ນາຍົກລັດຖະມົນຕີຕ້ອນຮັບເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-14 18:23:09
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ທ່ານ ກິມ ເທ ຮຶມ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 7 ທັນວາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະຕີລາຄາສູງຕໍ່ທ່ານ ກິມ ເທ ຮຶມ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສເກົາຫຼີ ໃຫ້ນັບມື້ນັບກວ້າງຂວາງຍິ່ງໆຂຶ້ນ. ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນໃນເບື້ອງຕົ້ນຂອງການຮ່ວມມືກັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປ ລາວ ແລະ ແຂວງ ຊຸງຊອງນຳໂດ ຂອງ ສເກົາຫຼີ ໂດຍສະເພາະການຮ່ວມມືດ້ານແຮງງານ ຊຶ່ງເປັນການເປີດໂອກາດໃຫ້ແກ່ແຮງງານລາວໄດ້ໄປເຮັດວຽກຕາມລະດູການຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດ ຊຶ່ງນອກຈາກຈະເປັນການສ້າງລາຍຮັບແກ່ແຮງງານລາວແລ້ວ ຍັງເປັນການສົ່ງເສີມການພັດທະນາທັກສະສີມືແຮງງານ ແລະ ຮຽນຮູ້ແບບແຜນການເຮັດວຽກແບບອຸດສະຫະກຳ ດ້ານກະສິກຳ ນຳອີກ.
ທ່ານນາຍົກລັດຖະມົນຕີກ່າວວ່າ: ຜ່ານມາຂ້າພະເຈົ້າກໍໄດ້ຮັບການລາຍງານວ່າທາງແຂວງຊຸງຊອງນຳໂດ ໄດ້ໃຫ້ການຊ່ວຍເຫຼືອຫຼາຍດ້ານແກ່ ສປປ ລາວ ເປັນຕົ້ນໄດ້ຊ່ວຍເຫຼືອລົດຮັບສົ່ງຄົນເຈັບ, ເຄື່ອງຄອມພີວເຕີ, ໂຕະຕັ່ງນັກຮຽນ ແລະ ເຄື່ອງແຈ້ງເຕືອນອັກຄີໄຟຈຳນວນໜຶ່ງ ໃຫ້ແກ່ ສປປ ລາວ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ການຮ່ວມມື ແລະ ຊ່ວຍເຫຼືອຂອງພວກທ່ານ ເປັນການປະກອບສ່ວນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ໃນຕໍ່ໜ້າ ສະເໜີໃຫ້ສອງຝ່າຍຈົ່ງສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດບັນດາເນື້ອໃນບົດບັດທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເກີດຜົນຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະການສ້າງເງື່ອນໄຂ ແລະສົ່ງເສີມໃຫ້ແຮງງານລາວໄດ້ມີໂອກາດໄປເຮັດວຽກຕາມລະດູການຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດ ໃຫ້ຫຼາຍຂຶ້ນ, ພ້ອມນີ້ກໍພ້ອມກັນຄົ້ນຄວ້າ ແລະ ຊອກກາລະໂອກາດໃນການຂະຫຍາຍອອກໄປສູ່ຂົງເຂດວຽກງານອື່ນໆໃຫ້ກວ້າງຂວາງກວ່າເກົ່າ ລວມທັງດ້ານການຄ້າ, ການທ່ອງທ່ຽວ, ກະສິກຳ ແລະ ອື່ນໆ. ຂ້າພະເຈົ້າເຊື້ອໝັ້ນວ່າ ການຮ່ວມມືລະຫວ່າງສອງລັດຖະບານ ແລະ ປະຊາຊົນຂອງສອງຊາດ ລາວ-ສເກົາຫຼີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງການໄປມາຫາສູ່ກັນ, ແລກປ່ຽນຖອດຖອນບົດຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ຊຶ່ງກັນ ແລະ ກັນ ໃຫ້ນັບມືນັບຫຼາຍຂຶ້ນ.ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານເຈົ້າແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຊຸງຊອງນຳໂດ ກໍຄືລັດຖະບານແຫ່ງ ສ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການສ້າງສາພັດທະນາປະເທດຊາດ ກໍຄືພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໃຫ້ມີຄວາມເຂັ້ມແຂງ.
ທ່ານເຈົ້າແຂວງຊຸງຊອງນຳໂດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປລາວໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ແສງຈັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

