ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-15 07:04:14
ໃນວັນທີ 25 ທັນວາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ (MLC) ຄັ້ງທີ 4 ພາຍໃຕ້ຫົວຂໍ້: ຮ່ວມມືກັນເພື່ອສ້າງຄູ່ຮ່ວມຊາຕາກຳ ແລະ ຄວາມທັນສະໄໝ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Join Hands on the Building of a Community of Shared Future and Modernization among Mekong-Lancang Countries) ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຮ່ວມຂອງ ທ່ານ ລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ທ່ານ ມິ່ງອ່ອງລາຍ ພົນເອກອາວຸໂສ ນາຍົກລັດຖະມົນຕີ ສສ ມຽນມາ, ມີບັນດາທ່ານນາຍົກລັດຖະມົນຕີ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນໄລຍະ 7 ປີຜານມາ ໂດຍສະເພາະໝາກຜົນຂອງການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນຂອງບັນດາຖະແຫຼງການຂອງກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນ 3 ຄັ້ງຜ່ານມາ ແລະ ແຜນປະຕິບັດງານ 5 ປີ (2018-2022) ໂດຍຜ່ານບັນດາແຜນງານ ແລະ ໂຄງການ ພາຍໃຕ້ 3 ເສົາຄໍ້າ ແລະ 5 ຂົງເຂດບຸລິມະສິດ ຂອງຂອບການຮ່ວມມື ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດໃນບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງມີປະສິດທິພາບເປັນຕົ້ນແມ່ນ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໂຄງການເຫັນຜົນໄວ ໂດຍປະກອບມີ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສ້າງຂີດຄວາມອາດສາມາດໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ. ພ້ອມນີ້, ບັນດາຜູ້ນຳກໍໄດ້ຮ່ວມກັນວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອເສີມຂະຫຍາຍການເຊື່ອມໂຍງເສດຖະກິດ ແລະ ການເຊື່ອມຈອດພາກພື້ນ, ການຫັນເປັນທັນສະໄໝໃນທຸກຂະແໜງການ, ການພັດທະນາແບບຍືນຍົງຕາມທິດສີຂຽວ, ຍົກສູງການຮ່ວມມືດ້ານການທ່ອງທ່ຽວ, ແລກປ່ຽນວັດທະນະທຳ ແລະ ການປ້ອງກັນ-ຮັບມື ກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (Non-traditional Security Challenge). ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 3 ສະບັບ ຄື: (1). ແຜນປະຕິບັດງານຂອບການຮ່ວມມື MLC ໄລຍະ 5 ປີ (2023-2027); (2). ຖະແຫຼງການ ເນປີດໍ ຂອງກອງປະຊຸມຜູ້ນຳ MLC ຄັ້ງທີ 4 ແລະ (3). ຖະແຫຼງການວ່າດ້ວຍຂໍ້ລິເລີ່ມສ້າງແລວ ນະວັດຕະກຳຂອບການຮ່ວມມື MLC ເພື່ອເປັນທິດທາງໃນການຮ່ວມມືໃຫ້ເປັນຮູບປະທຳຂຶ້ນເທື່ອລະບາດກ້າວໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ໃນການເປັນປະທານຮ່ວມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປ ຈີນ ແລະ ສສ ມຽນມາ ໃນໄລຍະຊຸມປີຜ່ານມາ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈ ສປ ຈີນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານທຶນຮອນ ຈຳນວນ 300 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມທັງ ບັນດາທຶນຝຶກອົບຮົມ ແລະ ທຶນການສຶກສາຈຳນວນຫຼາຍ. ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືດັ່ງກ່າວ ແລະ ໄດ້ສະເໜີທັດສະນະ ເພື່ອຮັດແໜ້ນ ແລະ ເພີ່ມທະວີການຮ່ວມມື ເຂົ້າໃນການຮ່ວມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ຂອບການຮ່ວມມືແມ່ນໍ້າຂອງ-ແມນໍ້າລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດ ຄື: ກຳປູເຈຍ, ສປປ ລາວ, ສສ ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ຊຶ່ງມີເປົ້າໝາຍເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງບັນດາປະເທດໃນອານຸພາກພື້ນ.
ກອງປະຊຸມຄັ້ງນີ້, ຍັງໄດ້ມີການມອບ-ຮັບໜ້າທີ່ການເປັນປະທານຮ່ວມຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກ ສສ ມຽນມາ ໃຫ້ແກ່ ຣາຊະອານາຈັກໄທ ເພື່ອເປັນປະທານຮ່ວມກັບ ສປ ຈີນ ໃນຕໍ່ໜ້າ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



