ການນຳຂັ້ນສູງ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍເຂົ້າຢ້ຽມຂໍ່ານັບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2026-03-14 15:21:40 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-14 15:21:40
ພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ຕ້ອນຮັບສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍເຂົ້າຢ້ຽມຂໍ່ານັບໃນວັນທີ 4 ທັນວາ ນີ້ທີ່ຫ້ອງວ່າການສູນກາງພັກ,ໃນໂອກາດທີ່ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປລາວ,ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານໄຊສົມພອນພົມວິຫານປະທານສະພາແຫ່ງຊາດແຫ່ງສປປລາວ,ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະເດີນທາງມາຢ້ຽມຢາມສປປລາວຢ່າງເປັນທາງການໃນລະຫວ່າງວັນທີ 2-4 ທັນວາ 2023 ແລະເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາຂອງ 3 ປະເທດກຳປູເຈຍ, ລາວແລະຫວຽດນາມຄັ້ງທີ1(CLV) ທີ່ ສປປລາວເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວພະນະທ່ານທອງລຸນສີສຸລິດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນແລະຕີລາຄາສູງຕໍ່ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປລາວຄັ້ງນີ້ຊຶ່ງເປັນມິດໝາຍສຳຄັນເຂົ້າປະກອບສ່ວນເສີມສ້າງສາຍພົວພັນ, ການຮ່ວມມືແລະຊ່ວຍເຫຼືອຊຶ່ງກັນແລະກັນເວົ້າ, ເວົ້າສະເພາະກໍຄືສອງສະພາແຫ່ງຊາດ ແຫ່ງ ສປປ ລາວ-ສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ພະນະທ່ານທອງລຸນສີສຸລິດຍັງໄດ້ອອຍພອນໃຫ້ ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີພ້ອມຄະນະຈົ່ງປະສົບຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ ສປປລາວໃນຄັ້ງນີ້.
ສົມເດັດມະຫາຣັດສະເພຍທິກາທິພະໄດຄູນສຸດາຣີໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານທອງລຸນສີສຸລິດທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ນີ້ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ ສປປລາວໃຫ້ພະນະທ່ານທອງລຸນສີສຸລິດໄດ້ຮັບຊາບຕື່ມອີກ.
ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານ ສະພາແຫ່ງຊາດ ແຫ່ງຣາຊະອານາຈັກ ກຳປູເຈຍ ເຂົ້າຢ້ຽມພົບປະ ໃນວັນທີ 4 ທັນວານີ້ ທີ່ສຳນັກ ງານນາຍົກລັດຖະມົນຕີ, ໃນໂອກາດທີ່ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ທັນວາ 2023 ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະສະພາຂອງ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ຄັ້ງທີ 1 (CLV) ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ ພະນະ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ຕໍ່ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ລາວ-ກຳປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ແຕກດອກແແກຜົນຍິ່ງໆຂຶ້ນ, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫູືອຈາກລັດຖະບານ, ສະພາແຫ່ງຊາດ ແລະ ປະ ຊາຊົນກຳປູເຈຍທີ່ມີຕໍ່ ສປປ ລາວ ໃນພາລະກິດປົດປ່ອຍປະເທດຊາດ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີຍັງໄດ້ອອຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້.
ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກລັດຖະມົນທີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດກວຽກ ຢູ່ ສປປ ລາວ ໃຫ້ ທ່ານ ນາຍົກໄດ້ຮັບຊາບຕື່ມອີກ.
(ແຫຼ່ງ:ປະຊາຊົນ, ຂ່າວ-ພາບ:ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


