ທ່ານນາຍົກລັດຖະມົນຕີ ສືບຕໍ່ເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງຜົ້ງສາລີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2026-03-14 14:44:49
ໃນວັນທີ 27 ພະຈິກ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ເມືອງຜົ້ງສາລີ, ແຂວງຜົ້ງສາລີ; ມີທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ນຳພາຄະນະ ໂດຍການຕ້ອນຮັບຂອງການນຳເມືອງຜົ້ງສາລີ, ອົງການປົກຄອງບ້ານ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ການເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປພົບປະໂອ້ລົມປະຊາຊົນ ບ້ານໜອງກິນນາລີ ຊຶ່ງປະຊາຊົນບ້ານດັ່ງກ່າວ ຈໍານວນໜຶ່ງແມ່ນໄດ້ຍົກຍ້າຍມາຈາກບ້ານກໍແມນໃໝ່ ທີ່ຖືກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 6; ປັດຈຸບັນ ທົ່ວບ້ານ ມີພົນລະເມືອງທັງໝົດ 534 ຄົນ, ຍິງ 250 ຄົນ, ມີ 119 ຫຼັງຄາເຮືອນ, 129 ຄອບຄົວ; ການຈັດສັນອາຊີບທີ່ຜ່ານມາ ເຫັນວ່າປະຊາຊົນທີ່ອາໄສຢູ່ກ່ອນ ແມ່ນມີອາຊີບປູກຊາ, ສ່ວນປະຊາຊົນ ທີ່ຍົກຍ້າຍມາຢູ່ໃໝ່ ແມ່ນຍັງບໍ່ທັນມີອາຊີບຖາວອນ. ໂອກາດທີ່ຄະນະທ່ານນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວຄັ້ງນີ້ ອໍານາດການປົກຄອງບ້ານ ຈຶ່ງໄດ້ນຳສະເໜີຂໍ້ຫຍຸ້ງ ຍາກຈຳນວນໜຶ່ງ ທີ່ປະຊາຊົນກຳລັງປະເຊີນ ເປັນຕົ້ນ ບັນຫາການຂຸດຄົ້ນຖ່ານຫີນ ຢູ່ໃກ້ຂອບເຂດແດນຂອງບ້ານ ໄດ້ສົ່ງຜົນກະທົບຕໍ່ບ່ອນທໍາມາຫາກິນຂອງປະຊາຊົນ, ພື້ນທີ່ເຮັດການຜະລິດຈໍາກັດ ບໍ່ພຽງພໍກັບຄວາມຕ້ອງການ, ການນໍາໃຊ້ເສັ້ນທາງເຂົ້າເຂດຜະລິດ ຍັງມີຄວາມຫຍຸ້ງຍາກຫຼາຍ; ການນໍາໃຊ້ລະບົບນໍ້າລິນ ໃນລະດູແລ້ງ ແມ່ນບໍ່ພຽງພໍ ເຮັດໃຫ້ພົບກັບຄວາມຫຍຸ້ງຍາກ ເນື່ອງຈາກການເພີ່ມຂຶ້ນຂອງພົນລະເມືອງ; ສະເໜີພິຈາລະນາ ຊ່ວຍກໍ່ສ້າງລະບົບນໍ້າບາດານ ເພື່ອໃຫ້ສາມາດຕອບສະໜອງນໍ້າໃຊ້-ນໍ້າກິນໃຫ້ພຽງພໍ ແລະ ຊ່ວຍປັບປຸງເສັ້ນທາງເຂົ້າເຂດເຮັດການຜະລິດຂອງບ້ານ ຕື່ມອີກ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ, ພ້ອມທັງ ໃຫ້ທິດຊີ້ນຳຕໍ່ອົງການປົກຄອງເມືອງ ສືບຕໍ່ຕິດຕາມ, ຊຸກຍຸ້ ແລະ ຊີ້ນໍາບ້ານ ໃນການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍຄື ທິດ 3 ສ້າງຢ່າງແຂງແຮງ ແລະ ເລິກເຊິ່ງເຖິງຖອງ; ໂຄສະນາສຶກສາອົບຮົມການເມືອງແນວຄິດ ຕິດພັນກັບການປັບປຸງກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງ ແລະ ພັດທະນາຊົນນະບົດຮອບດ້ານ; ສຶກສາອົບຮົມລູກຫຼານ ແລະ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ເພື່ອສ້າງຄວາມສາມັກຄີປອງດອງ ເປັນອັນໜຶ່ງອັນດຽວກັນ; ສືບຕໍ່ຊຸກຍູ້ສົ່ງເສີມການສ້າງສາແຕ່ລະທ້ອງຖິ່ນ ຕາມທ່າແຮງຕົວຈິງ ໃຫ້ເປັນແຫຼ່ງຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ການປະມົງ ເພື່ອເປັນສິນຄ້າສົ່ງອອກ; ພ້ອມນັ້ນ, ໃຫ້ເມືອງ ສົ່ງພະນັກງານວິຊາການຢູ່ບັນດາຂະແໜງການ ລົງຊ່ວຍແນະນຳວິທີການປູກ-ການລ້ຽງຂອງປະຊາຊົນ ເພື່ອຍົກສູງສະມັດຕະພາບຂອງການຜະລິດໃຫ້ຫຼາຍຂຶ້ນ; ສົ່ງເສີມການສຶກສາ ແລະ ການຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ທົ່ວເຖິງໃນໝູ່ບ້ານ; ເອົາໃຈໃສ່ຮັກສາຮີດຄອງປະເພນີ ແລະ ວັດທະ ນະທຳອັນດີງາມຂອງປະຊາຊົນບັນດາຊົນເຜົ່າ ຄຽງຄູ່ກັບການຫັນປ່ຽນວິຖີຊີວິດແບບດັ້ງເດີມ ໄປສູ່ອັນໃໝ່ທີ່ກ້າວໜ້າ; ຢືດໜັ້ນ ແລະ ເຂົ້າຮ່ວມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ເຮັດໃຫ້ບ້ານມີຄວາມສະຫງົບສຸກ. ພ້ອມນີ້ ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງ ແລະ ແຂວງ ນຳເອົາຄຳສະເໜີຂອງອົງ ການປົກຄອງບ້ານ ນຳໄປພິຈາລະນາແກ້ໄຂ ຕາມສະພາບຄວາມເປັນຈິງ. ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ບ້ານ ໜອງກິນນາລີ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວ ໃຫ້ປະຊາຊົນ ແລະ ງົບປະມານຈຳນວນໜຶ່ງ ປະກອບສ່ວນເຂົ້າໃນກອງທຶນພັດທະນາບ້ານດັ່ງກ່າວ.
ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳອູ 6 ຊຶ່ງເປັນເຂື່ອນໄຟຟ້າໃຫຍ່ທີ່ສຸດ ທີ່ວິສາຫະກິດໄຟຟ້າ ສປ ຈີນ ລົງທຶນ ຢູ່ ສປປ ລາວ ທີ່ໄດ້ນໍາໃຊ້ແມ່ນໍ້າສາຍດຽວ ພັດທະນາໂຄງການ 7 ເຂື່ອນ, ມີກໍາລັງຕິດຕັ້ງລວມທັງໝົດ 1.272 MW, ກວມເອົາກໍາລັງຕິດຕັ້ງ ໃນລະບົບຕາຂ່າຍໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ 27%, ກວມເອົາປະມານ 60% ກໍາລັງຕິດຕັ້ງ ຂອງສະມາຄົມວິສາຫະກິດຜະລິດໄຟຟ້າຈີນຢູ່ລາວ, ມູນຄ່າການລົງທຶນທັງໝົດ 2,73 ຕື້ໂດລາ, ຊຶ່ງພັດທະນາຮູບແບບ BOT, ມີໄລຍະສໍາປະທານ 29 ປີ, ສໍາລັບການຜະລິດພະລັງງານໄຟຟ້າທັງໝົດ ແມ່ນຂາຍໃຫ້ຕາຂ່າຍໄຟຟ້າຂອງລາວ.
ຫຼັງຈາກນັ້ນ, ຄະນະດັ່ງກ່າວ ໄດ້ສືບຕໍ່ໄປຢ້ຽມຢາມໂຮງງານແກະໝາກເດືອຍ ຂອງບໍລິສັດ ຢຸນເວີນ ກະສິກໍາ ຂາເຂົ້າ-ຂາອອກ ຈໍາກັດ, ຕັ້ງຢູ່ບ້ານຫ້ວຍລໍ, ເມືອງບຸນເໜືອ ຊຶ່ງໃນປີ 2008-2009 ທາງບໍລິສັດ ໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກໝາກເດືອຍໃນຮູບແບບການມີສ່ວນຮ່ວມຂອງປະຊາຊົນ ແລະ ເກັບຊື້ເພື່ອສົ່ງອອກໄປ ສປ ຈີນ. ຕໍ່ມາໄດ້ລົງທຶນຮ່ວມກັບນັກທຸລະກິດຈາກ ສປ ຈີນ ສ້າງຕັ້ງ ບໍລິສັດ ສົ່ງເສີມກະສິກໍາ ໂດຍໄດ້ສົ່ງເສີມການປູກ ແລະ ເກັບຊື້ໝາກເດືອຍ ຢູ່ 40 ກວ່າບ້ານເປົ້າໝາຍ ພາຍໃນເມືອງບຸນເໜືອ, ໃນແຕ່ລະປີ ບໍລິສັດ ໄດ້ລົງທຶນສົ່ງເສີມປະຊາຊົນປູກຢ່າງໜ້ອຍ ໃນເນື້ອທີ່ປະມານ 500-600 ເຮັກຕາ, ໄດ້ຮັບຜົນຜະລິດ ສະເລ່ຍ 1.000 ກວ່າໂຕນ. ນອກຈາກນີ້ ຍັງໄດ້ເກັບຊື້ ໝາກເດືອຍ ຢູ່ອີກ 5 ເມືອງ ຂອງແຂວງຜົ້ງສາລີ. ສະເພາະໃນປີ 2022 ໄດ້ສໍາເລັດການສ້າງໂຮງແກະໝາກເດືອຍ ໂດຍນໍາເອົາໝາກເດືອຍເປືອກ ມາແກະ ຈໍານວນ 2.000 ໂຕນ, ໄດ້ໝາກເດືອຍທີ່ແກະແລ້ວ ປະມານ 1.000 ໂຕນ ຊຶ່ງໄດ້ສົ່ງອອກໄປ ສປ ຈີນ ທັງໝົດ.
ໃນຕອນທ້າຍ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມຟາມລ້ຽງໝູ ຂອງບໍລິສັດ ບຸນທະວີໄຊ ທີ່ເມືອງບຸນເໜືອ, ປັດຈຸບັນ ຟາມດັ່ງກ່າວ ມີໝູທັງໝົດ 2.000 ກວ່າໂຕ, ສາມາດຈຳໜ່າຍໝູອອກສູ່ຕະຫຼາດ ໂດຍສະເພາະ ຕະຫຼາດເມືອງບຸນເໜືອ ແຕ່ກໍ່ຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ໃນອະນາຄົດ ທາງບໍລິສັດ ຈະເພີ່ມປະລິມານການລ້ຽງໝູໃຫ້ຫຼາຍຂຶ້ນ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໃກ້ຄຽງ ໃຫ້ພຽງພໍ ແລະ ສ່ວນທີ່ເຫຼືອ ຈະສະໜອງໃຫ້ຕະຫຼາດຢູ່ຕ່າງເມືອງຕື່ມອີກ.
ການລົງຢ້ຽມຢາມໂຄງການ ແລະ ພື້ນຖານການຜະລິດ ແຕ່ລະບອ່ນໃນຄັ້ງນີ້, ທ່ານ ນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ພ້ອມທັງ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ພັດທະນາ ແລະ ກຳນົດເຂດການຜະລິດ ຢ່າງມີຈຸດສຸມ, ແທດກັບທ່າແຮງຕົວຈິງ ແລະ ມີປະສິດທິຜົນ; ສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນ ມີສ່ວນຮ່ວມໃນວຽກງານການຜະລິດໃຫ້ຫຼາຍຂຶ້ນຕື່ມ ໄປຄຽງຄູ່ກັບການສ້າງເງື່ອນໄຂ ໃຫ້ປະຊາຊົນມີວຽກເຮັດງານທຳ; ໃຫ້ຜູ້ປະກອບການ ຄົ້ນຄວ້າປັບປຸງຜະລິດຕະພັນຂອງຕົນ ໃຫ້ມີຄວາມຫຼາກຫຼາຍ, ທັງເພີ່ມປະສິດທິພາບ ແລະ ຄວາມສາມາດ ໃນການແຂ່ງຂັນໃຫ້ສູງຂຶ້ນ; ປະສານສົມ ທົບກັບທະນາຄານທຸລະກິດ ເພື່ອຂະຫຍາຍລະບົບການຊໍາລະສະສາງຜ່ານລະບົບທະນາຄານ ຮັບໃຊ້ການຊື້-ຂາຍສິນຄ້າ ກໍຄືຜົນຜະລິດ. ນອກນັ້ນ, ໃຫ້ເອົາໃຈໃສ່ປັບປຸງລະບົບການສະໜອງນ້ຳ ເພື່ອຮັບໃຊ້ການປູກຝັງ-ລ້ຽງສັດ, ທັງຫຼີກລ່ຽງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

