ສະຫາຍເລຂາທິການໃຫຍ່ປະທານປະເທດ ຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-03-14 18:37:39
ໃນຕອນເຊົ້າຂອງວັນທີ 12 ທັນວາ 2023, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັັັັັບຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະປະຈຳພັກແຂວງ; ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ເອັດສເຄ (SK) ຂອງບໍລິສັດເອັດສອີເອັດສ (SES) ກໍ່ສ້າງຄົບວົງຈອນ ຈໍາກັດ ຢູ່ບ້ານໂພນສະອາດ ເມືອງປາກຊັນ ຊຶ່ງໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ດັ່ງກ່າວສາມາດຜະລິດໝໍ້ແປງໄຟຟ້າ ໄດ້ພຽງພໍສໍາລັບການຊົມໃຊ້ພາຍໃນປະເທດ, ໄດ້ຖືກຮັບຮອງມາດຕະຖານໄອເອັດສໂອ (ISO), ຮັບຮອງເຄື່ອງໝາຍການຄ້າຈາກກະຊວງວິທະຍາສາດເຕັກໂນໂລຊີ ແລະ ເຄື່ອງໝາຍສິນຄ້າລາວ ເປັນທີ່ຮຽບຮ້ອຍແລ້ວ. ຈາກນັ້ນ ຄະນະຂອງສະຫາຍເລຂາທິການໃຫຍ່ ກໍໄດ້ໄປຢ້ຽມຢາມ ຟາມງົວພູທອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ທີ່ເປັນຟາມລ້ຽງງົວ ສາຍພັນບາມັ່ນ ຊຶ່ງຈະໂຕໃຫຍ່ກວ່າງົວທົ່ວໄປ, ປັດຈຸບັນມີງົວທັງໝົດ 80 ໂຕ, ປີໜຶ່ງເກີດລູກ ປະມານ 40 ກວ່າໂຕ. ຕໍ່ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມປາຍປາກຊັນ ແລະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບລວມຂອງໂຮງຮຽນ, ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນແມ່ນການປັບປຸງສ້ອມແປງໂຮງຮຽນໃນປັດຈຸບັນ ທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ລວມມູນຄ່າ 1 ຕື້ກວ່າກີບ. ໂອກາດນີ້ ສະຫາຍເລຂາທິການໃຫຍ່ ຍັງໄດ້ນໍາເອົາຄອມພີວເຕີ່, ປິນເຕີ່, ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາມອບໃຫ້ໂຮງຮຽນມັດທະ ຍົມປາຍປາກຊັນ ຕື່ມອີກ; ໃນຕອນບ່າຍຂອງວັນດຽວກັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ກໍໄດ້ໃຫ້ກຽດພົບປະໂອ້ລົມຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງບໍລິຄຳໄຊ. ໂອກາດນີ້ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ລາຍງານກ່ຽວກັບສະພາບລວມຂອງແຂວງ, ຜົນສຳເລັດການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ເປັນຕົ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກພັກ-ພະນັກງານ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານສາມສ້າງ ແລະ ວຽກງານອື່ນໆ, ລວມຍອດຜະລິດຕະພັນພາຍໃນ 9 ເດືອນຜ່ານມາ ສາມາດບັນລຸໄດ້ 7 ພັນຕື້ກວ່າກີບ ເທົ່າກັບ 100,14% ຂອງແຜນການປີ, ບ້ານພົ້ນທຸກ 264 ບ້ານ ເທົ່າກັບ 92 ກວ່າ% ແລະ ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ ກວມເອົາ 95%.
ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງບໍລິຄຳໄຊ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ໃຫ້ທິດຊີ້ນຳຕໍ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສຳຄັນ ໃນການປຸກລະດົມຂົນຂວາຍ ໃຫ້ປະຊາຊົນບັນດາເຜົາ ເປັນກຳລັງແຮງເຂົ້າຮ່ວມ ໃນທຸກຂະບວນການພັດທະນາໃນທົ່ວສັງຄົມ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສຸມໃສ່ຕ້ານ ແລະ ສະກັດກັ້ນ ກົນອຸບາຍທີ່ບໍ່ດີຂອງສັດຕູ ໃຫ້ທັນເວລາ, ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການນຳເຂົ້າ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ກຽມຄວາມພ້ອມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ການຄັດເລືອກບຸກຄະລາກອນ ໃຫ້ມີຄຸນນະພາບ, ໄດ້ຮັບປະສິດທິຜົນ ຕາມຄາດໝາຍທີ່ວາງໄວ້ ແລະ ວຽກງານອື່ນໆ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສີປະເສີດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

