ເປີດກອງປະຊຸມສຸດຍອດລັດຖະສະພາCLVຄັ້ງທີ 1
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 10 ຄັ້ງ | ເວລາ | 2026-03-14 15:34:55
ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 5 ທັນວານີ້ ທີ່ນະຄອນຫຼວງວຽງຈັນພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ໂດຍມີ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວ, ມີທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີສົມເດັດ ມະຫາ ຣັດສະເພຍທິກາ ທິພາໄດ ຄຸນ ສຸດາຣີປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາ ຈັກກຳປູເຈຍ, ມີທ່ານ ເວືອງ ດິງ ເຫວ້ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ 3 ປະເທດກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ທີ່ມີເນື້ອໃນສຳຄັນບາງຕອນວ່າ: ໃນນາມປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຂໍສະແດງຄວາມຊົມເຊີຍ ຕໍ່ສາມອົງການນິຕິບັນຍັດຂອງ 3 ປະເທດ ທີ່ໄດ້ຍົກລະດັບກົນໄກການປະຊຸມຈາກລະດັບຫົວໜ້າກໍາມາທິການຂຶ້ນເປັນລະດັບປະທານສະພາ ແລະ ໄດ້ເລືອກຫົວຂໍ້ກອງປະຊຸມທີ່ມີຄວາມໝາຍສຳຄັນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງ 3 ປະເທດ ແລະ ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາດ້ານພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ເຂດສາມຫຼ່ຽມພັດທະນາໃນປັດຈຸບັນ. ຂ້າພະເຈົ້າສະໜັບສະໜູນຕໍ່ອົງການນິຕິບັນຍັດຂອງສາມປະເທດ ໃນການຍົກສູງບົດບາດຂອງຕົນຂຶ້ນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້, ສົ່ງເສີມ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ກ່າວສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງປະຖົມມະລືກນີ້ ຈະເປັນໂອກາດດີໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດທັງ 3 ປະເທດ ໄດ້ສະແດງຄວາມຄິດຄວາມເຫັນ ແລະ ຈະໄດ້ແລກປ່ຽນທັດສະນະຮ່ວມກັນຢ່າງກົງໄປກົງມາ ຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ບົນຈິດໃຈຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍສະເພາະບັນດາແຂວງໃນເຂດສາມຫຼ່ຽມພັດທະນາ ພ້ອມກັນຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບມີໝາກຜົນຕົວຈິງແລະ ຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້ ຈະສາມາດພິຈາລະນາຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມຕາມຈຸດປະສົງທີ່ວາງໄວ້.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ເພື່ອຕອບສະໜອງຕາມຈຸດປະສົງ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາ ເຂດສາມຫຼ່ຽມພັດທະນາ CLV, ກອງປະຊຸມສຸດຍອດຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ພ້ອມກັນນີ້, ຍັງໄດ້ກຳນົດຫົວຂໍ້ຍ່ອຍເພື່ອລົງເລິກຄົ້ນຄວ້າປຶກສາຫາລື ກັນໃນແຕ່ລະຂົງເຂດ ຄື:1). ວຽກງານຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ: “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ”;2). ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ: “ເພີ່ມທະວີການຮ່ວມມືຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດ ຂອງກຳປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ”;3). ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:“ເພີ່ມທະວີພາລະບົດບາດໃນການຕິດຕາມກວດກາ ຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບ”.
ນອກຈາກນີ້, ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ, ເປັນໂອກາດແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ, ປະສົບການ ແລະ ສະແດງຄຳຄິດຄຳເຫັນຕໍ່ວຽກງານໃນທ້ອງຖິ່ນຂອງຕົນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາຮ່ວມການມື ລະຫວ່າງລັດຖະບານສາມປະເທດ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ໂດຍສະເພາະບັນດາຜູ້ແທນ ທີ່ມາຈາກສາມຫຼ່ຽມພັດທະນາຂອງແຕ່ລະປະເທດຊຶ່ງເປັນຜູ້ທີ່ມີຄວາມໃກ້ຊິດຕິດແທດກັບປະຊາຊົນ ຈົ່ງເປັນເຈົ້າການໃນການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ແຕ່ລະບັນຫາຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອຊອກຫາວິທີທາງ ແລະ ມາດຕະການທີ່ເໝາະສົມ ເພື່ອສະເໜີແນະຕໍ່ລັດຖະບານ; ເປັນເຈົ້າການປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດດ້ານນິຕິກຳ, ການໂຄສະນາເຜີຍແຜ່ນະໂຍບາຍການລົງທຶນໃນເຂດສາມຫຼ່ຽມພັດທະນາໂດຍຜ່ານກົນໄກລັດຖະສະພາ ແລະ ອົງການລັດຖະສະພາພາກພື້ນ ແລະ ສາກົນ ເພື່ອດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ເຫັນໄດ້ທ່າແຮງທາງດ້ານເສດຖະກິດ ແລະ ມີຄວາມສົນໃຈມາລົງທຶນໃນເຂດສາມຫຼ່ຽມພັດທະນາ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ, ຊຸກຍູ້ການຮ່ວມມືໃນການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຕ້ານການອາຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ເກັບກູ້ລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງຈາກສົງຄາມ ໃນເຂດສາມຫຼ່ຽມພັດທະນາ ແລະ ການຊອກຄົ້ນອັດຖິຂອງບັນດາທະຫານທີ່ເສຍຊີວິດ ໃນສົງຄາມຜ່ານມາກັບຄືນປະເທດ ແລະ ບັນຫາອື່ນໆ ທີ່ເປັນຄວາມສົນໃຈຂອງທັງສາມປະເທດ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

