ສະພາແຫ່ງຊາດ-ສະພາປະຊາຊົນແຂວງສະຫຼຸບຖອດຖອນບົດຮຽນໄລຍະກາງສະໄໝ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-15 06:56:17
ສະພາແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄລຍະກາງສະໄໝ ຂອງແຜນການ 5ປີ (2021-2025), ໃນວັນທີ 21 ທັນວາ 2023, ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ມີບັນດາທ່ານ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ມີບັນດາລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈຸດປະສົງຕົ້ນຕໍແມ່ນ ເພື່ອສະຫຼຸບຕີລາຄາຖອດຖອນບົດຮຽນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄລຍະກາງສະໄໝ ຊຶ່ງຈະໄດ້ຍົກໃຫ້ເຫັນດ້ານດີ ເພື່ອເສີມຂະຫຍາຍ, ຕີລາຄາຢ່າງກົງໄປກົງມາ ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ. ກອງປະຊຸມຈະໄດ້ຮັບຟັງ, ປຶກສາຫາລື ແລະ ປ່ຽນບົດຮຽນນໍາກັນຕໍ່ບັນດາເນື້ອໃນສຳຄັນ ຄື:1. ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄລຍະກາງສະໄໝ (2021-2023)ແລະ ທິດທາງແຜນການເຄື່ອນໄຫວວຽກງານທ້າຍສະໄໝ (2023-2025);2. ການປະກອບຄຳເຫັນໃນຫົວຂໍ້ຕ່າງໆຂອງບັນດາກຳມາທິການ ສະພາແຫ່ງຊາດແລະຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຈຳນວນ 8 ຫົວຂໍ້, ໃນນີ້ ສະພາແຫ່ງຊາດ ປະກອບມີ 4 ຫົວຂໍ້ ຄື:ການຍົກສູງຄຸນນະພາບໃນການສ້າງ ແລະ ປັບປຸງກົດໝາຍ; ປະສິດທິຜົນການຮັບຮອງ ແລະ ການຈັດຕັ້ງປະຕິບັດ ບັນຫາສໍາຄັນພື້ນຖານຂອງຊາດ; ເພີ່ມທະວີວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນການຄຸ້ມຄອງລັດຢ່າງມີປະສິດທິຜົນ ແລະ ການພິຈາລະແກ້ໄຂຄຳຮ້ອງຂໍຄວາມເປັນທຳ ຂອງສະພາແຫ່ງຊາດ.
ສຳລັບສະພາປະຊາຊົນຂັ້ນແຂວງ ຈະມີບົດປະກອບຄໍາເຫັນ 4 ຫົວຂໍ້ຄື: ການສ້າງ ແລະ ປັບປຸງນິຕິກໍາທີ່ສຳຄັນ ຂອງທ້ອງຖິ່ນ ເພື່ອຮັບປະກັນທັງປະລິມານ ແລະ ຄຸນນະພາບ ຈະຊ່ວຍເປັນເຄື່ອງມືສຳຄັນແກ່ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ເຂັ້ມແຂງ; ປະສິດທິຜົນການຮັບຮອງ ແລະ ຈັດຕັ້ງປະຕິບັດບັນຫາສໍາຄັນພື້ນຖານ ຂອງທ້ອງຖິ່ນ; ການຕິດຕາມກວດກາ ຂອງສະພາປະຊາຊົນແຂວງມີຄວາມເຂັ້ມແຂງ ຈະຊ່ວຍໃຫ້ການພັດທະນາທ້ອງຖິ່ນມີປະສິດທິຜົນ ແລະ ການພົບປະປະຊາຊົນ ຂອງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ເປັນການປະກອບສ່ວນປັບປຸງວຽກງານການເມືອງຢູ່ຂັ້ນຮາກຖານ.
ທ່ານປະທານສະພາແຫ່ງຊາດຍັງຮຽກຮ້ອງໃຫ້ທຸກທ່ານ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄວາມຄິດຄວາມເຫັນ ຕໍ່ແຕ່ລະເນື້ອໃນຢ່າງກົງໄປກົງມາ, ມີເຫດມີຜົນ, ຖືກກັບສະພາບຕົວຈິງບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ພ້ອມທັງພ້ອມກັນ
ຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາທີ່ຍັງເປັນຄວາມບົກຜ່ອງ, ມີຄວາມຫຍຸ້ງຍາກອຸດຕັນ
ເພື່ອເຮັດແນວໃດໃຫ້ການຈັດຕັ້ງປະຕິບັດບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ, ສະພາ
ປະຊາຊົນຂັ້ນແຂວງ ກໍຄືບັນດາອົງການລັດທຸກຂັ້ນ ມີຄວາມຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດ
ໝາຍ ຮ່ວມກັບລັດຖະບານ ແລະ ອົງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອນໍາພາປະເທດພວກ
ເຮົາຈະເລີນກ້າວໜ້າຍິ່ງຂຶ້ນ, ນຳເອົາປະເທດຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ທີ່ພວມປະເຊີນ ໃນ
ປັດຈຸບັນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ແສງຈັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


