຫ້ແກ່ການສ້າງສາພັດທະນາ ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 7,4%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.549,01 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 15,17 ລ້ານກີບ/ຄົນ/ປີ. ໃນຂະນະດຽວກັນ ແຂວງໄຊສົມບູນ ຍັງໄດ້ສະເໜີໃຫ້ລັດຖະບານຄົ້ນຄວ້າອອກນິຕິກໍາ ກ່ຽວກັບການກຳນົດລາຄາຫົວໜ່ວຍວັດສະດຸກໍ່ສ້າງ ໃຫ້ມີຄວາມເປັນເອກະພາບທົ່ວປະເທດ ຫຼື ເປັນອັນສະເພາະຂອງແຕ່ລະແຂວງ ຕາມຄວາມເໝາະສົມ; ສະເໜີລັດຖະບານ ຄົ້ນຄວ້າຍົກລະດັບເສັ້ນທາງ 5B ແຕ່ເທດສະບານແຂວງ ຫາ ບ້ານວຽງທອງ ເມືອງທ່າໂທມ (ເຊື່ອມຕໍ່ເສັ້ນທາງເລກ 1D).
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດທີ່ແຂວງຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແຂວງ ໄຊສົມບູນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ,ເພີ່ມທະວີຍົກສູງບົດບາດການນໍາພາຂອງອົງຄະນະພັກແຂວງ ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຄົາລົບລະບຽບກົດໝາຍ, ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ອື່ນໆ,ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນ ເຂັ້ມແຂງ, ປັບປຸງການຈັດຕັ້ງ ໃຫ້ກະທັດຮັດ, ຫັນການບໍລິຫານລັດໄປສູ່ທັນສະໄໝ, ຫັນຫົວໜ່ວຍວິຊາການເປັນພາລະກອນ; ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງໆ,ສືບຕໍ່ສ້າງທ່າແຮງ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.ຄຽງຄູ່ກັນນັ້ນ ໃຫ້ປັບປຸງຂອດຂັ້ນການອະນຸມັດໂຄງການ ໃຫ້ມີຄວາມສະດວກ, ວ່ອງໄວ,ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນ, ການນໍາເຂົ້າ-ສົ່ງອອກສິນຄ້າ, ການຊຳລະສະສາງ ຕ້ອງຜ່ານລະບົບທະນາຄານ ພ້ອມທັງນໍາໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດຕໍ່ຜູ້ລະເມີດ ຫຼື ກະທໍາຜິດກົດໝາຍ, ລວມທັງຜູ້ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບບໍ່ຊອບທໍາ ໂດຍບໍ່ມີການຍົກເວັ້ນ,ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ເປັນແຕ່ລະໄລຍະ,ໃຫ້ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ ໂດຍນຳໃຊ້ທ່າແຮງຂອງທ້ອງຖິ່ນຕົນ ໃຫ້ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້,ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ໂດຍສະເພາະແມ່ນສ້າງການຫັນປ່ຽນດ້ານແບບແຜນດຳລົງຊີວິດ, ວິທີການເຮັດວຽກ (ການປູກ, ການລ້ຽງ), ການຜະລິດ ແລະ ສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ ແລະ ປະເທດຊາດ; ເອົາໃຈໃສ່ວຽກງານໂຄສະນາ ແລະ ສຶກສາອົບຮົມການເມືອງແນວຄິດທົ່ວສັງຄົມ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ຮູ້ຈໍາແນກ ແລະ ບໍລິໂພກຂໍ້ມູນຂ່າວສານ ຢ່າງຖືກຕ້ອງ, ຕອບໂຕ້ຂ່າວທີ່ໃສ່ຮ້າຍປ້າຍສີໂຈມຕີພັກ-ລັດ ໃຫ້ທັນການ.ສຳລັບຂໍ້ສະເໜີຂອງແຂວງ ແມ່ນມອບໃຫ້ຂະແໜງການກ່ຽວຂ້ອງ ນຳໄປຄົ້ນຄວ້າ ແລະ ສົມທົບກັບແຂວງແກ້ໄຂ ຕາມສະພາບຄວາມເປັນຈິງ ແລະ ຖືກຕ້ອງສອດຄ່ອງຕາມລະບຽບການ.
ການຢ້ຽມຢາມແຂວງໄຊສົມບູນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບງົບປະມານຈຳນວນໜຶ່ງ ເພື່ອສົມທົບເຂົ້າໃນກອງທຶນພັດທະນາແຂວງໄຊສົມບູນຕື່ມອີກ.ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມພິທີໃສ່ບາດ ເພື່ອສະເຫຼີມສະຫຼອງຫໍຫຼັກເມືອງ ຢູ່ເທດສະບານແຂວງໄຊສົມບູນ ຄົບຮອບສອງປີ.
ແຫຼ່ງ: ປະຊາຊົນ, ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


