ປະທານປະເທດ ສະເໜີໃຫ້ຫົວໜ້າຄະນະຜູ້ແທນລັດຖະສະພາ CLVສືບຕໍ່ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 14 ຄັ້ງ | ເວລາ | 2026-03-14 15:41:50
ໃນຕອນຂອງເຊົ້າວັນທີ 5 ທັນວາ 2023, ທີ່ນະຄອນຫຼວງວຽງຈັນ, ກ່ອນເປີດກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ, ລາວ, ຫວຽດນາມ (CLV); ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າຄະນະຜູ້ແທນລັດຖະສະພາ CLV ກໍຄືປະທານສະພາແຫ່ງຊາດ ລາວ-ກຳປູເຈຍ-ຫວຽດນາມ ຊຶ່ງໃນໂອກາດນີ້ ທ່ານປະທານປະເທດກໍໄດ້ມີບາງຄໍາເຫັນວ່າ“ພວກເຮົາຈະຕ້ອງສືບຕໍ່ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່” ຊຶ່ງນີ້ກໍເພື່ອສືບຕໍ່ເພີ່ມທະວີຊຸກຍູ້ສົ່ງເສີມການລົງທຶນ ເຂົ້າໃນຂົງເຂດທີ່ພວກເຮົາມີທ່າແຮງ ທັງລະດົມດຶງດູດການລົງທຶນຕ່າງປະເທດ.
ກ່ອນທີ່ຈະມີຄໍາເຫັນທີ່ສຳຄັນດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ສະແດງຄວາມຮູ້ສຶກ ປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະ ແລະ ຕ້ອນຮັບບັນດາປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ, ສສ ຫວຽດນາມ ແລະ ສປປ ລາວ (ເຈົ້າພາບ) ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ທີ່ ນະຄອນຫຼວງວຽງຈັນສປປ ລາວ. ພ້ອມນີ້, ກໍຕີລາຄາສູງຕໍ່ບັນດາທ່ານ ທີ່ໄດ້ສະຫຼະເວລາອັນມີຄ່າມາເຂົ້າຮ່ວມກອງປະຊຸມຄັ້ງປະຫວັດສາດນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານແບບສໍາພັນສູ້ຮົບຂອງສາມຊາດອິນດູຈີນໃນສະໄໝຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນກໍຄືໃນການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນ ລະຫວ່າງ ປະຊາຊົນກັບປະຊາຊົນ ໃນປັດຈຸບັນເພື່ອເປົ້າໝາຍພັດທະນາແບບຍືນຍົງລະຫວ່າງສາມປະເທດ ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ ສາມຊາດພວກເຮົາ. ນອກຈາກນີ້, ກໍໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດກອງປະຊຸມສຸດຍອດລັດຖະສະພາ (CLV) ຄັ້ງທີ 1 ຂອງອົງການນິຕິບັນຍັດ ແລະ ຊຶ່ງຜູ້ນໍາຂັ້ນສູງຂອງສະພາແຫ່ງຊາດ 3 ປະເທດ ຈະໄດ້ຮ່ວມກັນປຶກສາຫາລື ກ່ຽວກັບການຮ່ວມມືດ້ານຕ່າງໆ ຕາມບົດບາດຂອງຕົນ ເພື່ອຊຸກຍູ້ ແລະ ຕິດຕາມກວດກາ ການປະຕິບັດບັນດາແຜນງານ, ກິດຈະກໍາຕ່າງໆຂອງສາມປະເທດ ທີ່ໄດ້ຕົກລົງຮ່ວມກັນໃຫ້ມີປະສິດທິພາບກ່ວາເກົ່າ.
ທ່ານ ທອງລຸນ ສີສຸລິດແຈ້ງບາງສະພາບການພົ້ນເດັ່ນ ຂອງ ສປປ ລາວ ໃຫ້ແກ່ບັນດາທ່ານຮັບຊາບໂດຍສັງເຂບ ແລະ ໄດ້ເນັ້ນວ່າ: ສາມປະເທດພວກເຮົາມີຄວາມຈໍາເປັນທີ່ຈະຕ້ອງໄດ້ພັດທະນາເສດຖະກິດພາຍຫຼັງທີ່ໄດ້ຮັບການປົດປ່ອຍຈາກພວກຮຸກຮານ, ແຕ່ເນື່ອງຈາກພວກເຮົາຍັງມີຄວາມຈໍາກັດໃນດ້ານທຶນຮອນ, ສະນັ້ນ, ໃນເຂດສາມຫຼ່ຽມພັດທະນາພວກເຮົາກໍຍັງມີຄວາມຕ້ອງການພັດທະນາໃຫ້ຫຼາຍກວ່າທີ່ເປັນຢູ່ໃນປັດຈຸບັນ. ສະນັ້ນ ໃນຕໍ່ໜ້າ, ຂ້າພະເຈົ້າເຫັນວ່າ ພວກເຮົາຈະຕ້ອງສືບຕໍ່ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຊັບພະຍາກອນທໍາມະຊາດ, ແມ່ນໍ້າ-ລໍາເຊ, ການພັດທະນາໃນຂົງເຂດກະສິກໍາ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາພະລັງງານ ແລະ ການທ່ອງທ່ຽວ; ການພັດທະນາດ້ານຊັບພະຍາກອນມະນຸດ, ສືບຕໍ່ເພີ່ມທະວີຊຸກຍູ້ສົ່ງເສີມການລົງທຶນ ເຂົ້າໃນຂົງເຂດທີ່ພວກເຮົາມີທ່າແຮງ ທັງດຶງດູດການລົງທຶນຕ່າງປະເທດເຂົ້າສູ່ເຂດດັ່ງກ່າວ.
(ແຫຼ່ງ: ປະຊາຊົນ, ຂ່າວ: ສຸກສະຫວັນ, ພາບ: ອ່າຍຄໍາ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

