ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວສານຊິນຮົວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-14 18:25:50
ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຟູຫົວ ກຳມະການສູນກາງພັກກອມມູນິດຈີນ ປະທານສຳນັກຂ່າວສານຊິນຮົວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 7 ທັນວາ 2023, ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາຮ່ວມກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ-ໜຶ່ງເສັ້ນທາງ” ຄັ້ງ ທີ II ປີ 2023.
ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ຟູຫົວ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄວາມຢ້ຽມ ຢາມຖາມຂ່າວ ເຖິງສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ຂໍຝາກຄວາມຂອບອົກຂອບໃຈ ໄປຍັງພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຕໍ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະການເຂົ້າຮ່ວມເວທີປຶກສາຫາລື ໜຶ່ງແລວໜຶ່ງເສັ້ນທາງ ແລະ ການຢ້ຽມຢາມລັດຖະກິດ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ແລະ ຂໍຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມດັ່ງກ່າວ. ທ່ານນາຍົກໄດ້ຕີລາຄາສູງຕໍ່ຜົົນສຳເລັດໃນການຈັດກອງປະຊຸມເວທີສົນທະນາການຮ່ວມມືລາວ - ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ I ໃນປີ 2018 ແລະ ກອງປະຊຸມຄັ້ງທີ II ທີ່ຈັດຂຶ້ນໃນຄັ້ງນີ້ ຊຶ່ງຈະສ້າງເງື່ອນໄຂອັນສະດວກ ແລະ ເຂົ້າສູ່ລວງເລິກ ເພື່ອຜັນຂະຫຍາຍຈິດໃຈການຮ່ວມມືຂອງສອງຝ່າຍບົນພື້ນຖານຄູ່ຮ່ວມຊາຕາກໍາດຽວກັນ ໃນຂົງເຂດເສດຖະກິດ, ພະລັງານ, ບໍ່ແຮ່, ການຄ້າ, ການລົງທຶນ, ການບໍລິການດ້ານການທ່ອງທ່ຽວ, ວັດທະນະທໍາ ແລະ ວຽກງານການໂຄສະນາ ແລະ ອື່ນໆ, ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ການສະໜັບສະໜູນຮອບດ້ານ ແລະ ຕໍ່ເນື່ອງ ທີ່ ສປ ຈີນ ໃຫ້ການປະກອບສ່ວນຊ່ວຍເຫຼືອ ເພື່ອສົ່ງເສີມ ແລະ ແລກປ່ຽນປະສົບການໃນການຜະລິດ, ການເຜີຍແຜ່ເນື້ອໃນຂໍ້ມູນຂ່າວສານຕ່າງໆ ຜ່ານຫຼາຍຊ່ອງທາງຂອງສື່ມວນຊົນ ແລະ ເພີ່ມທະວີການຮ່ວມມືທາງດ້ານວິຊາການ, ວິທະຍຸ, ໂທລະພາບ, ຮູບເງົາ ລວມທັງການພັດທະນາຊັບພະຍາກອນມະນຸດ, ນະໂຍບາຍ, ເຕັກໂນໂລຊີ ແລະ ຮູບແບບວິທີການຕ່າງໆຂອງສື່ມວນຊົນ ຊຶ່ງກາຍເປັນກະບອກສຽງໜຶ່ງໃນການສົ່ງເສີມການທ່ອງທ່ຽວ ໂດຍເອົາການເຜີຍແຜ່ໂຄສະນາແຫຼ່ງທ່ອງທ່ຽວ ພາຍໃນສອງປະເທດ ລາວ-ຈີນ; ຈີນ-ລາວ ຂອງພວກເຮົາຜ່ານສື່ມວນຊົນເປັນການປະກອບສ່ວນສຳຄັນແກ່ການພັດທະນາເສດຖະກິດ-ສັງຄົມ, ການໄປມາຫາສູ່ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງຊາດດ້ວຍກັນ. ສະເໜີໃຫ້ສະຫາຍຊ່ວຍຊຸກຍູ້ວຽກງານສື່ເອເລັກໂຕຣນິກ ກໍຄືສື່ວິທະຍຸ ແລະ ໂທລະພາບ ຂອງ ລາວ ໃຫ້ມີສ່ວນຮ່ວມໃນຂອບການຮ່ວມມືໃນກອບ ໜຶ່ງແລວໜຶ່ງເສັ້ນທາງ ທີ່ເປັນເວທີສາກົນ ເປີດໂອກາດໃຫ້ມີການແລກປ່ຽນປຶກສາຫາລື ແລະ ການຮ່ວມມືຂອງບັນດາສື່ມວນຊົນ ທີ່ກວມເອົາຂອບເຂດອັນກວ້າງຂວາງ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ ດັ່ງຕົວຢ່າງກອງປະຊຸມ ທີ່ ສຳນັກຂ່າວຊິນຮົວຂອງສະຫາຍ ໄດ້ຈັດຂຶ້ນໃນຄັ້ງນີ້. ໂດຍໃຫ້ເລີ່ມການຮ່ວມມືຈາກນ້ອຍໄປຫາໃຫຍ່ ມີການພັດທະນາ ແລະ ສະແດງອອກຜົນງານໃຫ້ເປັນຮູບປະທໍາ, ໂຄງການລົດໄຟລາວ-ຈີນ ເປັນໂຄງການຮ່ວມມືທີ່ການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຈີນ ຊຸກຍູ້ຮ່ວມກັນ, ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່, ເປັນໂຄງການຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ເຮັດໃຫ້ຄວາມໄຝ່ຝັນ ຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງ, ຜົນສຳເລັດດັ່ງກ່າວເກີດຂຶ້ນໄດ້ ກໍຍ້ອນການຊຸກຍູ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ປະທານ ສີ ຈິ້ນຜິງ ຊຶ່ງທັງສອງປະເທດເຮົາຈະຕ້ອງສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນນັ້ນ ສື່ມວນຊົນລາວ ແລະ ຈີນ ກໍມີບົດບາດສໍາຄັນໃນການໂຄສະນາ ສົ່ງເສີມ ແລະ ບໍລິການຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ ໄດ້ບໍລິໂພກຢ່າງທົ່ວເຖິງ. ການປະກາດເປີດປີທ່ອງທ່ຽວລາວ (Visit Lao Year) ໃນປີ 2024 ທີ່ໄດ້ປະກາດຢ່າງເປັນທາງການ ໃນວັນທີ 23 ພະຈິກ 2023 ຜ່ານມາ, ຕາງໜ້າປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ເຊີນຊວນບັນດາສະຫາຍ, ແຂກຜູ້ມີກຽດ, ນັກທ່ອງທ່ຽວຈາກ ສປ ຈີນ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ແລະ ຂໍໃຫ້ບັນດາສື່ມວນຊົນ ໂດຍສະເພາະສື່ຂອງສະຫາຍ ຈົ່ງໄດ້ຊ່ວຍໂຄສະນາປະຊາສໍາພັນ ແລະ ເປັນສື່ກາງໂຄສະນາໄປຍັງບັນດາຜູ້ປະກອບການດ້ານການທ່ອງທ່ຽວທາງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ຊ່ວຍປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນໃຫ້ມາທ່ຽວລາວ ໃຫ້ບັນລຸຕາມໂຕເລກຄາດໝາຍທີ່ກຳນົດໄວ້, ພິເສດໃຫ້ນັກທ່ອງທ່ຽວຈາກຈີນ ໄດ້ທົດລອງນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ລວມທັງບັນດາຖ້ຽວບິນ ເໝົາລຳທີ່ກັບຄືນມາ ເປີດໃຫ້ບໍລິການອີກຄັ້ງ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

