ເປີດງານສັບປະດາດີຈີຕອນ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2026-03-15 08:06:09 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-15 08:06:09
ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດງານ ສັບປະດາດີຈີຕອນ 2024 (Digital Week) ຂຶ້ນໃນຕອນເຊົ້າ ຂອງວັນທີ 10 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ ຊຶ່ງເປັນງານມະຫະກໍາທາງດ້ານດີຈີຕອນ ຄັ້ງທີ 2 ນັບຕັ້ງແຕ່ໄດ້ສ້າງຕັ້ງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຄະນະກົມ, ທຽບເທົ່າ ແລະ ບັນດາຫົວໜ້າ, ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດເຂົ້າຮ່ວມ.
ໃນພິທີເປີດງານສັບປະດາດີຈີຕອນ 2024 (Digital Week) ຄັ້ງນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ນັບແຕ່ກາງປີ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ກະກຽມຈັດງານ ສັບປະດາດີຈີຕອນ 2024 (Digital Week) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ ນີ້ ທີ່ ຫໍປະຊຸມແຫ່ງຊາດນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ“ຫັນເປັນດີຈີຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມຄວາມຮູ້ດ້ານດີຈີຕອນໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີແລະບັນດາມີນັກວິທະຍາກອນທີ່ມີຄວາມຊຳນານແລະປະສົບການສູງທັງພາຍໃນແລະຕ່າງປະເທດເປັນຜູ້ບັນລະຍາຍ. ການຝຶກອົບຮົມແລະສໍາມະນາດັ່ງກ່າວເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ຊຶ່ງປະກອບມີ1. ການສະແດງສິນຄ້າແລະນະວັດຕະກຳທາງດ້ານດີຈີຕອນ: ມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດຂະໜາດນ້ອຍ, ຂະໜາດກາງແລະບໍລິສັດຫ້າງຮ້ານຕ່າງໆທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ ເພື່ອວາງສະແດງຜະລິດຕະພັນແລະສິນຄ້າຂອງຕົນເຊັ່ນ:ເຕັກໂນໂລຊີ 5G,AI, Blockchain, IoT, Cloud computing, Cyber Security, ຜະລິດຕະພັນ Smartphone, tablet, computer, notebook, Drone, software solutionແລະອື່ນໆ.ນອກຈາກນີ້, ກໍຍັງຈະໄດ້ນໍາສະເໜີການແນະນຳ,ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍແລະຈັບສະຫຼາກລຸ້ນຮັບລາງວັນຈາກບັນດາບໍລິສັດຕ່າງໆ, 2.ການແຂ່ງຂັນLao ICTand Innovation Award ແລະLao Cyber Security Hacking: ຈະເປັນເວທີ່ສຳຄັນແລະໃຫຍ່ທີ່ສຸດຂອງສປປລາວໃນການຄັດເລືອກຜະລິດຕະພັນຂອງຄົນລາວທີ່ດີເດັ່ນທາງດ້ານດີຈີຕອນເພື່ອເຂົ້າແຂ່ງຂັນໃນສາກົນໂດຍສະເພາະການແຂ່ງຂັ້ນປະຈຳປີລະດັບພາກພື້ນ, 3.ເຫດການທີ່ສຳຄັນທີ່ສຸດໃນງານສັບປະດາດີຈີຕອນຄັ້ງນີ້ແມ່ນກະຊວງເຕັກໂນໂລຊີແລະການສື່ສານຈະໄດ້ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນຊຶ່ງໃນງານດັ່ງກ່າວຈະໄດ້ຮັບຟັງຄຳໂອ້ລົມຊີ້ນຳຈາການນຳຂັ້ນສູງ ຊຶ່ງຈະເປັນສຽງແກຕະລຸມບອນໃຫ້ແກ່ຊາວໜຸ່ມລາວບຸກທະລຸການຫັນເປັນດີຈີຕອນໃຫ້ໄດ້ຮັບໄຊຊະນະ, 4. ກະຊວງເຕັກໂນໂລຊີແລະການສື່ສານກໍໄດ້ເຊື້ອເຊີນການນຳຂອງບັນດາຂະແໜງການແລະທ້ອງຖິ່ນພ້ອມດ້ວຍບັນດາພະແນກເຕັກໂນໂລຊີແລະການສື່ສານຂອງທຸກແຂວງເຂົ້າຮ່ວມກອງປະຊຸມປະຈຳປີຂອງຂະແໜງການແລະ 5. ໃນງານສັບປະດາດີຈີຕອນຍັງມີການສະແດງສິລະປະດົນຕີ, ການຈັດການແຂ່ງຂັນກິລາມິດຕະພາບເພື່ອສ້າງຄວາມສາມັກຄີແລະບັນຍາກາດຟົດຟື້ນ.
ໃນໂອກາດເຂົ້າຮ່ວມງານຄັ້ງນີ້,ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍການນໍາແລະພະນັກງານ-ລັດຖະກອນກະຊວງເຕັກໂນໂລຊີແລະການສື່ສານພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທີ່ໄດ້ພ້ອມກັນເອົາໃຈໃສ່ຫ້າງຫາກະກຽມງານສັບປະດາດີຈີຕອນແລະປະກາດວັນທີ 10 ມັງກອນ ເປັນວັນດີຈີຕອນແຫ່ງຊາດ.ພ້ອມກັນນີ້ ຂໍຊົມເຊີຍ ການນຳກະຊວງເຕັກໂນໂລຊີ ແລະ ການສື່ສານ,ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມທີ່ເປັນເຈົ້າການຄຸ້ມຄອງ ແລະ ພັດທະນາການສື່ສານ5G ໃຫ້ສາມາດເປີດບໍລິການຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ຕອບສະໜອງຂະບວນການຫັນເປັນດີຈີຕອນຂອງປະເທດ.
ເພື່ອເສີມຂະຫຍາຍຜົນສຳເລັດຂອງການຫັນເປັນດີຈີຕອນໃນເບື້ອງຕົ້ນນີ້ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນໃນຂອບເຂດທົ່ວປະເທດ,ໂດຍສະເພາະແມ່ນການພັດທະນາແລະນຳໃຊ້ເຕັກໂນໂລຊີດີຈີຕອນຢູ່ສູນກາງຈົນຮອດທ້ອງຖິ່ນໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມແລະປະຊາຊົນໄດ້ຢ່າງສະດວກວ່ອງໄວ,ຖືກຕ້ອງແລະໂປ່ງໃສນັ້ນພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການແລະແບບແຜນວິທີເຮັດວຽກແບບທັນສະໄໝແນໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງພັດທະນາຂຶ້ນໂດຍໄວແລະກ້າວໄປເຖິງການນຳໃຊ້ເຕັກໂນໂລຊີດີຈີຕອນໃນການຜະລິດແລະການບໍລິການເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.ສະນັ້ນ, ເພື່ອເນັ້ນໜັກເຖິງຄວາມສຳຄັນແລະຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝໃນການຄຸ້ມຄອງລັດ,ເສດຖະກິດແລະສັງຄົມໃຫ້ເປັນດີຈີຕອນ,ລັດຖະບານແຫ່ງສປປລາວໄດ້ຕົກລົງເຫັນດີຮັບຮອງເອົາວັນທີ10 ມັງກອນ (ຊຶ່ງເປັນເລກລະຫັດດີຈີຕອນແມ່ນ10-01 ໜຶ່ງສູນ-ສູນໜຶ່ງ(ເປັນວັນດີຈີຕອນແຫ່ງຊາດເພື່ອສ້າງບາດກ້າວໃໝ່ແຫ່ງການຫັນເປັນດີຈີຕອນຂອງປະເທດເຮົາ.ໃນໂອກາດອັນສະຫງ່າລາສີນີ້ ທ່ານນາຍົກຍັງໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
ໜຶ່ງ:ໃຫ້ທົ່ວສັງຄົມພວກເຮົາຈົ່ງບຸກທະລຸທາງດ້ານຈິນຕະນາການເພື່ອສ້າງຄວາມສຳນຶກເປັນເອກະພາບກັນໃນການຫັນເປັນດີຈີຕອນຂອງປະເທດເຮົາ,ເສີມຂະຫຍາຍບົດບາດການນຳພາຂອງພັກແລະການຄຸ້ມຄອງລັດ.ປູກຈິດສຳນຶກໃຫ້ແກ່ຄະນະພັກແລະອຳນາດການປົກຄອງທຸກຂັ້ນໃຫ້ເຫັນໄດ້ຄວາມສຳຄັນອັນຮີບດ່ວນແລະເຂົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດີຈີຕອນ,ໂດຍຖືເອົາວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ,ສອງ:ສ້າງແຜນພັດທະນາແລະນິຕິກຳເພື່ອຊຸກຍູ້ການຫັນເປັນດີຈີຕອນໂດຍໃຫ້ທຸກຂະແໜງການແລະການປົກຄອງທ້ອງຖິ່ນຕ້ອງມີແຜນພັດທະນາການຫັນເປັນດີຈີຕອນຂອງຕົນທັງໄລຍະສັ້ນແລະໄລຍະຍາວໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມທີ່ສະພາແຫ່ງຊາດຮັບຮອງ,ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີດີຈີຕອນເພື່ອອຳນວຍຄວາມສະດວກໃນການບໍລິຫານແລະການບໍລິການຂອງລັດໃຫ້ແກ່ພາກທຸລະກິດແລະປະຊາຊົນ.ຈັດຕັ້ງຜັນຂະຫຍາຍບັນດານິຕິກຳທີ່ຊຸກຍູ້ສົ່ງເສີມການຫັນເປັນດີຈີຕອນໃຫ້ເປັນເອກະພາບແລະເຂັ້ມງວດ.ສ້າງຕົວຊີ້ວັດການພັດທະນາດີຈີຕອນໃຫ້ເປັນເອກະພາບໃນທົ່ວປະເທດແລະຍົກສູງຄວາມເປັນເຈົ້າການຂອງແຕ່ລະຂະແໜງການແລະທ້ອງຖິ່ນໃນການຫັນເປັນດີຈີຕອນ.ສາມ:ສຸມໃສ່ການພັດທະນາແລະຍົກລະດັບບຸກຄະລາກອນໃຫ້ມີຄວາມສາມາດຮອງຮັບການຫັນເປັນດີຈີຕອນໂດຍເລີ່ມຈາກພະນັກງານການນຳທຸກຂັ້ນ,ສ້າງກົນໄກແລະເງື່ອນໄຂໃຫ້ແກ່ພະນັກງານໃນການປະຕິບັດວຽກງານຫັນເປັນດີຈີຕອນໂດຍບໍ່ຈຳກັດຂອບເຂດສະຖານທີ່ເຮັດວຽກແຕ່ໃຫ້ຮັບປະກັນຄຸນນະພາບຂອງວຽກງານແນ່ໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍບໍລິຫານຟຸ່ມເຟືອຍ,ຫຼຸດຜ່ອນການໃຊ້ເຈ້ຍແບບດັ່ງເດີມແລະຫັນປ່ຽນໄປສູ່ການດຳເນີນງານຮູບແບບລັດຖະບານດີຈີຕອນ.ສີ່:ເອົາໃຈໃສ່ປັບປຸງແລະຂະຫຍາຍພື້ນຖານໂຄງລ່າງເພື່ອຮອງຮັບການຫັນເປັນດີຈີຕອນໃນຂອບເຂດທົ່ວປະເທດ.ພັດທະນາຖານຂໍ້ມູນໃຫຍ່,ກຸ່ມຂໍ້ມູນຜູກພັນແລະລະບົບຖານພລັດຟອມແລະແອັບພລິເຄຊັນຕ່າງໆເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາຢ່າງເປັນເຈົ້າການ,ຮັບປະກັນຄວາມປອດໄພໄຊເບີເພື່ອໃຫ້ຜູ້ຊົມໃຊ້ມີຄວາມໝັ້ນໃຈໃນການຫັນເປັນດີຈີຕອນບົນພື້ນຖານ 3 ເສົາຄ້ຳຄື:ສ້າງການບໍລິຫານລັດດີຈີຕອນ, ສ້າງເສດຖະກິດດີຈີຕອນແລະພັດທະນາສັງຄົມດີຈີຕອນຢ່າງໜັກແໜ້ນ,ຫ້າ:ເປີດກວ້າງໃນການຮ່ວມມືແລະເຊື່ອນໂຍງທັງພາຍໃນແລະຕ່າງປະເທດເອົາໃຈໃສ່ສົ່ງເສີມແລະຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດແລະບັນດາປະເທດ ASEANເພື່ອຊຸກຍູ້ການຫັນເປັນດີຈີຕອນຈັດຕັ້ງປະຕິບັດບັນດາກິດຈະກຳແລະໂຄງການຫັນເປັນດີຈີຕອນໂດຍຄັດຈ້ອນເອົາຄູ່ຮ່ວມມືທີ່ມີປະສົບການ,ມີສັກກະຍາພາບແລະຮັບປະກັນຄວາມປອດໄພໄຊເບີແລະຄວາມໝັ້ນຄົງຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.ຕິດຕາມ,ກວດກາ, ປະເມີນຜົນບັນດາໂຄງການໃຫ້ມີຄວາມປະຢັດ,ມີປະສິດທິພາບປະສິດທິຜົນແລະຫຼີກລ່ຽງການລົງທຶນຊໍ້າຊ້ອນ,ຍາດແຍ່ງເອົາບົດຮຽນ,ຄວາມຮູ້ແລະການລົງທຶນມາພັດທະນາການຫັນເປັນດີຈີຕອນຂອງສປປລາວ.ດຶງດູດແລະຍາດແຍ່ງການຊ່ວຍເຫຼືອແລະການລົງທຶນຈາກຕ່າງປະເທດຢ່າງມີປະສິດທິພາບເພື່ອສະໜັບສະໜູນການຄົ້ນຄວ້າເຕັກໂນໂລຊີ-ນະວັດຕະກຳອັນໃໝ່ແກ່ສປປລາວ.
ແຫຼ່ງ: ປະຊາຊົນ, ຂ່າວ: ແສງຈັນ, ພາບ: ພັດ ລໍວັນໄຊ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



