ສະຫາຍທອງລຸນສີສຸລິດພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-15 07:08:55
ໃນວັນທີ 27 ທັນວາ 2023, ທີ່ຫ້ອງວ່າການສູນກາງພັກ, ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ ມີສະຫາຍທອງສະລິດມັງໜໍ່ເມກຄະນະເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ, ຄະນະກົມແລະຄະນະພະແນກຢູ່ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ສະຫາຍທອງສະລິດມັງໜໍ່ເມກໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງຫ້ອງວ່າການສູນກາງພັກແລະໄດ້ຕີລາຄາຜົນການເຄື່ອນໄຫວໃນໄລຍະຜ່ານມາ, ຊີ້ໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ສິ່ງທ້າທາຍແລະສະຫຼຸບຖອດຖອນໄດ້ 5 ບົດຮຽນທີ່ເປັນມູນເຊື້ອ, ເປັນອຸດົມການ, ຄະຕິເຕືອນໃຈໃຫ້ສະມາຊິກພັກ-ພະນັກງານທົ່ວຫ້ອງວ່າການສູນກາງພັກສືບຕໍ່ຮັກສາແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ; ພ້ອມທັງໄດ້ລາຍງານກ່ຽວກັບທິດທາງແຜນວຽກຈຸດສຸມຂອງຫ້ອງວ່າການສູນກາງພັກໃນຕໍ່ໜ້າ.
ໃນໂອກາດນີ້ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະຕີລາຄາສູງຕໍ່ການນໍາພາຊີ້ນໍາແລະການເຄື່ອນໄຫວວຽກງານຂອງຄະນະພັກ, ຄະນະນຳ, ບັນດາສະຫາຍການນຳຫຼັກແຫຼ່ງແລະພະນັກງານທັງໝົດຂອງຫ້ອງວ່າການສູນກາງພັກ; ຍົກໃຫ້ເຫັນມູນເຊື້ອຂອງຫ້ອງວ່າການສູນກາງພັກ, ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ການປັບປຸງແລະຍົກລະດັບຄຸນນະພາບໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຫ້ອງວ່າການສູນກາງພັກທີ່ເປັນເສນາທິການໃກ້ຊິດໃຫ້ແກ່ສູນກາງພັກ, ໂດຍໄດ້ເນັ້ນໜັກບາງເນື້ອໃນສຳຄັນຄື:ໜື່ງ,ຕ້ອງສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດຂອງຫ້ອງວ່າການສູນກາງພັກທັງ 5 ດ້ານຄື:ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ພາລະກິດປະຕິວັດຂອງພັກ, ຕໍ່ອຸດົມການ, ເສັ້ນທາງກ້າວເດີນແລະຈຸດໝາຍກ້າວຂຶ້ນຂອງປະເທດຊາດ; ເປັນນໍ້າໜຶ່ງໃຈດຽວກັນ, ສາມັກຄີປຸ້ມລຸມຊ່ວຍເຫຼືອຊຶ່ງກັນແລະກັນຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ;ເປັນແບບຢ່າງນໍາໜ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ;ເປັນເສນາທິການຊ່ວຍການນໍາຂອງພັກດ້ວຍຄວາມຊື່ສັດບໍລິສຸດ, ຮັບປະກັນຄວາມລັບຂອງພັກ, ຂອງຊາດ; ແລະເປັນເບົ້າຫຼໍ່ຝຶກຝົນ, ກໍ່ສ້າງບຸກຄະລາກອນທີ່ສໍາຄັນຂອງພັກ;ສອງ,ຕ້ອງຍົກສູງບົດບາດເປັນເສນາທິການຊ່ວຍສູນກາງພັກແລະການນໍາຂອງພັກໃຫ້ສູງຂຶ້ນຕື່ມ, ຮັບປະກັນປະສິດທິຜົນ, ຕ້ອງເປັນເສນາທິການທີ່ປຽບເໝືອນ“ແຂນ, ຂາແລະມັນສະໝອງ” ທີ່ເຂັ້ມແຂງໃຫ້ແກ່ສູນກາງພັກ; ສາມ,ສືບຕໍ່ຍົກສູງບົດບາດໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງແລະທິດຊີ້ນຳຂອງສູນກາງພັກ;ສີ່, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການສູນກາງພັກໃຫ້ກະທັດຮັດ, ເຂັ້ມແຂງ,ໜັກແໜ້ນແລະປອດໃສ; ເອົາໃຈໃສ່ຍົກສູງຄຸນນະພາບຂອງຖັນແຖວບຸກຄະລາກອນໂດຍສະເພາະໃນຂົງເຂດຄົ້ນຄວ້າ, ວິເຄາະ, ວິໄຈ, ສະຫຼຸບສັງລວມ;ຫ້າ,ເກັບກໍາ, ຄຸ້ມຄອງ, ນໍາໃຊ້ແລະເຜີຍແຜ່ເອກະສານຂອງພັກຕາມທິດຫັນໄປສູ່ດີຈີຕອນ; ຫົກ,ສືບຕໍ່ເພີ່ມທະວີການຍົກລະດັບການພົວພັນຮ່ວມມືກັບຫ້ອງວ່າການສູນກາງພັກຂອງບັນດາປະເທດເພື່ອນມິດຍຸດທະສາດໃຫ້ນັບມື້້ເຂົ້າສູ່ລວງເລິກ.
ນອກຈາກນັ້ນ, ສະຫາຍເລຂາທິການໃຫຍ່ຍັງໄດ້ໃຫ້ທິດຊີ້ນຳແລະແບ່ງປັນບົດຮຽນຕົວຈິງໃນການຊ່ວຍການນຳໃນການກະກຽມເອກະສານຕ່າງໆໃຫ້ມີຄຸນນະພາບສູງ, ມີເນື້ອໃນເລິກເຊິ່ງແລະສະແດງຄວາມເຊື່ອໝັ້ນວ່າຫ້ອງວ່າການສູນກາງພັກຈະສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດແລະມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນດ້ວຍຜົນສຳເລັດແລະຍົກສູງບົດບາດການເປັນເສນາທິການໃຫ້ສູນກາງພັກໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສ້າງພື້້ນຖານອັນໜັກແໜ້ນແລະກະກຽມຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກດ້ວຍຜົນສໍາເລັດໃໝ່.
ແຫຼ່ງ: ປະຊາຊົນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


